Header Ads

ສາລະວັນ ເຂັ້ມງວດການຄຸ້ມຄອງລາຄາສິນຄ້າ ແລະ ນຳເຂົ້າສິນຄ້າ


ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ເຂັ້ມງວດການຄຸ້ມຄອງລາຄາສິນຄ້າ ແລະ ນຳເຂົ້າສິນຄ້າ ໂດຍສະເພາະໄລຍະບຸນປີໃໝ່ລາວ ເພື່ອເຮັດໃຫ້ຜູ້ບໍລິໂພກ, ອຸປະໂພກ, ຜູ້ປະກອບ ແລະ ຜູ້ຜະລິດສິນຄ້າຕ່າງໆ ໄດ້ຮັບຜົນປະໂຫຍດ ແລະ ປະຕິບັດໄປຕາມທິດທາງດຽວກັນ.



ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃຫ້ຮູ້ວ່າ: ເພື່ອຕ້ານ ແລະ ສະກັດກັ້ນ ການປັ່ນປ່ວນ, ກັກຕຸນ, ການສວຍໂອກາດຂຶ້ນລາຄາ ສິນຄ້າສູງເກີນໄປ ໃນໄລຍະບຸນປີໃໝ່ລາວ 2019 ນີ້, ພວກເຮົາໄດ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າຫລາຍປະເພດ ໂດຍສະເພາະ ສິນຄ້າທີ່ມີຜົນກະທົບໄວຕໍ່ການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ເປັນຕົ້ນ: ນໍ້າມັນເຊື້ອໄຟ, ອາຍແກັດ, ເຂົ້າ, ຊີ້ນ (ໝູ, ງົວ, ຄວາຍ), ໄກ່, ປາ ແລະ ພືດພັກຕ່າງໆ, ຖ້າຫາກກວດພົບວ່າມີການຂຶ້ນລາຄາ ຈະມີການປັບໃໝ ຕາມລະບຽບການ ແລະ ສິນຄ້າຕ່າງໆຕ້ອງໄດ້ຕິດສະຫລາກເປັນພາສາລາວ.


ໄປພ້ອມກັນນີ້, ແມ່ນໄດ້ເຂັ້ມງວດໃນການນຳເຂົ້າສິນຄ້າປະເພດຊິ້ນໝູ, ສິ້ນສ່ວນຊີ້ນໝູ ແລະ ສິນຄ້າອື່ນໆ ທີ່ຈະມີຜົນກະທົບຕໍ່ຜູ້ບໍລິໂພກ ແລະ ໄດ້ຢຸດນຳເຂົ້າໃນໄລຍະທີ່ມີພະຍາດໝູລະບາດໃນປະເທດເພື່ອນບ້ານ, ປັດຈຸບັນ ຊີ້ນໝູທີ່ສະໜອງຕະຫລາດຢູ່ແຂວງສາລະວັນ ແມ່ນເປັນໝູ ທີ່ຜູ້ປະກອບການລ້ຽງພາຍໃນ ທີ່ສົ່ງເຂົ້າຕະຫລາດ ແລະ ໄດ້ມີການກວດກາທຸກຄັ້ງກ່ອນຈະນຳຊີ້ນໝູເຂົ້າມາຂາຍໃນຕະຫລາດ. 

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.