Header Ads

ລັດຖະບານກູ້ຢືມເງິນທະນາຄານໂລກ 40 ລ້ານໂດລາສະໜອງສິນເຊື່ອ MSMEs ໄລຍະຟື້ນຕົວຫຼັງວິກິດໂຄວິດ-19

ອີງຕາມການລາຍງານຂອງ ກະຊວງການເງິນວ່າ : ໃນວັນທີ 11 ພະຈິກ 2020 ທີ່ກະຊວງການເງິນ, ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ແລະ ທະນາຄານໂລກ, ໄດ້ລົງນາມສັນຍາເງິນກູ້ຢືມເງິນຈໍານວນ 40 ລ້ານໂດລາສະຫະລັດ, ສະໜອງທຶນສິນເຊື່ອສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເພື່ອເຮັດໃຫ້ຜູ້ປະກອບການທຸລະກິດສາມາດຟື້ນຕົວໃນເບື້ອງຕົ້ນ, ພາຍຫຼັງໄດ້ຮັບຜົນກະທົບຈາກວິກິດໂຄວິດ-19.

ຕາງໜ້າລັດຖະບານ ສປປ ລາວ ລົງນາມໂດຍທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນກັບທ່ານ ນິໂກລາ ປອນຕາລາ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ໂດຍການເຂົ້າຮ່ວມຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຕາງໜ້າຫ້ອງການກະຊວງການເງິນ, ໂຄງການ, ທະນາຄານໂລກ, ແຂກທີ່ກ່ຽວຂ້ອງເຂົ້າຮ່ວມ. 

ການສະໜັບສະໜູນທຶນດັ່ງກ່າວເພື່ອຊ່ວຍໃຫ້ບັນດາທຸລະກິດຂະໜາດນ້ອຍຂອງ ສປປ ລາວ ຫຼຸດພົ້ນຈາກພາວະເສດຖະກິດຖົດຖອຍອັນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19. ໃນຮູບແບບການສະໜອງສິນເຊື່ອສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເພື່ອໃຫ້ຜູ້ປະກອບທຸລະກິດໃນໄລຍະວິກິດພະຍາດແຜ່ລະບາດພະຍາດໂຄວິດ-19 ໄດ້ຟື້ນຕົວໃນເບື້ອງຕົ້ນ ຫຼື ລົງທຶນໃນອຸປະກອນໃໝ່ ຫຼື ການຂະຫຍາຍໂຮງຈັກໂຮງງານ. 

ການສະໜອງທຶນດັ່ງກ່າວຜ່ານໂຄງການການເຂົ້າເຖິງແຫຼ່ງທຶນເພື່ອໃຫ້ການຊ່ວຍເຫຼືອແບບສຸກເສີນ ແລະການຟື້ນຟູຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຊຶ່ງເປັນການຮ່ວມເຮັດວຽກກັບກະຊວງອຸດ ສາຫະກໍາ ແລະ ການຄ້າ ແລະ ບັນດາທະນາຄານທຸລະກິດພາຍໃນປະເທດ, ເພື່ອສະໜອງສິນເຊື່ອໃຫ້ວິສາຫະກິດຂະ ໜາດນ້ອຍ ແລະ ກາງທີ່ພົບຄວາມຫຍຸ້ງຍາກໃນການຮັບມືກັບສະພາບເສດຖະກິດຖົດຖອຍອັນເປັນຜົນຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19. ທຸລະກິດຂະໜາດນ້ອຍມີຄວາມສໍາຄັນຕໍ່ເສດຖະກິດຂອງສປປ ລາວ, ຊຶ່ງປະກອບສ່ວນປະມານ 82 ສ່ວນ ຮ້ອຍເຂົ້າໃນການຈ້າງງານທັງໝົດ, ວິສາຫະກິດເຫຼົ່ານີ້ພົບວ່າຖືກກະທົບຢ່າງໜັກຈາກວິກິດການແຜ່ລະບາດພະຍາດ ໂຄວິດ-19, ວິສາຫະກິດຈໍານວນຫຼາຍໄດ້ປະເຊີນກັບການຫຼຸດລົງຂອງຄວາມຕ້ອງການ ແລະ ລາຍຮັບຢ່າງໄວວາ ແລະ ໄປຈົນເຖິງຕ່ອງໂສ້ການຜະລິດກໍ່ຖືກກະທົບເຊັ່ນກັນ, ໃນໄຕມາດທີສອງຂອງປີ 2020 ການທ່ອງທ່ຽວເກືອບບໍ່ມີການເໜັງຕີງ, ການຈໍາກັດການເຄື່ອນໄຫວໄປມາຂອງພົນລະເມືອງໃນເດືອນເມສາ ແລະ ພຶດສະພາ ເຮັດໃຫ້ຄວາມ ຕ້ອງການດ້ານການບໍລິການຕ່າງໆຖືກຈໍາກັດ ແລະ ເຮັດໃຫ້ການຜະລິດຂອງຫຼາຍວິສາຫະກິດຕ້ອງຍຸ ຕິຊົ່ວຄາວ, ມີຫຼາຍວິສາຫະກິດຕ້ອງປົດພະນັກງານ, ເຈົ້າຂອງວິສາຫະກິດບາງລາຍຕ້ອງໄດ້ປິດກິດຈະການຢ່າງຖາວອນ. 

ໂຄງການໃໝ່ນີ້ຈະສະໜອງແຫຼ່ງທຶນໃຫ້ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຈະເຮັດໜ້າທີ່ປ່ອຍ ກູ້ຕໍ່ໃຫ້ບັນດາວິສາຫະກິດທີ່ສົນໃຈ. ພ້ອມນີ້, ທະນາຄານໂລກຈະສະໜອງການຊ່ວຍເຫຼືອທາງດ້ານວິຊາການເພື່ອ ສ້າງຂີດຄວາມສາມາດໃຫ້ທະນາຄານແຫ່ງສປປ ລາວ ໃນການຄຸ້ມຄອງກົນໄກຄໍ້າປະກັນສິນເຊື່ອ, ຊຶ່ງຈະຊ່ວຍຫຼຸດ ຜ່ອນຄວາມສ່ຽງດ້ານສິນເຊື່ອທີ່ຕິດພັນກັບເງິນກູ້ທີ່ປ່ອຍໃຫ້ພາຍໃຕ້ໂຄງການດັ່ງກ່າວ, ຍັງເປັນການຊ່ວຍໃຫ້ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການສາມາດສືບຕໍ່ສະໜອງການເຂົ້າເຖິງແຫຼ່ງທຶນໄດ້. ນອກຈານີ້, ໂຄງການຍັງຈະສະໜອງການຊ່ວຍເຫຼືອທາງດ້ານວິຊາການເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາທະນາຄານທຸລະກິດ, ທຸລະກິດຂະໜາດນ້ອຍ, ກະຊວງ ອຸດສາຫະກໍາ ແລະການຄ້າ ແລະ ບັນດາສະຖາບັນອື່ນໆ ທີ່ເຂົ້າຮ່ວມໂຄງການ. ພາບ-ຂ່າວ : ກະຊວງການເງິນ 

ທີ່ມາ: ກະຊວງການເງິນ
© ໂຕະນໍ້າຊາ | tonamcha.com
___________
Powered by Blogger.