Header Ads

ເຈົ້າໜ້າທີ່ປະຕິບັດການພິເສດໄທ ບຸກຈັບເຈົ້າຮ້ານຄາຣາໂອເກະທີ່ຊຽງຄານ ພົບຍິງລາວ 10 ຄົນ ມາຂາຍບໍລິການທາງເພດ



ສໍານັກຂ່າວທ້ອງຖິ່ນຂອງໄທ ລາຍງານວ່າ : ໃນວັນພະຫັດທີ່ 21 ມີນາ 2019 ເວລາ 21:00 ໂມງ ຊຸດປະຕິບັດການພິເສດກົມປົກຄອງນຳໂດຍ ທ່ານລົນນະຣົງ ທິບສິຣິ ຜູ້ອຳນວຍການກຳກັບ ສືບສວນ ແລະ ປາບປາມ , ຝ່າຍປົກຄອງແຂວງເລີຍ ແລະເມືອງຊຽງຄານ ຮ່ວມກັບກົມສືບສວນຄະດີພິເສດ (DSI) ໂດຍຄວາມຮ່ວມມືຈາກອົງກອນພັດທະນາເອກະຊົນ (NGOs) ຈັບຮ້ານຢ່າອິດສາ ຄາຣາໂອເກະ ຕັ້ງຢູ່ທີ່ 401/2 ຫມູ່ທີ່ 6 ບ້ານຊຽງຄານເມືອງຊຽງຄານ ແຂວງເລີຍ ປະເທດໄທ  ໂດຍຫານກວດຄົ້ນພົບວ່າມີການນຳຍິງສັນຊາດລາວຈຳນວນ 10 ຄົນ ມາຄ້າປະເວນີ ໂດຍມີການສ້າງໂຮງແຮມຊື່ ຂັວນເຮືອນ ຣີສອດ ຕັ້ງຢູ່ໃນບໍລິເວນດຽວກັນ ເພື່ອຮອງຮັບການຄ້າປະເວນີດັ່ງກ່າວດ້ວຍ. ເຈົ້າໜ້າທີ່ແຈ້ງຂໍ້ຫາເຈົ້າຂອງສະຖານປະກອບການ 4 ຂໍ້ຫາດັ່ງນີ້ :  





1. ເປັນທຸລະຈັດຫາຍິງມາເພື່ອຄ້າປະເວນີ
2. ຕັ້ງສະຖານບໍລິການໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ມີໃບທະບຽນ
3. ປະກອບທຸະກິດໂຮງແຮມໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ມີໃບທະບຽນ

4. ມີອາວຸດປືນໄວ້ຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ມີໃບທະບຽນ






© ໂຕະນໍ້າຊາ | tonamcha.com
___________

Powered by Blogger.