Header Ads

5G ຍັງບໍ່ທັນໄດ້ຖືກນຳໃຊ້ເທື່ອ ແຕ່ຈີນໄດ້ປ່ອຍດາວທຽມ 6G ຂຶ້ນໄປເພື່ອທົດລອງໃຊ້ຢູ່ນອກໂລກ

ພາຍຫລັງທີ່ ສປ ຈີນໄດ້ຖືກຂັດຂາໂດຍສະຫະລັດມາເປັນເວລາດົນນານ ແຕ່ທ່ານ ໂດໂນ ທຣຳ ກຳລັງຈະພົ້ນຈາກຕຳແໜ່ງປະທານາທິບໍລິດີ ສ. ອາເມລິກາ ສປ ຈີນກໍເລີ່ມສານຕໍ່ໂຄງການ 5G ແຕ່ຮອບນີ້ໄປເຖິງ 6G. ອິງຕາມການລາຍງານຂອງສໍານັກຂ່າວຈີນວ່າ: ຈີນເລີ່ມທົດລອງໃຊ້ລະບົບເຕັກໂນໂລຢີ 6G ໂດຍການສົ່ງດາວທຽມ 6G ຂອງຕົນໄປທົດລອງນອກໂລກ , ເຊີ່ງດາວທຽມນີ້ມີຊື່ວ່າ "UESTC" ໄດ້ຖືກສົ່ງຂຶ້ນສູ່ວົງໂຄຈອນໂດຍຈະລວດ "Long March 6" ຈາກສະຖານີອະວະກາດ Taiyuan ໃນວັນສຸກທີ່ຜ່ານມາພ້ອມກັບດາວທຽມອີກ 12 ໜ່ວຍ. ດາວທຽມ UESTC, ເຊິ່ງເອີ້ນວ່າ Star-Era- 12 ໄດ້ຖືກຕັ້ງຊື່ຕາມມະຫາວິທະຍາໄລວິທະຍາສາດ ແລະ ເອເລັກໂຕຣນິກຈີນ ຫຼື UESTC. ສໍາລັບຄວາມໄວ 6G ຂອງຈີນແມ່ນໄວກ່ວາຄວາມໄວສະເລ່ຍຂອງເຕັກໂນໂລຢີ 5G 100 ເທື່ອ, ໃນຂະນະທີ່ 5G ປຽບທຽບກັບ 4G ແລະ ມັນໄວກ່ວາເກົ່າ 10 ເທົ່າ, ເຊຶ່ງໝາຍຄວາມວ່າມັນໄວກ່ວາ 1,000 ເທົ່າກັບ 4G ທີ່ພວກເຮົາກຳລັງໃຊ້ຢູ່ໃນຕອນນີ້ , ຖືວ່າ ສປ ຈີນຂ້ອນຂ້າງໄປນໍາໜ້າກວ່າຫຼາຍປະເທດໃນໂລກ.
© ໂຕະນໍ້າຊາ | tonamcha.com
___________
Powered by Blogger.