Header Ads

ລາວ-ຫວຽດນາມ ສືບຕໍ່ຮ່ວມມື ພັດທະນາດ້ານພະລັງງານໄຟຟ້າ



ໃນລະຫວ່າງ ວັນທີ 16-19 ກຸມພາ 2019, ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະ ຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ, ໂດຍຮ່ວມປະຊຸມກັບຄະນະນຳ ແລະ ວິຊາການ ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກ່ຽວກັບການຢັ້ງຢືນຈຸດເຊື່ອມໂຍງ ການຊື້-ຂາຍ ພະລັງງານໄຟຟ້າ ຮ່ວມກັນ ແຕ່ພາກເໜືອຮອດພາກໃຕ້, ເຊິ່ງມີຈຸດເຊື່ອມທັງໝົດ 9 ຈຸດ. ໃນນີ້, ມີລະບົບສາຍສົ່ງ 220, 230 ແລະ 500 ກິໂລໂວນ.



ໃນໂອກາດດັ່ງກ່າວ, ທ່ານ ຄໍາມະນີ ອິນທິລາດ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຈິງ ດິງຢຸງ ຮອງນາ ຍົກລັດຖະມົນຕີ ສສ ຫວຽດນາມ ເພື່ອລາຍງານຜົນການຮ່ວມເຮັດວຽກ ກັບກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ຮັບຟັງການໃຫ້ທິດຊີ້ນຳ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຂະແໜງພະ ລັງງານ, ບໍ່ແຮ່ ແລະ ອຸດສາຫະກຳການຄ້າຫວຽດນາມ, ໂດຍສະເພາະແມ່ນ ການກະກຽມຄວາມພ້ອມໃນການລົງນາມບັນດາໂຄງການຮ່ວມມື ລະຫວ່າງ ສອງກະຊວງ ແລະ ສັນຍາ ຊື້-ຂາຍ ໄຟຟ້ານ້ຳຊຳ ແລະໂຄງການອື່ນໆ, ເຊິ່ງຄາດວ່າຈະໄດ້ເຊັນສັນຍາ 2 ໂຄງການ.

ໂອກາດດັ່ງກ່າວ, ທ່ານ ຈິງ ດິງ ຢຸງ ໄດ້ຢືນຢັນວ່າ: ການຮ່ວມມື ໃນຂະແໜງພະລັງງານແມ່ນມີບົດບາດສໍາຄັນ ແລະ ຈະນຳເອົາຜົນປະໂຫຍດທາງດ້ານເສດຖະກິດ ມາສູ່ປະຊາຊົນສອງຊາດ ລາວ – ຫວຽດນາມ, ຫວຽດນາມ – ລາວ. ພ້ອມດຽວກັນນັ້ນ, ຍັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ ແໜ້ນແຟ້ນຍິ່ງຂຶ້ນ.


ພ້ອມດຽວກັນນີ້, ທ່ານ ຄໍາມະນີ ອິນທິລາດ ໄດ້ຕີລາຄາສູງ ຕໍ່ກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ທີ່ພວມເອົາໃຈໃສ່ປຶກສາຫາລື ຄົ້ນ ຄວ້າ ສັນຍາການຮ່ວມມື ລະຫວ່າງ ລັດຖະບານຂອງສອງປະເທດ ກ່ຽວກັບໂຄງການກໍ່ສ້າງເຂື່ອນໄຟຟ້າ, ໂຄງການພະລັງງານທົດແທນ ແລະ ຂຸດຄົ້ນແຮ່ທາດ ເພື່ອສະເໜີ ການນຳຂັ້ນສູງຂອງສອງປະເທດ ເພື່ອພ້ອມກັນຈັດຕັ້ງປະຕິບັດ ໃນເວລາອັນໃກ້ນີ້. ພາບ-ຂ່າວ: ຂປລ 

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.