Header Ads

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນມີນາ 2019 ໄດ້ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນ



ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມີນາ 2019 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ແລະ ປິດລົງໃນວັນທີ 21 ມີນານີ້ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.  ກອງປະຊຸມລັດຖະບານສະໄໝສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນຄື:



1. ບົດລາຍງານຄວາມຄືບໜ້າ ກ່ຽວກັບການຈັດຕັ້ງປະຕິບັດ ການຮ່ວມມືຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງໃນປີ 2018 ແລະທິດທາງຮ່ວມມືປີ 2019.
2. ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ການຊ່ວຍເຫຼືອທາງການເພື່ອການພັດທະນາ.
3. ຮ່າງດຳລັດ ວ່າດ້ວຍການເຂົ້າເຖິງຂໍ້ມູນຂ່າວສານສິນເຊື່ອ.
4. ຮ່າງກົດໝາຍ ວ່າດ້ວຍເອກະສານແຫ່ງຊາດສະບັບໃໝ່.
5. ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງສ່ວຍສາອາກອນສະບັບປັບປຸງ. 
6. ຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ ສະບັບສ້າງໃໝ່.
7. ຮ່າງກົດໝາຍ ວ່າດ້ວຍອາກອນຊົມໃຊ້ ສະບັບສ້າງໃໝ່.

ກອງປະຊຸມລັດຖະບານໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບພົ້ນເດັ່ນຈາກຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນການປ່ຽນແປງຂອງສະພາບດິນຟ້າອາກາດ ໂດຍສະເພາະການເພີ່ມຂຶ້ນຂອງມົນລະພິດທາງອາກາດເຊິ່ງເກີິນມາດຕະຖານກໍານົດ ເປັນຕົ້ນຄ່າຄວາມເຂັ້ມຂຸ້ນຂອງຝຸ່ນລະອອງ PM 2.5 ມີຄ່າສູງກວ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ກໍານົດ ຄື 50 ມິລີກຣາມຕໍ່ແມັດກ້ອນ. ສາຍເຫດຕົ້ນຕໍຍ້ອນມີໄຟໃໝ້ປ່າຢູ່ຂອບເຂດນະຄອນຫຼວງວຽງຈັນ, ມົນລະພິດຂ້າມຊາຍແດນ. ນອກນັ້ນຍັງມີການຈູດເຟືອງ, ຈູດຂີ້ເຫຍື້ອຊະຊາຍໃນຂອບເຂດທົ່ວປະເທດ; ການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ; ປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນບັນຫາຢາເສບຕິດ ແລະອື່ນໆ; ສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນ. 



ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ມີຄວາມເປັນເອກະພາບສູງ ເພື່ອກໍານົດມາດຕະການແກ້ໄຂ ເປັນຕົ້ນໃຫ້ເອົາໃຈໃສ່ໃນການແຈ້ງເຕືອນ, ອອກຂ່າວຢ່າງເປັນປົກກະຕິ ເພື່ອໃຫ້ປະຊາຊົນຮັບຮູ້, ມີສະຕິລະວັງຕົວ ແລະ ຮູ້ຈັກວິທີປ້ອງກັນຕົວເອງຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ໂດຍສະເພາະ ນັກຮຽນ-ນັກສຶກສາ ແລະຜູ້ສູງອາຍຸ; ກ່ຽວກັບການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກກາຢູ່ບັນດາປະເທດໃກ້ຄຽງ ເຖິງວ່າຈະບໍ່ມີກໍລະນີເກີດຂຶ້ນຢູ່ ສປປ ລາວ ກໍ່ຕາມ, ແຕ່ຕ້ອງມີມາດຕະການປ້ອງກັນໂດຍໄວ ແລະ ເຂັ້ມງວດຕາມດ່ານຕ່າງໆ ພ້ອມທັງ ກວດກາໃນຕະຫຼາດ ຖ້າພົບເຫັນແມ່ນໃຫ້ມີມາດຕະການແກ້ໄຂຢ່າງເດັດຂາດ.
ນອກນັ້ນໃຫ້ກວດກາຄືນການນໍາເຂົ້າສິນຄ້າປະເພດໝາກໄມ້ ພືດ, ສັດ ແລະ ອື່ນໆ ທີ່ເຈືອປົນສານເຄມີ. ພ້ອມດຽວກັນນັ້ນໃຫ້ບັນດາກະຊວງ ແລະອົງການປົກຄອງທ້ອງຖິ່ນ ເພີ່ມທະວີຄວາມເອົາໃຈໃສ່ ແລະມີສ່ວນຮ່ວມຢ່າງເປັນເຈົ້າການໃນການແກ້ໄຂບັນຫາປະກົດການຫຍໍ້ຕ່າງໆໃນສັງຄົມ, ເພີ່ມທະວີການສຶກສາອົບຮົມພະນັກງານ, ເຈົ້າໜ້າທີ່ລັດ ແລະ ປະຊາຊົນໃຫ້ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ເດັດດ່ຽວແກ້ໄຂປະກົດການລະເມີດກົດໝາຍ ແລະ ລະບຽບການຕ່າງໆໃຫ້ທັນເວລາ ແລະ ມີປະສິດທິຜົນ. 

ຕໍ່ກັບບົດລາຍງານ ກ່ຽວກັບຄວາມຄືບການຈັດຕັ້ງປະຕິບັດການຮ່ວມມືຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງໃນປີ 2018 ແລະ ທິດທາງຮ່ວມມື ປີ 2019. ກອງປະຊຸມໄດ້ຕີລາຄາວ່າ: ນະໂນບາຍໜຶ່ງແລວ, ໜຶ່ງເສັ້ນທາງແມ່ນມີຄວາມໝາຍ ແລະ ຄວາມສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ. ສະນັ້ນ, ກອງປະຊຸມໄດ້ພິຈາລະນາຮັບຮອງດ້ານຫຼັກການຕໍ່ບົດລາຍງານດັ່ງກ່າວ ແລະຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ. ບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ຄົ້ນຄວ້າຍາດແຍ່ງເອົາໂອກາດ, ການຊ່ວຍເຫຼືອ, ການລົງທຶນ ແລະ ການສະໜັບສະໜູນທີ່ຕິດພັນກັບການຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວ; ເອົາໃຈໃສ່ໃຈ້ແຍກບັນດາໂຄງການຊ່ວຍເຫຼືອຕ່າງໆໃຫ້ລະອຽດ, ຈະແຈ້ງ ໂຄງການໃດເປັນໂຄງການຊ່ວຍເຫຼືອລ້າ, ໂຄງການໃດເປັນໂຄງການກູ້ຢືມ ແລະ ການລົງທຶນ ທີ່ພວກເຮົາສາມາດຍາດແຍ່ງໄດ້ ເພື່ອສະເໜີໃຫ້ລັດຖະບານພິຈາລະນາ, ຕົກລົງ; ສຳລັບກົນໄກປະສານງານມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງປະສານງານກັບຂະ ແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອເຮັດວຽກງານດັ່ງກ່າວນີ້ໃຫ້ມີປະສິດທິຜົນ, ມອບໃຫ້ກະຊວງການຕ່າງ ປະເທດເຂົ້າຮ່ວມ ແລະ ຮັບຜິດຊອບວຽກງານການເມືອງ ແລະນະໂຍບາຍ, ມອບໃຫ້ຄະນະກໍາມະການຮ່ວມມື ລາວ-ຈີນ ເປັນຜູ້ປະສານງານ ແລະຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາຮ່າງດໍາລັດວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ການຊ່ວຍເຫຼືອທາງການເພື່ອການພັດທະນາ ສະບັບປັບປຸງ ແລະຮ່າງດໍາລັດວ່າດ້ວຍການເຂົ້າເຖິງຂໍ້ມູນຂ່າວສານສິນເຊື່ອ. ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕື່ມຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນໃຫ້ຮຽບຮຽງຄືນບາງມາດຕາທີ່ເຫັນວ່າຍັງບໍ່ທັນຊັດເຈນ, ຈະແຈ້ງ ແລະ ຄົບຖ້ວນ, ພາຍຫຼັງປັບປຸງແລ້ວໃຫ້ພາກສ່ວນທີ່ກ່ຽວຂ້ອງປະສານສົມທົບກັບລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີຮຽບຮຽງຄືນ ເພື່ອເຮັດໃຫ້ 2 ດໍາລັດດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ ເມື່ອປະກາດໃຊ້ແລ້ວສາມາດປະຕິບັດໄດ້. ສໍາລັບຮ່າງກົດໝາຍ ວ່າດ້ວຍເອກະສານແຫ່ງຊາດ (ສ້າງໃໝ່), ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ (ສ້າງໃໝ່) ແລະ ຮ່າງກົດໝາຍ ວ່າດ້ວຍອາກອນຊົມໃຊ້ (ສ້າງໃໝ່). ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກ ການຮັບຮອງເອົາ 4 ຮ່າງກົດໝາຍດັ່ງກ່າວ ພ້ອມທັງຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອເຮັດໃຫ້ບັນດາຮ່າງກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ ໂດຍມອບໃຫ້ພາກສ່ວນກ່ຽວຂ້ອງປະສານສົມທົບກັບລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາຮຽບຮຽງຄືນ ກ່ອນນໍາສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ພິລາລະນາຮັບຮອງຕາມລະບຽບການ.

ສໍາລັບວຽກງານຈຸດສຸມໃນເດືອນເມສາ 2019, ກອງປະຊຸມໄດ້ເປັນເອກະພາບສູງສຸມໃສ່ຈັດຕັ້ງປະຕິ ບັດວຽກງານດັ່ງນີ້:

1. ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:
  • ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ໂດຍເອົາໃຈໃສ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ໃຫ້ຫຼຸດລົງເທືອລະກ້າວ. 
  • ຄົ້ນຄວ້າກໍານົດ ມາດຕະການທີ່ຊັດເຈນໃນການແກ້ໄຂບັນຫາຕ່າງໆ ເປັນຕົ້ນແມ່ນອຸປະຕິເຫດຕາມທ້ອງຖະໜົນ, ການຂີ້ລັກງັດແງະ, ປຸ້ນຈີ້ຊິ້ງຊັບ, ການຄ້າຂາຍ ແລະ ເສບຢາເສບຕິດ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ, ການບິດເບືອນຄວາມຈິງຂອງສື່ອອນລາຍ ແລະ ອື່ນໆ ເປັນຕົ້ນແມ່ນ ຕ້ອງຮັບປະກັນຄວາມສະຫງົບ. ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນ ໃນໄລຍະບຸນປີໃໝ່ລາວ.

2. ຂົງເຂດເສດຖະກິດ:
  • ສຸມໃສ່ກະຕຸກຊຸກຍູ້ການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານໃນໄຕມາດທີ 2 ໃຫ້ໄດ້ຕາມແຜນທີ່ໄດ້ກໍານົດໄວ້ ໂດຍເຂັ້ມງວດ-ເຂັ້ມງານໃນການຈັດ ຕັ້ງປະຕິບັດບັນດາມາດຕະການທີ່ມີແລ້ວ; 
  • ສືບຕໍ່ຄຸ້ມຄອງອັດຕາແລກປ່ຽນໃຫ້ມີສະຖຽນລະພາບ ແລະ ເໜັງຕີງຢູ່ໃນຂອບທີ່ໄດ້ກໍານົດໄວ້; 
  • ປະສານສົມທົບ ແລະ ຈັດສັນທຶນໃສ່ໂຄງການລົງທຶນຂອງລັດປະຈໍາປີ 2019 ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນໃຫ້ສໍາເລັດໄວ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໂຄງການໃນແຜນໃຫ້ທັນຕາມແຜນການ;
  • ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມລັດຖະບານ ໃນເດືອນກຸມພາ ກ່ຽວກັບການແກ້ໄຂຂອດອຸດຕັນຄວາມສະດວກໃນການດໍາເນີນທຸລະກິດ ທີ່ຕິດພັນກັບ 10 ຕົວຊີວັດໃຫ້ເປັນຮູບປະທໍາໄວຂຶ້ນ;
  • ຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນພັດທະນາ SME ລວມທັງການເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສໍາເລັດໄວ;
  • ສືບຕໍ່ເອົາໃຈໃສ່ຊຸກຍູ້ການຜະລິດລະດູແລ້ງ ໂດຍສົ່ງພະນັກງານວິຊາການໄປຊ່ວຍປະຊາຊົນ ແລະ ຜູ້ປະກອບການທາງດ້ານເຕັກນິກ ແລະ ໃຫ້ຄໍາແນະນໍາ ທີ່ຈໍາເປັນເພື່ອຍູ້ການຜະລິດ ແລະ ການສົ່ງອອກໃຫ້ຫລາຍຂຶ້ນ. 
  • ສືບຕໍ່ປັບປຸງຂອດຂັ້ນ ແລະ ອໍານວຍຄວາມສະດວກໃຫ້ແກ່ການດຶງດູດນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະ ນັກທ່ອງທ່ຽວຈີນ ທີ່ຈະເຂົ້າມາທ່ອງທ່ຽວ ໃຫ້ໄດ້ຫລາຍຂຶ້ນ ເພື່ອນໍາເມັດເງິນເຂົ້າມາກະຕຸ້ນເສດຖະກິດຂອງປະເທດ
  • ສືບຕໍ່ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທາງລົດໄຟລາວ-ຈີນ ເປັນຕົ້ນແມ່ນ ການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການໃຫ້ໄວ ເພື່ອປ້ອງກັນບໍ່ໃຫ້ເກີດຫາງສຽງ ແລະ ສ້າງຜົນກະທົບຕໍ່ການຈັດຕັ້ງປະຕິບັດໂຄງການ.


3. ຂົງເຂດວັດທະນະທໍາ-ສັງຄົມ:

  • ເອົາໃຈໃສ່ວຽກງານກວດກາຢ່າງເຂັ້ມງວດການນໍາເຂົ້າສິ້ນຄ້າອຸປະໂພກ-ບໍລິໂພກ ທີ່ມີຄວາມສ່ຽງຕໍ່ສຸຂະພາບຂອງປະຊາຊົນ ເປັນຕົ້ນແມ່ນການນໍາເຂົ້າສັດ, ພືດຜັກ, ໝາກໄມ້, ຢາປົວພະຍາດ, ເຄື່ອງສໍາອາງ ແລະ ສິນຄ້າປະເພດອື່ນໆ ທີ່ມີຄວາມສ່ຽງ;
  • ສືບຕໍ່ຈັດສັນແບ່ງປັນ ແລະ ແຈກຍາຍເຄື່ອງຊ່ວຍເຫຼືອທີ່ຈໍາເປັນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຕໍ່ໄພພິບັດຢູ່ເມືອງສະໜາມໄຊ, ແຂວງອັດຕະປື ຕາມແຈ້ງການເລກທີ 302/ຫສນຍ, ລົງວັນທີ 20 ກຸມພາ 2019 ທີ່ລັດຖະບານໄດ້ຊີ້ນໍາ.
  • ສືບຕໍ່ຕິດຕາມຢ່າງໃກ້ຊິດກ່ຽວກັບການລະບາດຕ່າງໆ ເປັນຕົ້ນໄຂ້ຍຸງ, ໄຂ້ຫວັດ, ພະຍາດຈາກສັດ ແລະ ອື່ນໆ ທີ່ອາດເກີດໃນຊ່ວງລະດູຮ້ອນ ແລະ ຊ່ວງການປ່ຽນແປງດິນຟ້າອາກາດ.

4. ຂົງເຂດສິ່ງແວດລ້ອມ:
  • ໃຫ້ຕິດຕາມ, ກວດກາ ແລະ ເກືອດຫ້າມການຖາງປ່າ ແລະ ຈູດສິ່ງເສດເຫຼືອ ເພື່ອປ້ອງກັນໄຟໄໝປ່າ ແລະ ສ້າງມົນລະຜິດທາງອາກາດ ຄືເດືອນຜ່ານມາ. 
  • ໃຫ້ຕິດຕາມເຝົ້າລະວັງສະພາບການປ່ຽນແປງສະພາບດິນຟ້າອາກາດຢ່າງເປັນປົກກະຕິ ແລະ ມີການແຈ້ງເຕືອນ ແລະ ແນະນໍາປະຊາຊົນເຖິງຄວາມສ່ຽງ, ວິທີປ້ອງກັນ ແລະ ການແກ້ໄຂຢ່າງຈະແຈ້ງ ແລະ ທັນການ.

5. ຂົງເຂດປົກຄອງ ແລະ ຍຸຕິທໍາ:
  • ສືບຕໍ່ປັບປຸງບັນດາກົດໝາຍ ທີ່ໄດ້ຮັບຮອງໃນກອງປະຊຸມລັດຖະບານ ເທື່ອນີ້ ຈໍານວນ 5 ສະບັບ ທີ່ຈະນໍາໄປພິຈາລະນາໃນກອງປະຊຸມສະພາແຫ່ງຊາດ ເທື່ອທີ 7 ໃຫ້ຄົບຖ້ວນ, ຮັດກຸມ ແລະ ທ່ວງທັນຕາມກໍານົດເວລາ, ພ້ອມທັງສືບຕໍ່ສ້າງນິຕິກໍາລຸ່ມກົດໝາຍທີ່ເລັ່ງດ່ວນໃນຂົງເຂດຕ່າງໆໃຫ້ສໍາເລັດຕາມແຜນການ.
  • ສືບຕໍ່ປັບປຸງກົນໄກປະສານງານ ແລະ ປະສານສົມທົບລະຫວ່າງຂະແໜງຍຸຕິທຳ, ສານ, ໄອຍະການ ແລະ ປ້ອງກັນຄວາມສະຫງົບ ເພື່ອສ້າງສະພາບແວດລ້ອມ, ຄວາມເຊື່ອໝັ້ນ ແລະ ຄວາມຊັດທາຂອງປະຊາຊົນ ໃນການດຳເນີນຂະບວນການຍຸຕິທຳ ຕາມທິດສ້າງລັດທີ່ປົກຄອງດ້ວຍກົດໝາຍ, ຊອກຫາວິທີການ, ມາດຕະການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ມີຜົນສັກສິດທາງດ້ານກົດໝາຍ ໃຫ້ເຂັ້ມງວດ, ມີປະສິດທິຜົນ. 
  • ສືບຕໍ່ປະສານສົມທົບ ແລະ ແກ້ໄຂຄໍາສະເໜີຂອງປະຊາຊົນຜ່ານສາຍດ່ວນຂອງລັດຖະບານ, ຂະແໜງຕ່າງໆ ແລະ ສືສັງຄົມອອນລາຍ ໃຫ້ວ່ອງໄວ ແລະ ແທດຕົວຈິງ;
  • ສືບຕໍ່ຕິດຕາມສະພາບການລັກລອບຕັດໄມ້ ແລະ ຂຸດຄົ້ນຊັບພະຍາກອນທໍາມະຊາດ ທີ່ຜິດກົດໝາຍຢ່າງເຂັ້ມງວດ ໃຫ້ກວດກາແກ້ໄຂການສ່ອງແສງລາຍງານຈາກປະຊາຊົນກ່ຽວກັບການກະທໍາຜິດດັ່ງກ່າວດ້ວຍຄວາມເອົາໃຈໃສ່ ແລະ ວ່ອງໄວ, ກໍລະນີພົບເຫັນການກະທໍາຜິດ ກໍ່ໃຫ້ປະຕິບັດມາດຕະການຢ່າງເຂັ້ມງວດ ຕາມກົດໝາຍ;
  • ເພີ່ມຄວາມຮັບຜິດຊອບຂອງຄະນະນຳຂອງຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນໃນການແກ້ໄຂບັນຫາພົ້ນເດັ່ນຕ່າງໆ ທີ່ເກີດຂຶ້ນໃນເດືອນຜ່ານມາ ເປັນຕົ້ນແມ່ນ ການນຳເຂົ້າຊີ້ນໝູ ທີ່ເປັນພະຍາດ ຢູ່ຕາມດ່ານຊາຍແດນ, ການປະພຶດທີ່ບໍ່ ເໝາະສົມຂອງເຈົ້າໜ້າທີ, ພະນັກງານລັດ ແລະ ອື່ນໆ;
  • ຄົ້ນຄວ້າ ແລະ ແຈ້ງການແນະນໍາກ່ຽວກັບການສະເຫຼີມສະຫຼອງປີໃໝ່ລາວ ບົນພື້ນຖານປະຢັດມັດທະຍັດ ຈໍາກັດໄດ້ການສວຍໂອກາດຂຶ້ນລາຄາສິນຄ້າ, ນໍາເຂົ້າສິນຄ້າບໍ່ຖືກລະບຽບການ, ບັນດາຜົນກະທົບຕໍ່ກຸ່ມຜູ້ຜະລິດ ແລະ ຄ້າຂາຍໝູ ຢູ່ພາຍໃນ ເພາະເກີດມີປະກົດການແຕກຕື່ນຢ້ານກົວ ຍ້ອນບັນຫາພະຍາດອະຫິວາໝູ ຢູ່ປະເທດໃກ້ຄຽງ ແລະ ສາມາດຮັກສາສົ່ງເສີມວັດທະນະທໍາ ແລະ ຮີດຄອງປະເພນີ ອັນດີງາມຂອງຊາດ.


6. ຂົງເຂດການຕ່າງປະເທດ:
  • ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈເລີກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ທີ່ອາດມີຕໍ່ປະເທດເຮົາ, ທັງຄົ້ນຄວ້າກໍານົດທັດສະນະ ແລະ ນໍາໃຊ້ໂອກາດ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ຮ່ວມມື ແລະ ການຊ່ວຍເຫຼືອຈາກເພື່ອນມິດສາກົນ. 
  • ສືບຕໍ່ກະກຽມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາພັກ-ລັດ ເປັນຕົ້ນແມ່ນການກະກຽມໃຫ້ແກ່ການໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ ສປ ຈີນ ຂອງປະທານປະເທດ ແລະ ການເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອ່າວ ປະຈໍາປີ 2019 ທີ່ ສປ ຈີນຂອງນາຍົກລັດຖະມົນ ຕີ . 

7. ເພື່ອຈັດຕັ້ງປະຕິບັດວຽກງານຈຸດສຸມ ຂ້າງເທິງນີ້ໃຫ້ມີປະສິດທິຜົນ, ຂໍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຜັນຂະຫຍາຍມະຕິກອງປະຊຸມລັດຖະ ບານໃນຄັ້ງນີ້ ຢ່າງລະອຽດ ເພື່ອມອບຄວາມຮັບຜິດຊອບໃຫ້ຂະແໜງການກ່ຽວຂ້ອງ ແລະທ້ອງຖິ່ນຕ່າງໆ ໄປຈັດຕັ້ງປະຕິ ບັດໃຫ້ທັນເວລາ ແລະມີປະສິດທິຜົນສູງ. 

ໃນໂອກາດນີ້, ລັດຖະບານຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານຕໍາຫຼວດ, ນັກຮຽນ, ນັກສຶກສາ, ກໍາມະກອນ, ນັກທຸລະກິດທັງພາກລັດ ແລະ ເອກະຊົນ, ບັນດາຊັ້ນຄົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງຍົກສູງນໍ້າໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າປະຕິບັດສິດ ແລະພັນທະຂອງຕົນໃຫ້ຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ, ເພີ່ມທະວີຄວາມສາມັກ ຄີເປັນປຶກແຜ່ນໃນທົ່ວວົງສາຄະນະຍາດແຫ່ງຊາດ, ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາ ແລະສ້າງສາພັດທະ ນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກເຮົາ, ຍົກສູງສະຕິລະວັງຕົວ, ເດັດ ດ່ຽວສະກັດກັ້ນ ແລະ ຕ້ານກົນອຸບາຍແບ່ງແຍກ, ການໃສ່ຮ້າຍປ້າຍສີຂອງພວກຄົນທີ່ບໍ່ຫວັງດີ ຢູ່ພາຍໃນ ແລະຕ່າງປະເທດ. ຂ່າວ-ພາບ: ຈັນທະສອນ ສີຫານາດ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.