Header Ads

ຫວຽດນາມ ສັ່ງເນລະເທດ ຄົນໜ້າຄື ຜູ້ນຳເກົາຫຼີເໜືອ ອອກນອກປະເທດ



ສຳນັກຂ່າວຕ່າງປະເທດທີ່ຫວຽດນາມ ນະຄອນຮ່າໂນ້ຍລາຍງານວ່າ : ທ່ານ ໂຮວາຣດ ເອັກຊ ນັກສະແດງຕະຫຼົກຊາວອອສເຕເລຍເຊື້ອສາຍຮົງກົງ ມີຄໍາສັ່ງໃຫ້ເດີນທາງອອກຈາກປະເທດຫວຽດນາມ ກ່ອນທີ່ ທ່ານຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ແລະຄະນະຈະເດີນທາງເຖິງນະຄອນຮ່າໂນ້ຍ ພຽງບໍ່ເທົ່າໃດຊົວໂມງ ເພື່ອເຂົ້າຮ່ວມການປະຊຸມກັບ ປະທານາທິບໍດີ ໂດນັລ ທຣັມ ຜູ້ນຳອາເມຣິກາລະຫວ່າງວັນທີ່ 27-28 ກຸມພານີ້.





ໂຮວາຣດ ເອັກຊ ເຄີຍປະະກົດໂຕໃນການປະຊຸມຄັ້ງທຳອິດລະຫວ່າງສອງຜູ້ນຳເກົາຫຼີເໜືອ ແລະ ຜູ້ນຳອາເມຣິກາທີ່ ປະເທດສິງກະໂປເມື່ອເດືອນມິຖຸນາປີ 2018 ຜ່ານມາ ໂດຍເຈົ້າໂຕກ່າວວ່າ ຕຳຫຼວດສິງກະໂປເຊີນເຂົາໄປສອບປາກຄຳເຊັ່ນກັນ ແຕ່ເປັນພຽງເວລາສັ້ນແລ້ວກໍປ່ອຍໂຕ  ແລະ ບໍ່ໄດ້ເນລະເທດ ໂຮວາຣດ ເອັກຊ  ຄືທາງການຫວຽດນາມ. 





© ໂຕະນໍ້າຊາ | tonamcha.com
___________


Powered by Blogger.