Header Ads

ອັດຕະປື ອອຫແຈ້ງການຫ້າມເດັດຂາດຂຶ້ນລາຄາຄ່າສິນຄ້າ ໃນໄລບຸນປີໃໝ່ລາວ ພສ 2562



ໃນວັນທີ 27 ມີນາ 2019 ຜ່ານມາ, ທ່ານ ຄໍາຫັວນ ຈັນທະໂຄດ ຫົວໜ້າພະແນກ ອຸດສາກະກຳ ແລະ ການຄ້າ ໄດ້ອອກແຈ້ງການ ສະບັບເລກທີ 201/ອຄ.ອປ ເລື່ອງການກຳນົດລາຄາ, ສິນຄ້າອຸປະໂພກ, ບໍລິໂພກ ໄລຍະງານບຸນປີໃໝ່ລາວ 2019(ພສ 2562 ໂດຍອີງຕາມ ຂໍ້ຕົລົງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0918/ອຄກຈພງ ລົງວັນທີ 10 ກໍລະກົດ 2018 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ແລະ ນະຄອນ, ອີງຕາມແຈ້ງການສະບັບເລກທີ 506/ຫສນຍ, ລົງວັນທີ 23 ມີນາ 2019 ວ່າດ້ວຍການຈັດຕັ້ງສະເຫລີມສະຫລອງບຸນປີໃໝ່ລາວ ພສ 2562 ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ຖືກຕ້ອງຕາມຮີດຄອງປະເພນີ ແລະ ວັດທະນາທຳອັນດີງາມຂອງຊາດ ຕິດພັນກັບການສົ່ງເສີມການທ່ອງທ່ຽວ ແລະ ບົນຈິດໃຈປະຢັດມັດທະຍັດ. 
ເນື້ອໃນຂອງແຈ້ງການມີດັ່ງນີ້: ພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຂໍແຈ້ງເຖິ່ງບັນດາຜູ້ປະກອບການ, ຫ່າງຮ້ານຕ່າງໆໃນທົ່ວແຂວງອັດຕະປືຊາບ:1. ມອບໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າ 5 ຕົວເມືອງ ເປັນເຈົ້າການໃນການປະສານສົມທົບກັບຂະແໜງການກ່ຽວຂ້ອງຢູ່ພາຍໃນເມືອງຂອງຕົນ ເພື່ອຕິດຕາມກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການບໍ່ໃຫ້ສວຍໃຊ້ການຂຶ້ນລາຄາຕາມລຳພັງໃຈ ແລະ ປະຕິບັດຄຸ້ມຄອງລາຄາຢ່າງເຂັ້ມງວດ. 2. ເອົາໃຈໃສຄຸ້ມຄອງລາຄາສິນຄ້າສະບຽງອາຫານປະເພດຊີ້ນໝູ, ຄວາຍ, ງົວ, ໃກ່, ປາ) ພືດຜັກຕ່າງໆລວມທັງສິນຄ້າອຸປະໂພກ, ບໍລິໂພກ ແລະ ສິນຄ້າທົ່ວໄປທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢູ່ພາຍໃນເມືອງຂອງຕົນໃຫ້ໄປຕາມກົນໄກຕະຫລາດລະອຽດດັ່ງນີ້: ປະເພດຊີ້ນເປັນຕົ້ນ: ຊີ້ນຄວາຍ (ຊີ້ນສົດ) ລາຄາຂາຍບໍ່ໃຫ້ເກີນ 60.000 ກີບຕໍ່ກິໂລ, ຊີ້ນປົນລາຄາບໍ່ໃຫ້ເກີນ 40.000 ກີບຕໍ່ກິໂລ, ຊີ້ນງົວ (ຊີ້ນສົດ) ລາຄາບໍ່ໃຫ້ເກີນ 70. 000 ກີບຕໍ່ກິໂລ, ຊີ້ນປົນ ບໍ່ໃຫ້ເກີນ 50,000 ກີບຕໍ່ກິໂລ, ຊີ້ນໝູ (ຊີ້ນສົດ) ລາຄາບໍ່ໃຫ້ເກີນ 40.000ຕໍ່ກິໂລ, ຊີ້ນປົນ ລາຄາບໍ່ໃຫ້ເກີນ 35.000 ກີບຕໍ່ກິໂລ. ປະເພດປາເຊັ່ນ: ປານິນ (ປາເປັນ) ລາຄາບໍ່ໃຫ້ເກີນ 23.000 ກີບຕໍ່ກິໂລ, ປານິນ(ປາຕາຍ) ລາຄາບໍ່ໃຫ້ເກີນ 18.000 ກີບຕໍ່ກິໂລ, ປາດຸກ (ປາເປັນ) ລາຄາບໍ່ໃຫ້ເກີນ 18.000 ກີບຕໍ່ກິໂລ, ປາດຸກ(ປາຕາຍ) ລາຄາບໍ່ໃຫ້ເກີນ 16.000 ກີບຕໍ່ກິໂລ. ປະເພດເຄື່ອງດື່ມເຊັ່ນ: ເບຍລາວ (ແກັວ) ລາຄາບໍ່ໃຫ້ເກີນ 100.000 ກີບ/ເກັດ/ລັງ, ເບຍລາວ (ປ໋ອງ) ລາຄາບໍ່ໃຫ້ເກີນ 140.000 ກີບ/ເກັດ/ລັງ ແລະ ນໍ້າກ້ອນ ລາຄາບໍ່ໃຫ້ເກີນ 1.000 ກີບ/ກິໂລ.

ທັງໝົດນີ້, ເພື່ອເຮັດໃຫ້ລາຄາສິີນຄ້າໃນທ້ອງຕະຕະຫລາດມີສະຖຽນລະພາບ ເວົ້າລວມ ເວົ້າສະເພາະແມ່ນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້, ເພື່ອຫລີກເວັ້ນການສວຍໂອກາດຂຶ້ນລາຄາຕາມລຳພັງໃຈຂອງຜູ້ປະກອບການ ແລະ ບໍ່ໃຫ້ບັນດາຜູ້ປະກອບການຂຶ້ນລາຄາເຄື່ອງບໍລິໂພກ, ອຸປະໂພກ ແລະ ສິນຄ້າອື່ນໆທີ່ກະທົບໄວຕໍ່ຊີ້ວິດການເປັນຢູ່ຂອງຜູ້ຊົມໃຊ້ໃນທົ່ວແຂວງ ນັບແຕ່ວັນທີ 10-18 ເມສາ 2019 ນີ້, ຖ້າວ່າຫາກພົບເຫັນຄກໍລະນີທີ່ມີການລະເມີດຜ່າຜືນແມ່ນຈະໄດ້ກ່າວເຕືອນ, ສຶກສາອົບຮົມ ຫລື ປັບໃໝຕາມລະບຽບການ ຫລືໂທແຈ້ງງສາຍດ່ວນ. ຂ່າວ:: ຊິບພະໄຊ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.