Header Ads

ໂຍທາທິການ ແລະ ຂົນສົ່ງ ຈະເດັດດ່ຽວ ແກ້ໄຂປະກົດການຫຍໍ້ທໍ້ ໃນການປະຕິບັດ ໂຄງການລົງທຶນຂອງລັດ



ກອງປະຊຸມວຽກງານໂຍ ທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ປະຈຳ ປີ 2018 ໄດ້ຈັດຂຶ້ນຢ່າງເປັນທາງການ ເມື່ອວັນທີ 28 ມີນານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນ ປະ ທານຂອງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາຫົວໜ້າກົມ, ສະຖາບັນ, ກອງວິຊາການ, ຫົວໜ້າພະແນກ ຍທຂ ແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ສະ ຫຼຸບຕີລາຄາປະເມີນຜົນການ ຈັດຕັ້ງ ປະຕິບັດວຽກງານຂະ ແໜງ ຍທຂ ທົ່ວປະເທດ ປີ 2017, 2018 ຜ່ານມາ ແລະ ຄົ້ນຄ້ວາຈັດຕັ້ງປະຕິບັດແຜນພັດທະນາພື້ນຖານໂຄງລ່າງ ປະຈຳປີ 2019 ຂອງຂະແໜງ ການ ຍທຂ ແລະ ສະຫຼຸບສັງລວມຄວາມຄືບໜ້າການຈັດຕັ້ງປະຕິບັດການແກ້ໄຂບັນຫາຄົງຄ້າງພົ້ນເດັ່ນ (19 ບັນຫາ) ຂອງຂະແໜງການ ຍທຂ ທີ່ໄດ້ສະຫຼຸບສັງລວມໃນກອງປະຊຸມ ຍທຂ ທົ່ວປະເທດ ປະຈຳປີ 2016 ທີ່ຜ່ານມາ ໃນນັ້ນກອງປະຊຸມຈະໄດ້ພ້ອມກັນຄົ້ນຄ້ວາ ແລະ ປຶກສາຫາລື ປະກອບຄຳ ຄິດຄຳເຫັນໃສ່ບັນດາເອກະ ສານທີ່ສຳຄັນຈຳນວນໜຶ່ງຄື: ການສະຫຼຸບຕີລາຄາຜົນການຈັດຕັ້ງ ປະຕິບັດວຽກງານໃນ ປີ 2017, 2018, ການວາງທິດທາງແຜນການປີ 2019 ໂດຍສະເພາະແມ່ນຈັດຕັ້ງປະຕິບັດງົບປະມານການລົງທຶນຂອງລັດຂອງຂະແໜງ ຍທຂ ແລະ ແຜນງົບປະມານກອງທຶນທາງໃນ ປີ 2019 ທີ່ສະພາໄດ້ຮັບຮອງເອົາ ແລະ ລັດຖະບານກໍໄດ້ແຈ້ງການໃຫ້ຈັດຕັ້ງປະຕິບັດ,ສະຫຼຸບສັງລວມຄວາມຄືບໜ້າການແກ້ໄຂ 19 ບັນຫາທີ່ຄົງຄ້າງຂອງຂະແໜງ ຍທຂ ໃນຊຸມປີຜ່ານ ມາ.
ຕິດພັນກັບການເຜີຍແຜ່ 3 ເອກະສານຄື: ເອກະສານສຶກສາອົບຮົມການເມືອງແນວຄິດ ” ເດັດດ່ຽວ ແກ້ໄຂປະກົດການຫຍໍ້ທໍ້ ໃນການປະຕິບັດ ໂຄງການລົງທຶນຂອງລັດດ້ານໂຍທາທິການ ແລະ ຂົນສົ່ງ” ຕາມຄຳແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 02/ຄອສພ,ລົງວັນທີ 4/5/2018,ຮ່າງຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍຄວາມເຂັ້ມງວດຂັ້ນຕອນໃນການຈັດຕັ້ງປະຕິບັດການສຳຫຼວດອອກແບບຂັ້ນຕອນການກໍ່ສ້າງ, ມາດຕະຖານເຕັກ ນິກ, ກຳນົດໜ້າວຽກ, ບໍລິມາດວຽກ ແລະ ລາຄາຫົວໜ່ວຍການກໍ່ສ້າງສ້ອມແປງພື້ນຖານໂຄງລ່າງ ດ້ານ ຍທຂ, ກຳນົດໝາຍລາຄາຫົວໜ່ວຍກໍ່ສ້າງ ແລະ ສ້ອມແປງຂົວທາງຂະແໜງ ຍທຂ (ສະບັບປັບປຸງ 2019) ກອງປະຊຸມຈະໄດ້ດຳເນີນເປັນເວລາ 2 ວັນ ຈຶ່ງຈະສຳເລັດ ບັນດາຜູ້ເຂົ້າຮ່ວມຍັງຈະໄດ້ຮັບຟັງການສະຫຼຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານ 3 ສ້າງຂອງຂະແໜງ ຍທຂ, ເຜີຍແຜ່ເອ ກະສານຂໍ້ຕົກລົງຂອງລັດຖະ ມົນຕີ ສະບັບເລກທີ 2241/ ຍທຂ, ລົງວັນທີ 31/1/2019 ວ່າດ້ວຍການຄຸ້ມຄອງການປຸກສ້າງ (ສະບັບປັບປຸງ 2019) ແລະ ການຄຸ້ມຄອງການອະນຸຍາດປຸກສ້າງປໍ້ານໍ້າມັນ, ການປັບປຸງລະບຽບການ ແລະ ກົນໄກການປະສານງານ ໃນການດຳເນີນທຸລະກິດຂອງຂະແໜງ ຍທຂ ຕາມຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ, ລົງວັນທີ 1/2/2018, ເຜີຍແຜ່ບັນດາເອກະສານກົດ ໝາຍ ແລະ ນິຕິກຳລຸ່ມກົດໝາຍຂອງກະຊວງ ຍທຂ ຈຳນວນໜຶ່ງທີ່ໄດ້ສຳເລັດ ແລະ ຜ່ານການຮັບຮອງ, ປະກາດໃຊ້ ຈາກສະ ພາແຫ່ງຊາດແລ້ວ ພິເສດກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຈາກການນຳຂັ້ນສູງຕື່ມອີກ. ຂ່າວ-ພາບ: ສຳນານ (ນສພ ປະຊາຊົນ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.