Header Ads




ລັດຖະບານ ສືບຕໍ່ປະຕິບັດບັນດາມາດຕະການປິດເມືອງ ລັອກດາວ ອອກໄປຕື່ມ 15 ວັນ ເລີ່ມແຕ່ເວລາ 00 ໂມງ ຂອງວັນທີ 21 ພຶດສະພາ ຫາ ເວລາ 24:00 ໂມງ ຂອງວັນທີ 4 ມິຖຸນາ 2021, ພ້ອມທັງ ຍົກລະດັບມາດຕະການໃນການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຜ່ອນຜັນບາງມາດຕະການຢູ່ບາງບໍລິເວນ.


ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ ວັນທີ 21 ພຶດສະພາ ຫາ ວັນທີ 4 ມິຖຸນາ 2021 ກ່າວໃນພິທີຖະແຫລງຂ່າວ ໃນວັນທີ 20 ພຶດສະພາ 2021 ນີ້ວ່າ: ວັນທີ 20 ພຶດ ສະພາ 2021 ເປັນມື້ສຸດທ້າຍ ຂອງການສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄຳສັ່ງຂອງນາຍົກ ລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ມາດຕະການຕ່າງໆ ທີ່ບັນດາຂະ ແໜງການ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ວາງອອກ ເຊິ່ງຜ່ານການຈັດຕັ້ງປະຕິບັດ ເຫັນວ່າການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ລວມທັງພາກລັດ, ພາກທຸລະກິດ ແລະ ສັງຄົມ ລ້ວນແຕ່ໄດ້ປະຕິບັດໜ້າທີ່ ແລະ ພັນທະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ການລະບາດມີທ່າອ່ຽງຫລຸດລົງຢູ່ບາງແຂວງ.


ແຕ່ເຖິງຢ່າງໃດກໍຕາມ ສະພາບການລະບາດ ກໍຍັງສືບຕໍ່ແຜ່ລາມໃນຊຸມຊົນເປັນວົງກວ້າງ ແລະ ຢູ່ບາງບໍລິເວນໃນທົ່ວປະເທດ ໂດຍສະເພາະ ຢູ່ນະຄອນຫລວງວຽງຈັນ, ຊຶ່ງເຮັດໃຫ້ການຄວບຄຸມ ແລະ ສະ ກັດກັ້ນການລະບາດມີຄວາມຫຍຸ້ງຍາກຂຶ້ນ, ແກ່ຍາວເວລາມາດົນສົມຄວນ ອັນໄດ້ສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງຊາດ, ລວມທັງການທຳມາຫາກິນ, ສຸຂະພາບ ແລະ ຊີວິດອິນຊີຂອງປະຊາຊົນບໍ່ໜ້ອຍ. ຕໍ່ສະພາບການລະບາດດັ່ງກ່າວ, ລັດຖະບານ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 406/ຫສນຍ, ລົງວັນທີ 26 ເມສາ 2021, ແຈ້ງການ ສະບັບເລກທີ 462/ຫສນຍ, ລົງວັນທີ 5 ພຶດສະພາ 2021 ແລະ ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມ 15 ວັນ ເລີ່ມແຕ່ເວລາ 00 ໂມງ ຂອງວັນທີ 21 ພຶດສະພາ ຫາ ເວລາ 24:00 ໂມງ ຂອງວັນທີ 4 ມິຖຸນາ 2021, ພ້ອມທັງ ຍົກລະດັບມາດຕະການ ໃນການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ຜ່ອນຜັນບາງມາດຕະການ ຢູ່ບາງບໍລິເວນ ດັ່ງນີ້:


ສຳລັບມາດຕະການເພີ່ມເຕີມ ມີດັ່ງນີ້:


1. ປິດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ກາຊິໂນ ແລະ ຮ້ານເກມທຸກປະເພດ.


2. ເຂດໃດ ແລະ ບ້ານໃດ ທີ່ຖືກກຳນົດເປັນເຂດແດງ ໃຫ້ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ, ຍົກເວັ້ນໂຮງງານທີ່ມີຫໍພັກຂອງແຮງງານຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ. ໃນໄລຍະພັກວຽກນີ້, ໃຫ້ຜູ້ປະກອບການຂອງບັນດາໂຮງງານ, ຫົວໜ່ວຍການຜະລິດທີ່ປິດ ມີລະບຽບການໃນການຄຸ້ມຄອງແຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ (ໃຫ້ພັກຢູ່ທີ່ຫໍພັກຂອງຕົນ) ແລະ ປະຕິບັດນະ ໂຍບາຍສະຫວັດດີການ ໃຫ້ແກ່ແຮງງານເຫລົ່ານັ້ນ ຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ ຂອງຂະແໜງ ການກ່ຽວຂ້ອງຂອງລັດ ວາງອອກ.


3. ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ທ້ອງຖິ່ນ ຫລື ເຂດທີ່ມີການຕິດເຊື້ອ (ເຂດແດງ) ຫລື ເຂດທີ່ມີຄວາມສ່ຽງ (ເຂດເຫລືອງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດ ຈາກອົງການປົກຄອງທ້ອງ ຖິ່ນທີ່ກ່ຽວຂ້ອງດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ ເຊັ່ນ: ການຂົນສົ່ງສິນຄ້າ ແລະ ສົ່ງສະບຽງອາຫານ, ໄປໂຮງໝໍ, ໄປຮັບວັກແຊງ ແຕ່ໃຫ້ຂະ ແໜງສາທາລະນະສຸກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຕັ້ງດ່ານເພື່ອກວດສຸຂະພາບ, ເອກະສານທີ່ກ່ຽວຂ້ອງ ແລະ ເກັບກໍາຂໍ້ມູນ ຢ່າງຮັດກຸມ.


4. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫລື ກິດຈະກໍາຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫລາຍກວ່າ 10 ຄົນ. ກໍລະນີທີ່ຈະຕ້ອງຈັດກິດຈະກຳໃດໜຶ່ງທີ່ຈຳເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືໃສ່ສະບູ ຫລື ເຈລລ້າງມື້ຄັກແນ່.


5. ຫ້າມຈັດງານລ້ຽງສັງສັນ ຫລື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ ໃນເຂດທີ່ມີການລະບາດ ແລະ ເຂດທີ່ມີຄວາມສ່ຽງ.


6. ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍ ການວັດແທກອຸນຫະພູມ, ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ເຈລລ້າງມື ຢູ່ບັນ ດາຮ້ານຂາຍເຄື່ອງຍ່ອຍ (ມິນິມາດ), ຊູບເປີມາເກັດ, ຕະຫລາດ ແລະ ເຂດສ່ຽງ.


7. ເຫັນດີໃຫ້ສືບຕໍ່ຮັບການຊ່ວຍເຫລືອຈາກຜູ້ປະກອບການ, ສັງຄົມ ແລະ ພາກສ່ວນຕ່າງໆ ແຕ່ໃຫ້ຄະນະສະເພາະກິດ ຄົ້ນ ຄວ້າຮູບແບບການຮັບເຄື່ອງຊ່ວຍເຫລືອດັ່ງກ່າວ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດ.8. ໃຫ້ຄະນະສະເພາະກິດນະຄອນຫລວງວຽງຈັນ ແລະ ບັນດາແຂວງ ອອກຂໍ້ແນະນຳລະອຽດໃນການ ຈັດຕັ້ງປະຕິບັດມາດຕະການຕ່າງໆ ຕາມຄວາມເໝາະສົມຢູ່ແຕ່ລະເປົ້າໝາຍ ກໍຄືຢູ່ແຕ່ລະເຂດ ເຊັ່ນ: ເຂດແດງ, ເຂດເຫລືອງ ແລະ ເຂດຂຽວ.


ສ່ວນມາດຕະການຜ່ອນຜັນ ມີດັ່ງນີ້:


1. ທ້ອງຖິ່ນໃດທີ່ບໍ່ມີການລະບາດໃນຊຸມຊົນ ໃຫ້ສາມາດເດີນທາງເຂົ້າ-ອອກ ພາຍໃນທ້ອງຖິ່ນຕົນໄດ້ປົກກະຕິ.

2. ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກລະຫວ່າງແຂວງຕໍ່ແຂວງ ທີ່ບໍ່ມີການລະບາດໃນຊຸມຊົນ.

3. ສຳລັບຮ້ານອາຫານ ແລະ ຮ້ານກາເຟ ໃຫ້ເປີດສະເພາະແຕ່ຜູ້ສັ່ງກັບເມືອເຮືອນຕົນ ຫລື ມີບໍລິການສົ່ງເຖິງສະຖານທີ່ເທົ່ານັ້ນ. ຫ້າມບໍ່ໃຫ້ລູກຄ້ານັ່ງກິນ-ດື່ມ ຢູ່ໃນຮ້ານອາຫານ ຫລື ຮ້ານກາເຟ ເປັນອັນຂາດ.


4. ອະນຸຍາດເປີດການຮຽນ-ການສອນ ຢູ່ສະຖານການສຶກສາ ຢູ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ 14 ວັນ ຜ່ານມາ.

5. ອະນຸຍາດໃຫ້ອອກກຳ ລັງກາຍ, ຫລີ້ນກິລາຢູ່ກາງແຈ້ງ ເຊັ່ນ: ຍ່າງອອກກຳລັງກາຍຢູ່ຕາມສະຖານທີ່ຕ່າງໆ, ການຫລິ້ນກິລາກ໊ອບ, ເຕະບານ, ກິລາອື່ນໆ. ແຕ່ໃຫ້ເຈົ້າພາບຂອງສະຖານທີ່ດັ່ງກ່າວ ສ້າງແຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ, ປ້ອງກັນພະຍາດໂຄວິດ-19 ຢ່າງເຄັ່ງຄັດ ແລ້ວສະເໜີຕໍ່ຄະນະສະເພາະກິດ ແລະ ອົງການປົກຄອງທ້ອງຖິ່ນ ເປັນຜູ້ພິຈາລະນາອະນຸມັດ ເປັນແຕ່ລະກໍລະນີໄປ.


6. ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງແຂວງຕໍ່ແຂວງ ສາມາດສົ່ງສິນຄ້າເຖິງປາຍທາງໄດ້ ບໍ່ຈຳເປັນຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດໂຄວິດ-19 ແລະ ບໍ່ຈຳກັດບໍ ລິເວນ ຢູ່ແຂວງປາຍທາງ 14 ວັນ, ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.


ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງປະຕິບັດເປັນເອກະພາບ ຕາມຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.


ກ່ຽວກັບມາດຕະການຈັດຕັ້ງປະຕິບັດແຈ້ງການສະບັບນີ້, ມອບໃຫ້ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ລວມທັງຢູ່ຂັ້ນເມືອງ, ບ້ານ ຫລື ເຈົ້າໜ້າທີ່ໜ່ວຍປະຕິບັດງານ ຢູ່ແຕ່ລະຂັ້ນ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ ແລະ ພັນທະຂອງຕົນຕາມມາດຕະການທີ່ລັດຖະບານ ກໍຄື ຄະນະສະ ເພາະກິດວາງອອກຢ່າງເຂັ້ມງວດ, ກໍລະນີພົບເຫັນມີຜູ້ລະເມີດ ແມ່ນຕ້ອງດຳເນີນຕາມມາດຕະການ, ຕາມກົດໝາຍ ແລະ ລະບຽບການ ກໍານົດ ຢ່າງເຂັ້ມງວດ.


ເພື່ອໃຫ້ບັນລຸຄາດໝາຍລວມໃນການຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນໃຫ້ມີຜູ້ຕິດເຊື້ອໜ້ອຍທີ່ສຸດ, ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ທຸກຄົນໃນສັງຄົມໄດ້ກັບມາໃຊ້ຊິວິດປົກກະຕິພາຍໃຕ້ເງື່ອນໄຂໃໝ່ (New Normal) ໄດ້ໄວ, ລັດຖະບານ ກໍຄືຄະນະສະເພາະກິດ ໄດ້ຮຽກຮ້ອງມາຍັງທຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ອົດທົນນຳກັນອີກຄັ້ງໜຶ່ງ, ພ້ອມກັນປະຕິບັດມາດຕະການທີ່ກ່າວມານັ້ນ ຢ່າງເອົາຈິງເອົາຈັງ ແລະ ເຂັ້ມງວດ.


ລັດຖະບານຮັບຮູ້ວ່າ ການສືບຕໍ່ແກ່ຍາວເວລາຂອງການປະຕິບັດມາດຕະການຕ່າງໆ ທີ່ວາງອອກ ແນ່ນອນວ່າ ຈະສ້າງຄວາມຫຍຸ້ງຍາກໃຫ້ແກ່ການດຳລົງຊີວິດປະຈຳວັນ, ຖ້າທຸກຄົນ, ທຸກພາກສ່ວນຮ່ວມແຮງຮ່ວມໃຈກັນປະຕິບັດ, ພາຍໃນ 15 ວັນນີ້ ຈະເຮັດໃຫ້ສາມາດຄວບຄຸມ ແລະ ຈຳກັດການລະບາດໄດ້ຢ່າງມີປະສິດທິພາບ. ແຕ່ກົງກັນຂ້າມ ຖ້າພວກເຮົາຍັງລະເຫລີງ, ບໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດແທ້ ພວກເຮົາກໍອາດຈະບໍ່ສາມາດຄວບຄຸມການລະບາດໄວ້ໄດ້ ແລະ ອາດແກ່ຍາວເວລາໄປຕື່ມອີກ ແລະ ສືບຕໍ່ສົ່ງຜົນກະທົບຕໍ່ທຸກພາກສ່ວນໃນສັງຄົມ.


ມາດຕະການທີ່ໄດ້ກ່າວມານັ້ນ ມີຜົນສັກສິດນັບແຕ່ວັນທີ 21 ພຶດສະພາ ຫາວັນທີ 4 ມິຖຸນາ 2021 ແລະ ໃນພາກປະຕິບັດຕົວຈິງ ຈະໄດ້ມີການປະເມີນ, ທົບທວນ ແລະ ດັດປັບ ໃຫ້ເໝາະສົມຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ..]


ທ່ານ ນາງ ທິບພະກອນ ຈັນທະວົງສາ ໄດ້ຮຽກຮ້ອງມາຍັງທຸກການຈັດຕັ້ງ, ທຸກອົງການຂອງພັກ, ລັດ, ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງທາງສັງຄົມ ຈົ່ງເປັນກຳລັງແຮງ ໃນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານວາງອອກ ຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງ ແລະ ຫວັງວ່າການນຳໃຊ້ມາດຕະການຄັ້ງນີ້ ຈະເຮັດໃຫ້ການລະບາດຫລຸດລົງ.


© ໂຕະນໍ້າຊາ | tonamcha.com
 _____
Powered by Blogger.