Header Ads

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ລັດຖະມົນຕີພັດທະນາສາກົນ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ນອກແວ


ໃນວັນທີ 29 ມີນາ 2019 ຜ່ານມາ ທີ່ສຳນັກງານນາຍົກລັດຖະ  ມົນຕີ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດັກອິນ ອຸນສະເຕນ (Dag-Inge Ulstein), ລັດຖະມົນຕີພັດທະນາສາກົນ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ນອກແວ ພ້ອມດ້ວຍ ຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.


ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ທ່ານ ດັກອິນ ອຸນສະເຕນ ພ້ອມດ້ວຍຄະນະ ໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ນອກແວ, ຊຶ່ງໄດ້ມີການຈັດຕັ້ງປະຕິບັດແຜນງານຮ່ວມມືສອງຝ່າຍ ບົນພື້ນຖານຂອງຖະແຫຼງການວຽງຈັນ ໂດຍສະເພາະແມ່ນ ການໃຫ້ການຊ່ວຍເຫຼືອໃນຂົງເຂດບູລິມະສິດຂອງ ລັດຖະບານ ສປປ ລາວ ໃນການສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າການແກ່ລັດຖະບານລາວ ໃຫ້ບັນລຸເປົ້າໝາຍສະຫັດສະວັດ ແລະ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2024. ພ້ອມດຽວກັນນີ້, ລັດຖະບານ ແລະ ປະຊາຊົນ ນອກແວ ຍັງໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນວຽກງານການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ໂດຍຜ່ານອົງການ NPA (Norwegian People’s Aid) ແລະ UNDP Trust Fund ຊ່ວຍໃນການເກັບກູ້ລະເບີດ ແລະ ປິ່ນປົວຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ, ການໃຫ້ການຮ່ວມມື ແລະ ຊ່ວຍເຫຼືອທາງດ້ານພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານທົດແທນ, ການຮ່ວມມືດ້ານການຄ້າ ແລະ ການ ລົງທຶນໃນຂອບອາຊຽນ-ນອກແວ. ໃນໂອກາດນີ້, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ສະ ແດງຄວາມຂອບໃຈ ມາຍັງ ລັດຖະບານ ແລະ ປະຊາຊົນ ນອກແວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງສະເໜີໃຫ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຕື່ມອີກ ເປັນຕົ້ນແມ່ນການຊ່ວຍເຫຼືອດ້ານການເກັບກູ້ລະເບີດ ເນື່ອງຈາກວ່າ ສປປ ລາວ ຍັງມີຜູ້ໄດ້ຮັບຜົນກະທົບ ແລະ ຮັບເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ, ຊຸກຍູ້ໂຄສະນາຂົນຂວາຍນັກທຸລະ ກິດ-ນັກລົງທຶນ ແລະ ນັກທ່ອງທ່ຽວ ໃຫ້ມາຢ້ຽມຢາມ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ ແລະ ຊ່ວຍພັດທະນາບຸກຄະລາກອນດ້ານຕ່າງໆໃນຕໍ່ໜ້າ.

ໃນຂະນະດຽວກັນ, ທ່ານລັດຖະມົນຕີ ດັກອິນ ອຸນສະເຕນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານນາຍົກ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ, ທ່ານ ກໍ່ໄດ້ສະແດງຄວາມຮູ້ສຶກຕໍ່ຄວາມສຳຄັນໃນການ ສະ ໜັບສະໜູນສ້າງສົນທິສັນຍາ ວ່າດ້ວຍ ລະເບີດລູກຫວ່ານ ໃນປີ 2008. ນັບແຕ່ນັ້ນມາ ນອກແວ ໄດ້ໃຫ້ການຊ່ວຍ ເຫຼືອໃນຂົງເຂດການເກັບກູ້ລະເບີດບໍ່ທັນແຕກແກ່ ສປປ ລາວ ເປັນຈຳນວນຫຼາຍພໍສົມຄວນ ແລະ ສະແດງຄວາມເຫັນດີຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຕື່ມອີກໃນອານາຄົດ. ຂ່າວ-ພາບ: ກົມຂ່າວ ກະຊວງການຕ່າງປະເທດ
© ໂຕະນໍ້າຊາ | tonamcha.com
___________



Powered by Blogger.