Header Ads

ທະນາຄານໂລກ ສະໜອງທຶນ 72 ລ້ານໂດລາ ພາຍໃຕ້ 3 ໂຄງການ ໃຫ້ແກ່ ສປປ ລາວ



ສປປ ລາວ ຈະໄດ້ຜົນປະໂຫຍດຈາກການສະໜອງເງິນທຶນໃໝ່ ຈຳນວນ 72 ລ້ານໂດລາສະຫະລັດ, ພາຍໃຕ້ສາມໂຄງການທີ່ໄດ້ຮັບການອະນຸມັດໃນມື້ນີ້ ໂດຍຄະນະກໍາມະການສະພາບໍລິຫານຂອງທະນາຄານໂລກ ຊຶ່ງສຸມໃສ່ການຫຼຸດຜ່ອນ ການຂາດໂພຊະນາການໃນເດັກ ແລະ ປັບປຸງການນຳໃຊ້ຊັບພະຍາ ກອນ ແລະ ການໃຫ້ການບໍລິການຈາກພາກລັດ.

ທ່ານ ນາງ ອີເລນ ໂກນສຕິນ (Ellen Goldstein) ຜູ້ອໍານວຍການທະນາຄານໂລກປະຈຳມຽນມາ, ກໍາປູເຈຍ ແລະ ສປປ ລາວ ກ່າວວ່າ “ເດັກນ້ອຍລາວ ຫນຶ່ງໃນສາມ ຍັງມີບັນຫາການຂາດສານອາຫານຊໍ້າເຮື້ອ. ບັນຫາການຂາດໂພຊະນາໃນແມ່ຍິງ ແລະ ເດັກນ້ອຍ ຕີເປັນມູນຄ່າປະມານ 2.4 ສ່ວນຮ້ອຍ ຂອງລາຍຮັບແຫ່ງຊາດຕໍ່ປີ. ພວກເຮົາຕ້ອງການ ທີ່ຈະສະໜັບສະໜູນ ສປປ ລາວ ໃນການພັດທະນາທຶນມະນຸດອັນລໍ້າຄ່າຂອງລາວ ດ້ວຍການແກ້ໄຂປັນຫາການຂາດໂພຊະນາການ. ພວກເຮົາໄດ້ນໍາໃຊ້ວິທີການເຮັດວຽກຮ່ວມກັນຫລາຍຂະແຫນງການ ແລະ ການເຮັດວຽກໂພຊະນາການແບບໜຶ່ງດຽວໃນໄລຍະຍາວ ຊຶ່ງມີຫຼາຍໂຄງການຂອງຂະແໜງການສໍາຄັນຫລັກໆຂອງທະນາຄານໂລກ ຮ່ວມກັນສຸມໃສ່ແກ້ໄຂບັນຫາໂພຊະນາການໃນກຸ່ມຄົວເຮືອນດຽວກັນ ໃນພື້ນທີ່ພູມສັນຖານອັນດຽວກັນ. ພວກເຮົາຄາດຫວັງວ່າການເຮັດວຽກຮ່ວມກັນແບບນີ້ຈະເຮັດໃຫ້ສາມາດລຶບລ້າງການຂາດສານອາຫານຊໍ້າເຮື້ອ (ເຕ້ຍ) ຢ່າງມີປະສິດທິຜົນ.



ບັນດາຄົວເຮືອນໃນສີ່ແຂວງພາກເໜືອ ທີ່ມີລະດັບການຂາດສານອາຫານສູງ ຈະໄດ້ຮັບຜົນປະໂຫຍດ ຈາກໂຄງການສະໜອງນໍ້າປະປາ-ນໍ້າສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ ທີ່ມີມູນຄ່າ 25 ລ້ານໂດລາສະຫະລັດ, ເຊິ່ງຈະຊ່ວຍໃຫ້ສາມາດເຂົ້າເຖິງການບໍລິການສະໜອງນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມທີ່ດີຂຶ້ນ. ບັນດາຄອບຄົວເຫຼົ່ານີ້ ໄດ້ຖືກກຳນົດໃຫ້ເປັນເປົ້າໝາຍຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນຊົນນະບົດ ສປປ ລາວ ຈຳນວນ 27 ລ້ານໂດລາສະຫະລັດ, ເຊິ່ງສະໜັບສະໜູນໃຫ້ແກ່ລັດຖະບານ ສປປ ລາວ ເພື່ອເສີມສ້າງຄວາມເຂັ້ມແຂງທີ່ເປັນພື້ນ ຖານ ຂອງລະບົບການປົກປ້ອງສັງຄົມແຫ່ງຊາດ ແລະ ຈັດຕັ້ງປະຕິບັດໂຄງການໂອນເງິນສົດ ແບບມີເງື່ອນໄຂ ໃຫ້ກຸ່ມເປົ້າໝາຍ ແນໃສ່ເຮັດໃຫ້ວຽກງານໂພຊະນາການໄດ້ມີການປັບປຸງນັບມື້ນັບດີຂຶ້ນກວ່າເກົ່າ.

ວິທີການປັບປຸງໂພຊະນາການແບບຫຼາຍຮູບຫຼາຍສີທີ່ມີສ່ວນຮ່ວມຂອງຫຼາຍພາກສ່ວນ ຫຼື ເອີ້ນວ່າ: ໂພຊະນາການແບບໜຶ່ງດຽວຫຼາຍຂະແໜງການ ຢູ່ແຂວງຊຽງຂວາງ, ຫົວພັນ, ຜົ້ງສາລີ ແລະ ອຸດົມໄຊ. ໃນບັນດາແຂວງເຫຼົ່ານີ້, ການຂາດສານອາຫານແບບຊໍ້າເຮື້ອ ໄດ້ສົ່ງຜົນກະທົບຕໍ່ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ຫຼາຍກວ່າ 40 %  ໂດຍມີຜົນກະທົບທາງລົບໄລຍະຍາວຕໍ່ຄວາມສູງ, ການພັດທະນາດ້ານມັນສະໝອງ ແລະ ຄວາມສາມາດໃນການປະສົບຜົນສໍາເລັດໃນຊີວິດ. ທັງສອງໂຄງການນີ້ ຍັງໄດ້ເອື້ອອຳນວຍໃຫ້ອີກສາມໂຄງການອື່ນທີ່ໄດ້ຮັບການສະໜັບສະໜູນຈາກທະນາຄານໂລກທາງດ້ານສຸຂະພາບ, ການສຶກສາ ແລະ ການຜະລິດອາຫານທີ່ຫຼາກຫຼາຍ.

ໂຄງການສົ່ງເສີມ ຄວາມອາດສາມາດ ໃນການຄຸ້ມຄອງການເງິນແຫ່ງລັດ ຜ່ານລະບົບອີເລັກໂທຣນິກ: ໂຄງການນີ້ຈະໃຊ້ງົບປະມານ ຈຳນວນ 20 ລ້ານໂດລາສະຫະລັດ, ເປັນໂຄງການທີ່ຊ່ວຍການປະຕິຮູບການເງິນແຫ່ງລັດ ທີ່ກຳລັງຈັດຕັ້ງປະຕິບັດຢູ່ ເພື່ອວາງກອບການຄຸ້ມຄອງ-ບໍລິຫານດ້ານການເງິນຂັ້ນພື້ນຖານ.

“ໂຄງການນີ້ ສະໜັບສະໜູນ ລະບົບຂໍ້ມູນຂ່າວສານການຄຸ້ມຄອງການເງິນແບບໃໝ່ ຊຶ່ງຈະຊ່ວຍປັບປຸງການຄວບຄຸມ, ກົງຕໍ່ເວລາ ແລະ ໂປ່ງໃສໃນການລາຍງານການເງິນໃນ ສປປ ລາວ. ນອກຈາກນັ້ນ ໂຄງການຍັງສະໜັບສະໜູນ ແຜນງານສົ່ງເສີມຄວາມອາດສາມາດໃນການຄຸ້ມຄອງການເງິນອີກດ້ວຍ, ທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ກ່າວ ຕື່ມວ່າ: ການຄຸ້ມຄອງການເງິນມີປະສິດທິພາບ ແລະ ໂປ່ງໃສຂຶ້ນກວ່າເກົ່າ ເປັນປະໂຫຍດຕໍ່ປະຊາຊົນທັງໝົດໃນໄລຍະຍາວ, ໂດຍການປັບປຸງການໃຫ້ການບໍລິການຈາກພາກລັດ ແລະ ນໍາໃຊ້ທຶນຂອງລັດໃຫ້ດີຂຶ້ນ, ການກະກຽມ ແລະ ການຈັດຕັ້ງປະຕິບັດໂຄງການນີ້ ໄດ້ຮັບການສະໜັບສະໜູນ ຈາກແຜນງານປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ທີ່ມີທຶນຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ສ້າງຂີດຄວາມສາມາດຈາກ ສະຫະພາບເອີຣົບ. ທີ່ມາ: World Bank  

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.