Header Ads

ສາມວຽກໃຫຍ່ ທີ່ ຄະນະຊີ້ນໍາໂຄງການສ້າງຍຸດທະສາດ ແຫ່ງຊາດສົ່ງເສີມການມີວຽກເຮັດງານທໍາ ຊົນນະບົດໃນ ສປປ ລາວ ຈະຕ້ອງໄດ້ສຸມໃສ່



ເພື່ອເປັນການສ້າງໂອກາດໃນການເສີມສ້າງວຽກເຮັດ ງານທໍາທີ່ມີຄຸນຄ່າ ແລະ ມີຜະລິດຕະພາບໃນຊົນນະບົດ, ໃນວັນທີ 21 ມີນາ 2019 ທີ່ໂຮງແຮມ ລາວພລາຊ່າ, ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການສ້າງຍຸດທະສາດ ແຫ່ງຊາດສົ່ງເສີມການມີວຽກເຮັດງານທໍາ ຊົນນະບົດໃນ ສປປ ລາວ, ໂດຍການເປັນປະທານຮ່ວມ ທ່ານ ນາງໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາທ່ານ ຮອງເຈົ້າແຂວງ ແຂວງເຊກອງ, ຮອງເຈົ້າແຂວງສະຫວັນນະເຂດ, ຕາງໜ້າຫ້ອງການແຮງງານສາກົນປະຈໍາພາກພື້ນ ທີ່ບາງກອກ, ປະເທດໄທ, ຕາງໜ້າອົງການເພື່ອການພັດທະນາ ແລະ ຮ່ວມມື ສະວິດເຊີແລນ ແລະ ບັນດາທ່ານຜູ້ແທນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.



ກອງປະຊຸມດັ່ງກ່າວ, ແມ່ນເພື່ອເປັນການສະໜັບສະໜູນການຈັດຕັ້ງປະຕິບັດຖະແຫຼງການວຽງຈັນ ວ່າດ້ວຍ ການຫັນປ່ຽນຈາກການຈ້າງງານນອກລະບົບໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມມີ ວຽກເຮັດງານທໍາທີ່ມີຄຸນຄ່າ ແລະ ເປັນທຳໃນອາຊຽນ ເຊິ່ງອົງການແຮງງານສາກົນ ໄດ້ມີບົດບາດສໍາຄັນ ໃນການກໍານົດ ແລະ ວາງແຜນຍຸດທະສາດດັ່ງກ່າວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນງານການ ສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທໍາ ໃນ ສປປ ລາວໄລຍະ 2017-2021 ໃນບູລິມະສິດທີ 1 ແມ່ນ ສົ່ງເສີມການມີວຽກເຮັດງານທໍາ ແລະ ພັດທະນາສີມືແຮງງານໃຫ້ສອດຄ່ອງກັບຄວາມຕ້ອງການ ຂອງຕະ ຫຼາດແຮງງານ ເຊິ່ງໂຄງການສ້າງຍຸດທະສາດແຫ່ງຊາດ ສົ່ງເສີມການມີວຽກເຮັດງານທໍາ ໃນຊົນນະບົດ ໃນ ສປປ ລາວ ເພື່ອສ້າງໂອກາດການມີວຽກເຮັດທີ່ມີຄຸນຄ່າ ແລະ ມີຜະລິດຕະພາບໃນຊົນນະບົດ ກໍແມ່ນ ໂຄງການ ທີ່ອົງການແຮງງານສາກົນ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມື ສະວິດເຊີແລນ ໄດ້ໃຫ້ ການສະໜັບສະໜູນ, ໂດຍສືບຕໍ່ຈັດຕັ້ງປະຕິບັດກິດຈະກໍາໂຄງການທົດລອງສົ່ງເສີມການສ້າງລາຍ ໄດ້ ແລະ ການມີວຽກເຮັດງານທໍາຢູ່ຊົນນະບົດ ເພື່ອຫຼຸດຜ່ອນຄວາມທຸກຍາກ ຢູ່ແຂວງເຊກອງ ທີ່ປະຕິບັດ ແຕ່ປີ 2011-2016 ແລະ ໄດ້ສໍາລັບໂຄງການນີ້ແລະ ຈະໄດ້ຂະຫຍາຍມາຈັດຕັ້ງປະຕິບັດເພີ່ມຢູ່ ແຂວງສະຫວັນນະເຂດ ໂດຍເລີ່ມປະຕິບັດມາແຕ່ເດືອນພຶດສະພາ 2017 ແລະ ຈະສິ້ນສຸດ ໃນເດືອນເມສາ 2020. ໂຄງການນີ້ຈະສຸມໃສ່ຈັດຕັ້ງປະຕິບັດໃຫ້ບັນລຸ 3 ຄາດໝາຍຜົນໄດ້ຮັບລຸ່ມນີ້:



1) ປະຊາຊົນໃນຊົນນະບົດເປົ້າໝາຍໃນແຂວງເຊກອງ ແລະ ສະຫວັນນະເຂດ ມີໂອກາດໃນການ ຈ້າງງານທີ່ມີຄຸນຄ່າເປັນທຳ ແລະ ມີລາຍໄດ້ເພີ່ມຂື້ນ ຈາກການຈັດຕັ້ງ ປະຕິບັດວິທີການສະໜັບ ສະໜູນແບບປະສົມປະສານ.

2) ແຜນຍຸດທະສາດແຫ່ງຊາດເພື່ອສົ່ງເສີມການມີວຽກເຮັດງານທໍາໃນຊົນນະບົດໄດ້ ຮັບບການພັດ ທະນາ ແລະ ຮັບຮອງ, ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຖະແຫຼງການອາຊຽນ ວ່າດ້ວຍ ການສົ່ງເສີມ ການມີວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳ: ການຫັນປ່ຽນຈາກການຈ້າງງານ ນອກລະບົບ ສູ່ການຈ້າງງານໃນລະບົບ.

3) ເພີ່ມທະວີການສ້າງຖານຄວາມຮັບຮູ້ ແລະ ແລກປ່ຽນຄວາມຮູ້ ເພື່ອຊຸກຍູ້ການສ້າງວຽກເຮັດງານ ທຳໃນຊົນນະບົດ ໃນ ສປປ ລາວ.



ໂອກາດທີ່ ທ່ານ ນ. ໃບຄຳ ຂັດທິດຍະ ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ອົງການແຮງງານສາກົນ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມື ສະວິດເຊີແລນ ທີ່ໃຫ້ການສະໜັບສະໜູນທາງດ້ານທຶນຮອນ ແລະ ວິຊາການໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແລະ ກໍ່ເຊື່ອໝັ້ນວ່າທັງສອງອົງການຍັງຈະສືບ ຕໍ່ໃຫ້ການຊ່ວຍເຫຼືອ ໃນການປະຕິບັດໂຄງການກ່ຽວກັບການພັດທະນາສີມືແຮງງານ ແລະ ຈັດຫາງານສືບຕໍ່ໄປ ເພື່ອປະກອບສ່ວນໃນການປະຕິບັດແຜນງານແຫ່ງຊາດ ກ່ຽວກັບການລືບລ້າງຄວາມທຸກຍາກ ຢູ່ ສ ປ ປ ລາວ ໃຫ້ສຳເລັດຜົນຕາມຄາດໜາຍທີ່ລັດຖະບານ ກຳນົດໄວ້. ພາບ-ຂ່າວ: ເພັດສະໄໝ 

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.