Header Ads

ເສັ້ນທາງກາສີ-ນານ ການສັນຈອນພົບຄວາມຫຍຸ້ງຍາກ ເຫດທາງເປ້ເພ



ວັນທີ 10 ກຸມພາ 2019 :   ອີງຕາມການລາຍງານຈາກ ເຈົ້າໜ້າທີ່ຮັບຜິດຊອບ ການສ້ອມແປງທາງ ເຂດກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫຼວງພະບາງ ລະບຸວ່າ :  ເສັ້ນທາງ ຈຸດ Km 33+600 ສະພາບເສັ້ນທາງມີຄວາມເສຍຫາຍ ເປ້ເພໜັກ ຈົນສົ່ງຜົນໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ  ແລະ ການສັນຈອນບາງຈຸດແມ່ນເຮັດໃຫ້ລົດຕິດຂັດ. ສະນັ້ນ, ຈິ່ງແຈ້ງເຕືອນ ຜູ້ສັນຈອນທີ່ຈໍາເປັນຕ້ອງໃຊ້ລົດໃຊ້ຖະໜົນໃນເສັ້ນທາງດັ່ງກ່າວ ໃຫ້ລະມັດລະວັງ ຫຼື ຄວນໄປໃຊ້ທາງເລກທີ 13 ເໜືອແທນ.  ຂໍ້ມູນເບຶ້ອງຕົ້ນຈາກເຈົ້າໜ້າທີ່ຮັບຜິດຊອບ ການສ້ອມແປງທາງ ລາຍງານວ່າ ການສ້ອມແປງທາງຈະໃຊ້ເວລາຫຼາຍກວ່າ 2 ເດືອນຈິ່ງຈະສໍາເລັດ.







© ໂຕະນໍ້າຊາ | tonamcha.com
___________

Powered by Blogger.