Header Ads

ນາຍົກລັດຖະມົນຕີ ພ້ອມຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ໂປອາວ ປະຈຳປີ 2019



ໃນຕອນເຊົ້າວັນທີ 28 ມີນາ 2019, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມເວທີປືກສາຫາລື ໂປອາວ ເພື່ອອາຊີ ປະຈຳປີ 2019 (Boao Forum for Asia Annual Conference 2019) ໃນຫົວຂໍ້ “ຮ່ວມອະນາຄົດ, ຮ່ວມແຮງຮ່ວມໃຈ ແລະ ຮ່ວມກັນພັດທະນາ”, ໂດຍແມ່ນພະນະທ່ານ ຫຼີ່ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມ ຢ່າງເປັນທາງການ ແລະ ມີບັນດາຜູ້ນໍາຂັ້ນສູງ, ອະດີດຜູ້ນໍາຈາກຫຼາຍປະເທດ, ນັກຄົ້ນຄວ້າຄັງປັນຍາທີ່ມີຊື່ສຽງລວມທັງນັກທຸລະກິດ, ນັກລົງທືນ ຈາກພາກພື້ນອາຊີ, ເອີລົບ ແລະ ອື່ນໆ ກໍ່ໄດ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.



ໃນພິທີເປີດກອງປະຊຸມປຶກສາຫາລືໂປອາວ ເພື່ອອາຊີ 2019 ຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນມີຄຳເຫັນໃນພິທີເປີດກອງປະຊຸມໂດຍທ່ານໄດ້ຢໍ້າຄືນເຖີງປະຫວັດຄວາມເປັນມາຂອງກອງປະຊຸມ “ເວທີປຶກສາຫາລືໂປອາວ ເພື່ອອາຊີ” ຊຶ່ງໄດ້ຖືກສ້າງຕັ້ງຂຶ້ນມາໄດ້ 18 ປີ ແລ້ວ ທີ່ໄດ້ເຫັນວ່າ ເວທີດັ່ງກ່າວເປັນເວທີໜຶ່ງທີ່ສຳຄັນທີ່ສາມາດເປີດກ້ວາງໃຫ້ແກ່ຜູ້ນຳລະດັບຕ່າງໆຂອງທຸກປະເທດໃນໂລກໄດ້ເຂົ້າມາສະແດງວິໄສທັດແລກປ່ຽນຄຳຄິດຄຳເຫັນຊຶ່ງກັນ ແລະ ກັນ ຢ່າງກວ້າງຂວາງ ເພື່ອເປີດໂອກາດໃຫ້ມີການແລກປ່ຽນຄວາມຄິດຄວາມເຫັນທີ່ສຳຄັນໃນລັກສະນະນີ້ທີ່ຈະນຳໄປສູ່ການຮຽນຮູ້ຊຶ່ງກັນ ແລະ ກັນໂດຍມີຈຸດປະສົງເພື່ອການຂັບເຄື່ອນກົນໄກຕ່າງໆທາງດ້ານການຮ່ວມມືໃນພາກພື້ນອາຊີ ແລະ ໃນໂລກ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ; ພ້ອມດຽວກັນນີ້, ຍັງເປັນເວທີການປຶກສາຫາລືການເຊື່ອມໂຍງ-ເຊື່ອມຈອດ ຂອງທະວີບອາຊີ ໄປເຖິງທະວີບ ອື່ນໆ ຊຶ່ງຜົນຂອງການປຶກສາຫາລືຢູ່ໃນກອງປະຊຸມຄັ້ງນີ້ ຈະເປັນການນໍາເອົາຜົນປະໂຫຽດຕົວຈິງມາສູ່ປະຊາຊົນໃນພາກພື້ນກໍຄືໃນໂລກ ເປັນຕົ້ນແມ່ນດ້ານການເມືອງ-ຄວາມໝັ້ນຄົງ, ການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການພັວພັນທາງດ້ານວັດທະນະທໍາ-ສັງຄົມ ເພື່ອໃຫ້ມີການພັດທະນາແບບຍືນຍົງ ແລະ ເພີ່ມທະວີການພົວພັນການທູດ, ການໄປມາຫາສູ່ລະຫວ່າງປະຊາຊົນ ກັບ ປະຊາຊົນດ້ວຍກັນ


ໃນເວທີປຶກສາຫາລື ກ່ຽວກັບ ຫົວຂໍ້ “ຮ່ວມອະນາຄົດ, ຮ່ວມແຮງຮ່ວມໃຈ ແລະ ຮ່ວມກັນພັດທະນາ” ນີ້ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ທັດສະນະວ່າ ເປັນຫົວຂໍ້ທີ່ສໍາຄັນທີ່ແທດເໝາະກັບສະຖານະການປະຈຸບັນເປັນຢ່າງຍິ່ງ, ເປັນທີ່ຮູ້ຈັກກັນດີແລ້ວວ່າ ປະຈຸບັນນີ້ ພວກເຮົາພວມດໍາລົງຊີວິດຢູ່ໃນທ່າມກາງສະພາບຂອງໂລກທີ່ກຳລັງມີການຜັນແປ, ຊຶ່ງການຜັນແປນີ້ກໍາລັງສ້າງຄວາມກັງວົນໃຫ້ແກ່ປະຊາຄົມໂລກ, ເພາະໂລກຂອງພວກເຮົາໃນປະຈຸບັນ ອາດເວົ້າໄດ້ວ່າ ກຳລັງຖືກສັ່ນຄອນຂອງການມີສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ໃນຂົງເຂດຕ່າງໆ, ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ຂອງບັນດາປະເທດມະຫາອຳນາດ ແລະ ຂອງບັນດາປະເທດອື່ນໆໃນໂລກກຳລັງກາຍເປັນບັນຫາທີ່ມີຄວາມບອບບາງ, ຈຶ່ງເປັນເຫດໃຫ້ຄວາມບໍ່ແນ່ນອນທາງດ້ານການຮ່ວມມືກັນເພື່ອປົກປ້ອງສະຖຽນລະພາບ, ການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນທີ່ປະຊາຊົນພວກເຮົາທັງ ໂລກລ້ວນແຕ່ມີຄວາມຕ້ອງການນັ້ນ ກຳລັງຖືກຕັ້ງຄຳຖາມວ່າ ໂລກຈະສາມາດເດີນໄປຂ້າງໜ້າ ຫຼື ໂລກຈະກັບຖອຍ ຫຼັງໄປສູ່ຍຸກແຫ່ງສົງຄາມພາກພື້ນ ຫຼື ສົງຄາມເຢັນ?, ພວກເຮົາຕ້ອງຍອມຮັບວ່າ ແນວຄວາມຄິດຊາດນິຍົມ, ລັດທິປົກປ້ອງຕົນເອງ ກໍ່ຄືລັດທິສວຍໂອກາດໃດໆນັ້ນ ຈະເປັນທ່າອ່ຽງທີ່ສວນທາງກັບແນວທາງແຫ່ງການກ້າວໜ້າໄປຫາໂລກາພິວັດ, ເພາະວ່າໂລກາພິວັດເປັນເສັ້ນທາງແຫ່ງການເປີດກ້ວາງຊຶ່ງກັນ ແລະ ກັນ ຈະເປັນນະໂຍບາຍທີ່ໃຫ້ໂອກາດປະເທດໃດກໍ່ຕາມເຖິງຈະນ້ອຍ, ໃຫຍ່, ພັດທະນາແລ້ວ ແລະ ກຳລັງພັດທະນາ ໄດ້ມີໂອກາດເຂົ້າຮ່ວມນະໂຍບາຍການເປີດກ້ວາງເພື່ອເຂົ້າເຖິງການພັດທະນາ, ການເຂົ້າເຖິງທຶນ, ເຂົ້າເຖິງເຕັກໂນໂລຊີໃໝ່ ເພື່ອພວກເຮົາມຸ່ງໄປສູ່ການເຊື່ອມໂຍງ ແລະ ການເຊື່ອມຈອດໄດ້ ແລະ ຖືເປັນຫົວໃຈສຳຄັນຂອງການຮ່ວມແຮງຮ່ວມໃຈ ແລະ ການຮ່ວມກັນພັດທະນາ ເພື່ອກ້າວໄປສູ່ການຮ່ວມອານາຄົດທີ່ຈະເລີນກ້າວໜ້າ, ຮຸ່ງເຮືອງ, ວັດທະນະຖາວອນຮ່ວມກັນຂອງບັນດາປະຊາຊາດຂອງພວກເຮົາໄດ້ຢ່າງເປັນຮູບປະທໍາ.


ນອກຈາກການເຂົ້າຮ່ວມກອງປະຊຸມ ໂປອາວ ຄັ້ງນີ້ແລ້ວ, ໃນວັນທີ 27 ມີນາ 2019, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ພົບປະສອງຝ່າຍກັບ ພະນະທ່ານ ຫຼີ່ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ໃນການພົບປະຄັ້ງນີ້ທ່ານນາຍົກລັດຖະມົນຕີທັງສອງໄດ້ສຸມໃສ່ການປຶກສາຫາລືກ່ຽວກັບການພົວພັນສອງຝ່າຍຈຳນວນໜື່ງ ແລະ ໄດ້ຢືນຢັນທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນແບບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ເປັນເພື່ອນຮ່ວມຊະຕາກໍາທີ່ມຸ່ງໄປສູ່ອະນາຄົດແຫ່ງການຮ່ວມແຮງຮ່ວມໃຈ ແລະ ຮ່ວມກັນພັດທະນາ ພ້ອມທັງໃຫ້ຄວາມສຳຄັນແກ່ການແບ່ງປັນ, ເອື້ອເຟຶ້ອ ແລະ ການຊ່ວຍເຫຼືອເກື້ອກູນຊຶ່ງກັນ ແລະ ກັນ, ນັບຖືກັນຖານມິດສະຫາຍອ້າຍນ້ອງ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສປປ ລາວ ໄດ້ຮັບຜົນປະໂຫຍດຢ່າງໃຫຍ່ຫຼວງໂດຍກົງກັບນະໂຍບາຍເປີດກວ້າງອັນສະເໝີຕົ້ນສະເໝີປາຍຂອງ ສປ ຈີນ ຕະຫຼອດມາ, ໃນນັ້ນ, ລວມເຖິງນະໂຍບາຍ ບ້ານໃກ້ເຮືອນຄຽງທີ່ດີຂອງ ສປ ຈີນ, ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຂອງປະທານ ສີ ຈິ້ນ ຜິງ ທີ່ເຮັດໃຫ້ ສປປ ລາວ ໄດ້ຮ່ວມກັບ ສປ ຈີນ ກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງຈາກຊາຍແດນຈີນໄປເຖິງນະຄອນຫຼວງວຽງຈັນ ທີ່ມີຄວາມຍາວ 400 ກວ່າກິໂລແມັດ, ຄາດວ່າທ້າຍປີ 2021 ຈະສໍາເລັດ, ເສັ້ນທາງລົດໄຟສາຍນີ້ຈະຜ່ານໄປຫາປະເທດໄທລົງໄປສູ່ບັນດາປະເທດອາຊຽນ. ນີ້ຄືການແກ້ໄຂອັນສິ່ງທ້າທາຍຂອງ ສປປ ລາວ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດໄດ້ ແລະ ໃນບໍ່ດົນນີ້ ສປປ ລາວ ຈະກ້າວຜ່ານຈາກ “ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ” ໄປສູ່ “ປະເທດເຊື່ອມໂຍງເຊື່ອມຈອດ”.

ພ້ອມດຽວກັນນັ້ນ, ໃນວັນດຽວກັນກໍ່ໄດ້ເປັນກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫຼີວ ສີກຸ້ຍ ເລຂາພັກແຂວງໆຫາຍໜານ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ດ້ານການສຶກສາ, ວັດທະນະທຳ-ສັງຄົມ ແລະ ການທ່ອງທ່ຽວ ລະຫວ່າງແຂວງຫາຍໜານກັບ ສປປ ລາວໃຫ້ຫຼາຍຂື້ນ. ໃນໂອກາດດັ່ງກ່າວນີ້ ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ຮຽນເຊີນການນຳພັກແຂວງຫາຍໜານໄປຢ້ຽມຢາມ ສປປ ລາວ ໃນເວລາອັນເໜາະສົມ. ການມາເຂົ້າຮ່ວມກອງປະຊຸມໂປອ່າວ ເພື່ອອາຊີຄັ້ງນີ້ ນອກຈາກໄດ້ພົບປະກັບການນໍາຂອງປະເທດເຈົ້າພາບ ສປ ຈີນ ແລ້ວ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ມີການພົບປະສອງຝ່າຍກັບ ພະນະທ່ານ ລີ ນັກ ຢອນ (Lee Nak-Yon), ນາຍົກລັດຖະມົນຕີ ແຫ່ງ ສ. ເກົາຫຼີ ແລະ ພະນະທ່ານ ຊາວີແອ ແບດເຕີນ (Mr Xavier betel), ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ເພື່ອສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍກັບບັນດາປະເທດເຫຼົ່ານັ້ນໃຫ້ມີບາດກ້າວຂະຫຍາຍຕົວຂື້ນໄປເລື້ອຍໆ. ຫຼັງຈາກພົບປະສອງຝ່າຍແລ້ວ ຄະນະຜູ້ແທນ ກໍ່ໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວສຳຄັນຂອງແຂວງຫາຍໜານຈຳນວນໜຶ່ງ. ຂ່າວ-ພາບ: ກົມຂ່າວກະຊວງການຕ່າງປະເທດ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.