Header Ads

ສາລະວັນ ເຂັ້ມງວດ ກວດກາສານພິດເຈືອປົນໃນອາຫານ ຕາມທ້ອງຕະຫຼາດ


ວັນທີ 19 ມີນາ 2019 ພາກສ່ວນທີ່ກ່ຽວຂ້ອງແຂວງສາລະວັນ ລົງເຄື່ອນໄຫວກວດສານພິດເຈືອປົນໃນອາຫານຄື: ປະເພດອາຫານທະເລ, ພືດ, ຜັກ ແລະສິ້ນສ່ວນສັດ ທີ່ນໍາເຂົ້າຈາກປະເທດເພື່ອນບ້ານ ມາວາງຂາຍຢູ່ຕະຫຼາດເມືອງ ແລະ ແຂວງສາລະວັນ. ນໍາພາໂດຍ ທ່ານ ນາງ ຄໍາພຽນ ພັນທະບູລີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ແລະ ວິຊາການ (ນັກວິໄຈ) ເຂົ້າຮ່ວມ.



ການລົງກວດກາສານຕົກຄ້າງ, ເຈືອປົນ ນໍາສິນຄ້າປະເພດພືດຜັກ ແລະ ສັດ ທີ່ນໍາເຂົ້າຈາກປະເທດເພື່ອນບ້ານ ແລະ ນໍາມາວິໄຈ, ມີອາຫານທະເລ, ປາມຶກ, ກຸ້ງ ແລະ ອື່ນໆ, ໃນນັ້ນສິ້ນສ່ວນສັດທີ່ນໍາມາກວດແມ່ນ ລິ້ນໝູ, ເຄື່ອງໃນໄກ່ພັນ ໂດຍໃຊ້ເວລາວິໄຈ 15 ນາທີ. ຜ່ານການກວດກາ-ວິໄຈ ແມ່ນພົບສານ ຟຣໍມາລິນ ຕົກຄ້າງຢູ່ນໍາປາມຶກ ໃນຈໍານວນ 2 ກິໂລ, ເຊີ່ງເປັນອາຫານທີ່ນໍາເຂົ້າຈາກ ສສ ຫວຽດນາມ ແລະ ສິ້ນສ່ວນສັດປະເພດລີ້ນໝູ ແມ່ນນໍາເຂົ້າຈາກປະເທດໄທ. ສໍາລັບການວິໄຈພືດຜັກ, ໝາກໄມ້ ທີ່ນໍາເຂົ້າຈາກພາຍໃນ ແລະ ປະເທດເພື່ອນບ້ານ ແມ່ນໄດ້ນໍາມາວິໄຈມີຢູ່ 11 ຊະນິດຄື: ຜັກບົວຫົວໃຫຍ່, ຜັກກາດດອກ, ຜັກກາດຫໍ່, ຜັກກະລໍ່າ, ຜັກບົ່ວໃບ, ຜັກຊີ, ໝາກເລັ່ນ, ໝາກນາວ, ໝາກສີດາ, ໝາກກ້ຽງ, ໝາກແອັບເປິ້ນ. ຜ່ານການວິໄຈ ແມ່ນກວດພົບສານເຈືອປົນ ເກີນຄາດໝາຍທີ່ບໍ່ສາມາດບໍລິໂພກໄດ້ແມ່ນມີ: ໝາກເລັ່ນ, ໝາກນາວ, ຜັກກາດຫໍ່ ແລະ ຜັກຊີ ເຊິ່ງໃຊ້ເລວາວິໄຈ 2 ຊົ່ວໂມງ ຈຶ່ງຮູ້ຜົນ ທັງເປັນສິນຄ້ານໍາເຂົ້າຈາກປະເທດໄທ ແລະ ຫວຽດນາມ. ພາຍຫຼັງທີ່ກວດພົບແລ້ວເຈົ້າໜ້າທີ່ ແລະພາກສ່ວນທີ່ກ່ຽວຂ້ອງແມ່ນໄດ້ເຮັດບົດບັນທຶກຕັກເຕືອນເຈົ້າຂອງຮ້ານ ແລະ ຖ້າມີການກວດພົບເທື່ອທີ 2 ແມ່ນຈະໄດ້ປັບໃໝຕາມມູນຄ່າຂອງສິນຄ້າ. ເຊິ່ງສານດັ່ງກ່າວນີ້ໃຊ້ສໍາລັບດອງຊາກສົບບໍ່ໃຫ້ເໜົ່າ ແລະ ຂ້າເຊື້ອໂລກ, ແຕ່ຫາກຄົນ-ສັດ ຫາຍໃຈເອົາ ຫຼື ກິນເຂົ້າໄປ ມັນຈະໄປທໍາລາຍລະບົບຫາຍໃຈ, ຕັບ, ໝາກໄຂ່ຫຼັງ ຫຼື ກໍ່ໃຫ້ເກີດເປັນໂລກມະເລັງ ເປັນຕຸ່ມເປື່ອຍຕາມຜິວໜັງ ແລະ ທໍາລາຍທຸກລະບົບໃນຮ່າງກາຍຂອງຄົນ ແລະ ສັດ. ສຳລັບອາຫານທີ່ກວດພົບສານພິດ ເຈົ້າໜ້າທີ່ຈະໄດ້ນຳໄປທຳລາຍຖີ້ມ.




ທ່ານ ນາງ ຄໍາພຽນ ພັນທະບູລີ ກໍ່ໄດ້ຮຽກຮ້ອງມາຍັງ ແມ່ຄ້າຊາວຂາຍ, ຜູ້ປະກອບການ ເປັນເຈົ້າການໃນການນໍາເອົາສິນຄ້າເຂົ້າມາວາງຂາຍ, ຖ້າເອົາສິນຄ້າປະເພດເຄື່ອງດອງ ແມ່ນໃຫ້ມີການກວດກາຢ່າງລະອຽດ ແລະຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການເຝົ້າລະວັງການລັກລອບ, ຊຸກເຊື່ອງນໍາເຂົ້າສິນຄ້າທີ່ມີສານພິດເຈືອປົນ ພ້ອມທັງກ່າວເຕືອນໃຫ້ພໍ່ແມ່ປະຊາຊົນ ມີສະຕິລະວັງຕົວສູງໃນການຊື້ເຄື່ອງອຸປະໂພກ. ພາບ-ຂ່າວ: ນສພ ສາລະວັນ 



© ໂຕະນໍ້າຊາ | tonamcha.com
___________

Powered by Blogger.