Header Ads

ປັດຈຸບັນການສົ່ງອອກໄມ້ໄປຕ່າງປະເທດຫຼຸດລົງເຖິງ 74% ຍ້ອນການປະຕິບັດຄຳສັ່ງ 15/ນຍ


ນສພ ປະຊາຊົນ ລາຍງານວ່າ : ໃນກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2018 ຂອງຂະແໜງກະສິກຳ ແລະປ່າໄມ້ທົ່ວປະເທດໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 21 ມີນານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ວັນໄຊ ຊົ່ງຊາຢູ ຮອງປະທານກວດກາສູນກາງພັກ ຊຶ່ງມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າສະຖາບັນ, ຫົວໜ້າພະແນກ-ຮອງພະແນກກະສິກຳ ແລະ ປ່າໄມ້ແຂວງ-ນະຄອນຫຼວງເຂົ້າຮ່ວມ.

ທ່ານ ຄຳພຸດ ພັນດານຸວົງ ຮອງປະທານກວດກາພັກກະຊວງ, ຫົວໜ້າກົມກວດ ກາກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາຂອງຂະແໜງກະສິກຳ ແລະ ປ່າໄມ້ປະຈຳປີ 2018 ຊຶ່ງທ່ານໄດ້ກ່າວວ່າ: ໃນໜຶ່ງປີຜ່ານມາ ຄະນະປະຈຳພັກກະຊວງໄດ້ຊີ້ນຳ-ນຳພາຄະນະກວດກາແຕ່ລະຂັ້ນເອົາໃຈໃສ່ປະຕິບັດພາລະບົດບາດຕິດ ຕາມກວດກາການປະຕິບັດໜ້າທີ່ຂອງອົງການບໍລິຫານລັດຂອງຂະແໜງກະສິກຳ ແລະ ປ່າໄມ້ທົ່ວປະເທດ ທັງໝົດ 67 ເປົ້າໝາຍ, ໃນນີ້: ຕິດຕາມກວດກາຕາມຄຳສັ່ງ 15 ເປົ້າໝາຍ, ກວດກາປົກກະຕິ 34 ເປົ້າໝາຍ, ກວດກາຕາມຜົນຂອງການກວດກາ-ກວດສອບ 8 ເປົ້າໝາຍ, ຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມຕົ້ນແຕ່ຫົວທີ 10 ເປົ້າໝາຍ ແລະ ໂຄງການຊ່ວຍເຫຼືອຈາກສາກົນ 11 ໂຄງການ.
ຜ່ານການກວດກາເຫັນວ່າ ອົງການບໍລິຫານລັດຈຳນວນໜຶ່ງ ປະຕິບັດບົດບາດໃນການຄຸ້ມຄອງບໍລິຫານການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານວິຊາສະເພາະບໍ່ທັນໄດ້ດີເທົ່າທີ່ຄວນ, ປະສິດທິພາບຂອງວຽກງານຍັງບໍ່ສູງ ແລະ ພົບເຫັນເງິນທີ່ເກັບກູ້້ບໍ່ທັນໄດ້ລວມມູນຄ່າຜົນເສຍຫາຍທັງໝົດ 49,37 ຕື້ກີບ, ນອກຈາກນີ້ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຕິດຕາມກວດກາກ່ຽວກັບການເຄື່ອນຍ້າຍໄມ້ອອກຕ່າງປະເທດພົບໄມ້ເກີນບໍລິມາດ 827,7 ແມັດກ້ອນ ຄິດເປັນມູນຄ່າເສຍຫາຍ 2,7 ຕື້ກວ່າກີບ, ການປະຕິບັດຄຳສັ່ງ15/ນຍ ມາຮອດປັດຈຸບັນເຫັນວ່າການສົ່ງອອກໄມ້ໄປຕ່າງປະເທດຫຼຸດລົງເຖິງ 74% ຍ້ອນໄດ້ມີການກວດກາ ຕ້ານ ແລະ ສະກັດກັ້ນການລັກລອບຕັດໄມ້ ແລະ ສົ່ງອອກ ຄວບຄູ່ກັບການປະຕິບັດມາດຕະການຕ່າງໆຢ່າງຕໍ່ເນື່ອງ.

ຜ່ານການກວດກາຕົວຈິງເຫັນວ່າໃນປະເທດເຮົາໄດ້ມີປະຊາຊົນລາວ ແລະ ຊາວຕ່າງປະເທດຈຳນວນໜຶ່ງໄດ້ມີການລັກລອບການຊື້-ຂາຍ ຊິ້ນສ່ວນຂອງສັດປ່າ ສາມາດຢຶດ ງາຊ້າງໄດ້ 216.05 ກິໂລກຣາມ ຊຶ່ງເປັນການລະເມີດກົດໝາຍສັດນ້ຳ-ສັດປ່າຂອງ ສປປ ລາວ ກໍຄືສົນທິສັນຍາສາກົນທີ່ ສປປ ລາວເປັນພາຄີ. ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ໃນຂະແໜງກະສິກຳ ແລະ ປ່າໄມ້ ຊຶ່ງແມ່ນຂໍ້ຫາຍັກຍອກງົບປະມານຂອງລັດໄປນຳໃຊ້ສ່ວນຕົວຈຳນວນ 712 ລ້ານກວ່າກີບ ປັດຈຸບັນພວມດຳເນີນການເກັບກູ້ໜີ້ສິນຄືນ, ຜົນຂອງການກວດກາ-ກວດມອບຊັບສິນ ແລະ ເງິນໃນເປົ້າໝາຍຕ່າງໆທີ່ຜິດຕໍ່ລະບຽບການເງິນ ແລະ ງົບປະມານ ທີ່ຍັງເກັບກູ້ບໍ່ໄດ້ ແລະ ສ້າງຜົນເສຍຫາຍໃຫ້ແກ່ລັດ ທີ່ມີມູນຄ່າທັງໝົດ49,37 ຕື້ກີບ, ການແກ້ໄຂຄຳຮ້ອງຟ້ອງ-ຄຳສະເໜີແກ້ໄຂຕາມພາລະບົດບາດ ແລະ ຖືກຕ້ອງຕາມຄວາມເປັນຈິງທັງໝົດ 18 ສະບັບ, ໄດ້ຄົ້ນຄ້ວາປະກອບຄຳເຫັນຕໍ່ກັບການສະເໜີຂໍປະຕິບັດວິໄນພະນັກງານລັດຖະກອນທັງໝົດ 16 ສະບັບ, ປະຕິບັດຂັ້ນ 4 ມີ 7 ສະບັບ ແລະ ຂັ້ນ 3 ມີ 9 ສະບັບ, ແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນຢູ່ນະຄອນຫຼວງວຽງຈັນເນື້ອທີ່ 10 ພັນກວ່າຕາແມັດ, ການປະຕິບັດຜົນຂອງການກວດກາປະຈຳປີ 2018 ຈຳນວນ 1 ເປົ້າໝາຍ ແກ້ໄຂການຂຸດຄົ້ນໄມ້, ທ້ອນໂຮມ ແລະ ເຄື່ອນຍ້າຍໄມ້ຢູ່ຕ່າງແຂວງມູນຄ່າເສຍຫາຍ 7,2 ຕື້ກີບປະຕິບັດວິໄນຕໍ່ພະນັກງານຈຳນວນໜຶ່ງ.


ນອກນັ້ນກໍມີການຕິດຕາມກວດກາໂຄງການລົງທຶນຂອງລັດ ທີ່ໄດ້ຈັດຕັ້ງປະຕິບັດຢູ່ໃນຂະແໜງກະສິກຳ ແລະ ປ່າໄມ້, ລວມມີ 5 ໂຄງການເຊັ່ນ: ໂຄງການກໍ່ສ້າງຕຶກສຳ ນັກງານກະຊວງ, ໂຄງການພັດທະນາພື້ນຖານໂຄງລ່າງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ ທີ່ໄດ້ຮັບທຶນຈາກທະນາຄານພັດທະນາອາຊີ (ADB) ຢູ່ແຂວງສະຫວັນນນະເຂດ, ໂຄງການຊົນລະປະທານນ້ຳແກບຢູ່ເມືອງຊະນະຄາມ ແຂວງວຽງຈັນ, ໂຄງການຊົນ ລະປະທານນ້ຳຫຍ້າ ແລະ ນ້ຳມະອຸ່ນຢູ່ເມືອງສິງ ແຂວງຫຼວງນ້ຳທາ ແລະ ໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງ ແລ້ງ ແລະ ໂຄງການອື່ນໆ. ຂ່າວ-ພາບ: ພູວຽງຄຳ (ນສພ ປະຊາຊົນ)

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.