Header Ads

ໄຟໄໝ້ລາມປ່າຢູ່ເມືອງສັງທອງ ເສຍຫາຍ 300 ກວ່າເຮັກຕາ


ທ່ານ ບົວ​ຄຳ ສີ​ສົງ­ຄາມ ຮອງ​ເຈົ້າ­ເມືອງ​ສັງ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ລາຍ​ງານ​ໃນ​ວັນ​ທີ 18 ມີ­ນາ 2019 ໃຫ້​ຮູ້​ວ່າ: ເມືອງ​ສັງ​ທອງ ເປັນ​ເມືອງ​ໜຶ່ງ​ທີ່​ມີ​ປ່າ­ໄມ້​ປົກ​ຫຸ້ມ​ເປັນ​ສ່ວນ​ໃຫຍ່ ອົງ­ຄະ​ນະ​ພັກ ອົງ­ການ​ປົກ­ຄອງ​ເມືອງ​ສັງ​ທອງ ຈຶ່ງ​ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ປົກ​ປັກ​ຮັກ­ສາ ແລະ ອະ­ນຸ​ຮັກ​ປ່າ­ໄມ້ ໂດຍ​ສະ­ເພາະ​ແມ່ນ ການ​ເອົາ­ໃຈ­ໃສ່​ຕໍ່​ບັນ­ຫາ​ໄຟ​ໄໝ້​ລາມ​ປ່າ ແລະ ໃນ​ໄລ­ຍະ​ຜ່ານ​ມາ ປະ­ຊາ­ຊົນ​ໄດ້​ບຸ­ກລຸກ​ເຂົ້າ​ໄປ​ຕັດ​ໄມ້­ປ່ອງ ແລະ ໄມ້​ອື່ນໆ ເຫັນ​ໄດ້​ບັນ­ຫາ​ດັ່ງ­ກ່າວ​ນັ້ນ ອົງ­ການ​ປົກ­ຄອງ​ເມືອງ​ອອກ​ແຈ້ງ​ການ​ລົງ​ວັນ​ທີ 7 ກຸມ­ພາ 2019 ແລະ ແຕ່ງ­ຕັ້ງ​ຄະ­ນະ​ກຳ­ມະ­ການ​ສະ­ກັດ​ກັ້ນ​ໄຟ​ໄໝ້​ລາມ​ປ່າ​ລົງ​ວັນ​ທີ 22 ກຸມ­ພາ 2019 ເພື່ອ​ປ້ອງ​ກັນ ແລະ ສະ­ກັດ​ກັ້ນ​ໄຟ​ໄໝ້​ລາມ​ປ່າ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໄລ­ຍະ​ລະ­ດູ­ແລ້ງ.

ຍ້ອນ​ສະ­ພາບ​ອາ­ກາດ​ຮ້ອນ​ອົບ­ເອົ້າ ແລະ ປະ­ຊາ­ຊົນ​ຈຳ­ນວນ​ໜຶ່ງ​ໄດ້​ມີ​ການ​ຖາງ​ປ່າ ເພື່ອ​ເຮັດ​ການ​ຜະ­ລິດ​ຈຳ­ນວນ​ໜຶ່ງ ເຂົ້າ​ໄປ​ຫາ​ຊອກ​ຢູ່​ຫາ​ກິນ ຈຶ່ງ​ເປັນ​ສາ­ເຫດ​ໜຶ່ງ​ທີ່​ເຮັດ​ໃຫ້​ເກີດ​ມີ​ໄຟ​ໄໝ້​ລາມ​ເກີດ​ຂຶ້ນ ແຕ່​ພວກ​ເຮົາ​ສາ­ມາດ​ສະ­ກັດ​ກັ້ນ​ໄວ້​ໄດ້​ຈຳ­ນວນ​ໜຶ່ງ​ດັ່ງ­ນີ້: ນັບ​ແຕ່​ວັນ​ທີ 7-13 ມີ­ນາ 2019 ໄດ້​ເກີດ​ມີ​ໄຟ​ໄໝ້​ລາມ​ປ່າ​ທັງ​ໝົດ 11 ຈຸດ​ຄື: ປ່າ​ສະ­ຫງວນ​ພູ​ພະ­ນັງ ເຂດ​ບ້ານ​ເພຍ​ລາດ ແລະ ບ້ານ​ທ່າ​ນາ​ຂາມ ເນື້ອ­ທີ່​ປະ­ມານ 20 ເຮັກ­ຕາ ປ່າ​ປ້ອງ​ກັນ​ພູ­ຜາ​ເດືອນ ເຂດ​ບ້ານ​ເພຍ​ລາດ ເນື້ອ­ທີ່​ປະ­ມານ 22 ເຮັກ­ຕາ ປ່າ​ສະ­ຫງວນ​ພູ​ພະ­ນັງ ເຂດ​ບ້ານ​ຫີນ​ສິ່ວ ເນື້ອ­ທີ່​ປະ­ມານ 10 ເຮັກ­ຕາ ປ່າ​ປ້ອງ​ກັນ​ພູ­ຜາ​ເດືອນ ເຂດ​ບ້ານ​ຫີນ​ສິ່ວ ເນື້ອ­ທີ່​ປະ­ມານ 50 ເຮັກ­ຕາ ປ່າ​ສະ­ຫງວນ​ພູ​ພະ­ນັງ ເຂດ​ບ້ານ​ໄຮ່​ໃຕ້ ເນື້ອ­ທີ່​ປະ­ມານ 56 ເຮັກ­ຕາ ປ່າ​ປ້ອງ​ກັນ​ພູ​ດອນ​ຫໍ ບ້ານ​ອ່າງ​ນ້ອຍ ເນື້ອ­ທີ່​ປະ­ມານ 15 ເຮັກ­ຕາ ປ່າ​ປ້ອງ​ກັນ​ພູ​ຂະ​ຍະ ຈຸດ​ພູ​ສີ​ຖານ ພູ​ເສືອ​ຫ້ວຍ​ຄຳ​ມູນ ເຂດ​ບ້ານ​ຊໍ້ ບ້ານ​ກ້ວຍ ເນື້ອ­ທີ່​ປະ­ມານ 77 ເຮັກ­ຕາ ປ່າ​ປ້ອງ​ກັນ​ພູ­ຜາ​ເດືອນ ເຂດ​ບ້ານ​ສະ​ນອດ ເນື້ອ­ທີ່​ປະ­ມານ 16 ເຮັກ­ຕາ ປ່າ​ປ້ອງ​ກັນ​ພູ­ຜາ​ເດືອນ ເຂດ​ບ້ານ​ທ່າ​ນາ­ສາ ເນື້ອ­ທີ່​ປະ­ມານ 8 ເຮັກ­ຕາ ປ່າ​ສະ­ຫງວນ​ພູ​ພະ­ນັງ ເຂດ​ບ້ານ​ສຳ­ພັນ​ນາ ເນື້ອ­ທີ່​ປະ­ມານ 20 ເຮັກ­ຕາ ແລະ ພູ​ປ່າ​ຊາງ ຫ້ວຍ​ຄຳ​ຫີນ ເຂດ​ບ້ານ​ຫ້ວຍ​ຫາງ ເນື້ອ­ທີ່​ປະ­ມານ 10 ເຮັກ­ຕາ ປະ​ເມີນ​ຜົນ​ເສຍ​ຫາຍ​ເບື້ອງ​ຕົ້ນ ລວມ​ພື້ນ​ທີ່​ທັງ​ໝົດ 304 ເຮັກ­ຕາ ສະ­ພາບ​ຂອງ​ໄຟ​ໄໝ້​ຈະ​ໄໝ້​ແຕ່​ໃບ​ໄມ້​ແຫ້ງ ໄມ້­ປ່ອງ​ທີ່​ຖືກ​ປະ­ຊາ­ຊົນ​ຕັດ ເສດ​ໄມ້­ປ່ອງ ແລະ ຂອນ​ໄມ້​ຕາຍ.


ສຳ­ລັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມອດ​ໄຟ​ໄໝ້​ລາມ​ປ່າ​ຄັ້ງ​ນີ້ ອົງ­ການ​ປົກ­ຄອງ​ເມືອງ ໄດ້​ສົມ­ທົບ​ກັບ​ຄະ­ນະ​ກຳ­ມະ­ການ​ສະ­ກັດ​ກັ້ນ​ໄຟ​ໄໝ້​ລາມ​ປ່າ​ຂັ້ນ​ເມືອງ ເອົາ­ໃຈ­ໃສ່​ໃນ​ການ​ປຸກ­ລະ­ດົມ​ປະ­ຊາ­ຊົນ ທີ່­ຢູ່​ແຕ່​ລະ​ເຂດ​ບ້ານ​ທີ່​ເກີດ​ໄຟ​ໄໝ້ ສົມ­ທົບ​ກັບ​ກຳ­ລັງ​ຂອງ​ພະ­ນັກ­ງານ​ເມືອງ ກອງ​ບັນ­ຊາ​ການ ປກຊ-ປກສ​ເມືອງ ກອງ­ຮ້ອຍ​ທະ­ຫານ​ລາບ 303 ກອງ­ຮ້ອຍ​ຊາຍ​ແດນ 241 ກອງ­ພັນ 511 ແລະ ອຳ­ນາດ​ການ​ປົກ­ຄອງ​ບ້ານ ຕະ­ຫຼອດ​ຮອດ​ປະ­ຊາ­ຊົນ​ເຂົ້າ​ຮ່ວມ​ທັງ​ໝົດ 714 ເທື່ອ​ຄົນ ເພື່ອ​ເຂົ້າ​ໄປ​ສະ­ກັດ​ກັ້ນ ແລະ ມອດ​ໄຟ ທັງ​ເວັນ ແລະ ຄືນ​ໄດ້​ສຳ­ເລັດ ໃນ​ເບື້ອງ​ຕົ້ນ​ປະ​ເມີນ​ໄດ້ 98% ສ່ວນ​ທີ່​ຍັງ​ເຫຼືອ​ບໍ່​ສາ­ມາດ​ດັບ​ໄດ້ ແມ່ນ​ໄຟ​ຍັງ​ໄໝ້​ຕົ້ນ­ໄມ້​ໃຫຍ່​ທີ່​ຕາຍ­ຢືນ​ຕົ້ນ​ເທົ່າ​ນັ້ນ ແຕ່​ພວກ​ເຮົາ​ກໍ່​ໄດ້​ແຕ່ງ­ຕັ້ງ​ພະ­ນັກ­ງານ​ເຝົ້າ​ລະ­ວັງ​ເພື່ອ​ດັບ​ມອດ ແລະ ລາດ­ຕະ­ເວນ​ຕາມ​ເຂດ​ດັ່ງ­ກ່າວ. ທີ່ມາ:  ນສພ ວຽງຈັນໃຫ່ມ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.