Header Ads

ສະຫາຍ ນາງ ຕ່ອງ ທິຟ້ອງ, ກໍາມະການກົມການເມືອງ, ຮອງປະທານ, ຜູ້ປະຈໍາການ ສະພາແຫ່ງຊາດຫວຽດນາມ ຢ້ຽມຢາມໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ



ໃນໂອກາດທີ່ ສະຫາຍ ນາງ ຕ່ອງ ທິຟ້ອງ, ກໍາມະການກົມການເມືອງສູນກາງພັກກອມມຸຍນິດຫວຽດນາມ, ຮອງປະທານ, ຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລາວ ຮ່ວມກັບ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານ ປະເທດຫວຽດນາມ ແລະ ຄະນະ. ໃນວັນທີ 25 ກຸມພາ 2019 ສະຫາຍ ນາງ ຕ່ອງ ທິຟ້ອງ ແລະ ຄະນະໄດ້ເດີນທາງໄປຢ້ຽມຢາມໂຮງຮຽນມັດທະຍົມສົມບູ ມິດຕະພາບລາວ-ຫວຽດນາມ ໂດຍມີ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະອຳນວຍການ ແລະ ນັກຮຽນພາຍໃນໂຮງຮຽນມັດທະຍົມສົມບູ ມິດຕະພາບລາວ-ຫວຽດນາມໃຫ້ການຕ້ອນຮັບ.



ໂຮງຮຽນມັດທະຍົມສົມບູ ມິດຕະພາບລາວ-ຫວຽດນາມ ເປັນຂອງຂັວນຂອງ ສະຫາຍ ນົງດຶງແມັງ ອະດີດເລຂາທິການໃຫຍ່ພັກກອມມຸຍນິດຫວຽດນາມມອບໃຫ້ຊາວນະຄອນຫລວງວຽງ ຈັນ ມູນຄ່າ 48 ຕື້ດົງ. ໂຮງຮຽນແຫ່ງນີ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 2 ກັນຍາ 2009, ກົງກັບວັນຊາດຫວຽດນາມ ຄົບຮອບ 64 ປີ. ມີເນື້ອທີ່ 12.850 ຕາແມັດ, ປະກອບມີ 4 ອາຄານ, ມີ 31 ຫ້ອງຮຽນ. ປັດຈຸບັນ ມີຄູສອນ 70 ຄົນ, ມີນັກຮຽນທັງໝົດ 999 ຄົນ ໄລຍະຜ່ານມາ ມີນັກຮຽນຈາກໂຮງຮຽນແຫ່ງນີ້ ໄດ້ໄປສຶກສາຕໍ່ຢູ່ຫວຽດນາມດ້ວຍທຶນລັດຖະບານຫວຽດນາມ 99 ຄົນ, ແລະ ທຶນຈາກນະຄອນໂຮຈິມິນ 2 ຄົນ ແລະ ທຶນອື່ນຯ ຈຳນວນໜຶ່ງ.




ໂອກາດນີ້ ນາງ ຕ່ອງ ທິຟ້ອງ ໄດ້ໃຫ້ກຽດໂອ້ລົມ ໂດຍສະຫາຍໄດ້ສະແດງຄວາມຮູ້ສຶກດີໃຈທີ່ໄດ້ມີໂອກາດເດີນທາງມາຢ້ຽມຢາມໂຮງຮຽນແຫ່ງນີ້ ແລະ ດີອົກດີໃຈທີ່ເຫັນວ່າ: ໃນຂະບວນວິວັດແຫ່ງການພັດທະນາໂຮງຮຽນແຫ່ງນີ້ມີການພັດທະນາຂະຫຍາຍທັງທາງດ້ານປະລິມານ ແລະ ຄຸນນະພາບໃນການກໍ່ສ້າງຖັນແຖວຄູອາຈານ ແລະ ນັກຮຽນ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າບັນດາຄູອາຈານ ແລະ ນັກຮຽນພາຍໃນໂຮງຮຽນທັງໝົດຈະເສີມຂະຫຍາຍມູນເຊື້ອທີ່ຍາດມາໄດ້ ດ້ວຍການແຂ່ງຂັນກັນສອນດີ ແລະ ຮຽນເກັ່ງໃຫ້ດີຂຶ້ນກ່ວາເກົ່າ ແລະ ກາຍເປັນໂຮງຮຽນແບບຢ່າງທີ່ດີຕໍ່ໄປໃນອະນາຄົດ. ໃນໂອກາດໄປຢ້ຽມຢາມໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມຄັ້ງນີ້ ສະຫາຍ ນາງ ຕ່ອງ ທິຟ້ອງ ໄດ້ຕາງໜ້າ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ມອບຄອມພີວເຕີຕັ້ງໂຕະເພື່ອເປັນຂອງຂັວນໃຫ້ໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ ຈຳນວນ 30 ຊຸດ. ຂ່າວ: ບຸນຕຽງ ຈັນທະວົງ , ຮູບ: ຈັນທະວອນ ຄຳພິລາວົງ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.