Header Ads

6 ທັກສະສໍາຄັນ ແລະ ຈໍາເປັນສໍາລັບຜູ້ບໍລິຫານໃນປີ 2021

ເຊື່ອວ່າຜູ້ບໍລິຫານຫຼາຍຄົນຄົງຕ້ອງມີການປັບຕົວບໍ່ຫຼາຍກໍ່ນ້ອຍກັບວິກິດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ຊີວິດ, ທຸລະກິດ ແລະ ລະບົບເສດຖະກິດ ກໍ່ໃຫ້ເກີດປະກົດການໃໝ່ໆທີ່ໂລກຕ້ອງປະເຊີນທົ່ວໂລກໃນປີ 2020,​ເຊິ່ງຜູ້ບໍລິຫານທີ່ມີທັກສະ ແລະ ຄວາມສາມາດກໍຈະຜ່ານວິກິດນີ້ຢ່າງສະບາຍ. ສໍາລັບໃນປີ 2020 ຖືເປັນປີທີ່ຕ້ອງຊາວຍືດຊາວໄຍເອົາໂຕລອດທຸກດ້ານ. ແຕ່ຖ້າເຮົາຄິດວ່າປີ 2020 ວ່າຍາກແລ້ວ ລອງຈິນຕະນາການ 2021 ທີ່ກໍາລັງຈະມາເຖິງນີ້ ຍິ່ງຄາດເດົາຍາກກວ່າເກົ່າ. ມື້ນີ້ tonamcha.co ພາທ່ານມາຮູ້ຈັກ 6 ທັກສະສໍາຄັນ ແລະ ຈໍາເປັນສໍາລັບຜູ້ບໍລິຫານໃນປີ 2021 ທີ່ທັກສະແບບເກົ່າອາດບໍ່ພໍສໍາລັບແຂ່ງຂັນ ຫຼື ບໍລິຫານຈັດການອົງກອນໃຫ້ລອດ:
1. Resilience -ລົ້ມແລ້ວຕ້ອງຮູ້ລຸກໃຫ້ໄວ ການຕື່ມຂື້ນມາຈາກຄວາມລົ້ມແຫຼວ ແລ້ວລຸກໄວຈະມີຜົນປະໂຫຍດຫຼາຍຢ່າງໜ້ອຍຄືມີ “ເວລາ” ເພີ່ມຂື້ນ ພ້ອມທັງມີໂອກາດທົບທວນສິ່ງທີ່ຜິດພາດຜ່ານມາ ເພາະອົງກອນມັກປະສົບຄວາມທ້າທາຍ ແລະ ການແຂ່ງຂັນທີ່ຄາດເດົາໄດ້ຍາກທຸກມື້ນີ້. ສະນັ້ນ,​ຜູ້ບໍລິຫານຕ້ອງລຸກໃຫ້ໄວເພື່ອວາງແຜນປັບຕົວ, ປັບປຖງ ແລະ ປັບປ່ຽນເພື່ອຮັບມືກັບສະຖານະການໂດຍໄວ.​
2. CQ (Cultural Intelligence) - ເຂົ້າໃຈຄວາມຫຼາກຫຼາຍ ເຊື່ອວ່າຜູ້ບໍລິຫານຫຼາຍທ່ານອາດຄຸ້ຍເຄີຍກັບ IQ ຫຼື EQ ແຕ່ມື້ນີ້ໂລກປ່ຽນແລ້ວ ພ້ອມກັບຮຽກຮ້ອງໃຫ້ເຮົາຕ້ອງຮູ້ (Cultural Intelligence) ທີ່ໝາຍເຖິງການເຂົ້າໃຈຄວາມຫຼາກຫຼາຍທັງວັດທະນະທໍາ, ຄວາມຄິດ ແລະ ການເປີດຮັບກຸ່ມເພດຫຼາກຫຼາຍໃຫ້ຫຼາຍຂື້ນ ເພາະຜ່ານມາຫຼາຍອົງກອນມັກໃຫ້ຄວາມສໍາຄັນນ້ອຍ ຫຼື ອາດກີດກັນດ້ວຍຊໍ້າ. CQ ແມ່ນຂະບວນການປັບຕົວ,​ຮັບຟັງ ແລະ ເຂົ້າໃຈຄວາມແຕກຕ່າງເພື່ອນໍາມາວິເຄາະໃນການຕັດສີນໃຈ ຫຼື ເຮັດໃຫ້ເຮົາບໍ່ຕ້ອງຢືດຕິດກັບກົນລະຍຸດເດີມໆ, ຄວາມສໍາເລັດແບບເດີມ ແລະ ການຕັດສີນໃຈແບບເດີມອີກ.
3. Agile - ມີຄວາມຢືດຢຸ່ນສູ່ງ ສິ່ງທີ່ຂາດບໍ່ໄດ້ສໍາລັບຜູ້ບໍລິຫານຍຸກໃໝ່ຄື “ຄວາມຢືດຢຸ່ນ” ເພາະຈະເຮັດໃຫ້ອົງກອນສະມາດປັບຕົວໄປຕາມສະພາບ,​ສະຖານາການ ແລະ ວິກິດທີ່ປະເຊີນຈາກ Now Normal ສູ່ການເບິ່ງ New Normal ແລະ ການເດີນໄປຂ້າງໜ້າເພື່ອກຽມພ້ອມຮັບມືສໍາລັບ Next Normal ເພື່ອຕອບໂຕ້ ແລະ ສື່ສານທີມງານໂດຍມີປະສິດທິພາບຍິ່ງຂື້ນ.
4. Scenario - ການຄາດການແນວໂນ້ມ ມີຄໍາກ່າວວ່າ “ນັກບໍລິຫານທີ່ດີຕ້ອງສາມາດຄາດເດົາສິ່ງທີ່ຈະເກີດໄດ້” ຢ່າງນ້ອຍກໍສາມາດຄາດເດົາການແຂ່ງຂັນກັບຄູ່ແຂ່ງ, ອຸປະສັກ, ກົດໝາຍ,​ພືດຕິກຳຂອງລູກຄ້າ ຫຼື ເຕັກໂນໂລຊີ ໃໝ່ໆທີ່ຈະເຂົ້າມກະທົບເພື່ອໃຫ້ສາມາດປັບຍຸດທະສາດໄດ້ທັນການ. ພ້ອມດຽວກໍຕ້ອງຄາດການ Worst Case Scenario ໃນກໍລະນີອາດເກີດສິ່ງບໍ່ຄາດຄິດຂີດຮ້າຍແຮງ.
5. Fluency of Ideas Skill - ເຄື່ອງຈັກຜະລິດໄອເດຍ ຜູ້ບໍລິຫານຕ້ອງບໍ່ຢຸດຮຽນຮູ້ ໃນຂະນະດຽວກັນກໍຕ້ອງຜະລິດໄອເດຍໃໝ່ໆສະເໝີ ໂດຍບໍ່ຕ້ອງຕິດກັບດັກກອບຄວາມຄິດແບບເກົ່າ ແຕ່ຕ້ອງມີການສະແຫວງຫາແນວຄິດໃໝ່ໆເພື່ອໃຫ້ມີທັງ Input ແລະ Output ໃນເວລາດຽວກັນ ແລະ ສາມາດຕໍ່ຍອດໄອເດຍໜໍນັ້ນໄດ້ຢ່າງມີປະສິດທິພາບ.
6. Originality -ການສ້າງງານທີ່ເປັນເອກະລັກ ງານດີໆລະດັບ Master Piece ໃນໂລກໜ່ວຍນີ້ຈະຖືກນັກກອບປີ້ມືດີຄ່ອຍລັກເອົາໄອເດຍໄປໃຊ໊ ຫຼື ແອບອ້າງເປັນຂອງຕົນເອງ ຫາກງານນັ້ນບໍ່ມີເອກະລັກສະເພາະຕົວຂອງຜູ້ສ້າງ ຫຼື ຜູ້ສ້າງບໍ່ມີຕົວຕົນ ກໍຈະສົ່ງຜົນໃຫ້ວຽກຂອງເຈົ້າຈະຖືກຮຽນແບບຢ່າງງ່າຍ ຫຼື ບໍ່ຈົດຈື່ຈາກຜູ້ຄົນ.​ສະນັ້ນ, ຜູ້ບໍລິຫານຕ້ອງສ້າງງານໃຫ້ມີເອກະລັກ , ມີຄວາມແຕກຕ່າງ ແລະ ຜະລິດໄອເດຍໃໝ່ໆອອກມາສະເໝີ.
© ໂຕະນໍ້າຊາ | tonamcha.com
___________
Powered by Blogger.