Header Ads

ວັກຊິນ Pfizer ແລະ Moderna ສາມາດຕ້ານທານຄວາມຮຸນແຮງໂຄວິດ-19 ສາຍພັນອິນເດຍ



ຕາມ​ຂ່າວ​ຈາກ ວໍ​ຊີງ​ຕັນ, ວັນ​ທີ 19​ ພຶດສະພາ​ນີ້, ທ່ານ ​ແອນ​ໂທ​ນີ ​ເຟົາຊີ, ​ຫົວ​ໜ້າ​ແພດໝໍ​ຂອງ​ຄະນະ​ປະຕິບັດ​ງານ​ເພື່ອ​ຄວບ​ຄຸມ ​ໂຄ​ວິດ-19 ຂອງທຳນຽບຂາວ ​ສ.ອາ​ເມ​ລິ​ກາ ​ເປີດ​ເຜີຍ​ວ່າ: ວັກ​ຊີນປ້ອງ​ກັນ​ໂຄ​ວິດ-19 ຂອງ​ໄຟ​ເຊີ (Pfizer) ​ແລະ ​ໂມ​ເດີ​ນາ (Moderna ) ປ້ອງ​ກັນຕິດ​ເຊື້ອບາງ​ສ່ວນ ​ແລະ ຕ້ານທານ​ຕໍ່ຄວາມ​ຮຸນ​ແຮງ​ ຂອງ​ໂຄ​ວິດ-19ສາຍ​ພັນ B.1.617 ທີ່​ກວດ​ພົບ​ໃນອິນ​ເດຍໄດ້​ຢ່າງ​ມີ​ປະສິດທິພາບ ໃນ​ການ​ສະກັດ​ກັ້ນບໍ່​ໃຫ້​ເກີດ​ອາການ​ເຈັບຂັ້ນຮຸນ​ແຮງ, ຫລຸດ​ອັດຕາ​ການ​ປິ່ນປົວ​ໃນ​ໂຮງໝໍລວມ​ເຖິງອັດຕາ​ການ​ເສຍ​ຊີວິດຈາກ​ໂຄ​ວິດ-19 ພາຍຫລັງ​ໄດ້​ເຜີຍ​ແຜ່​ໃນ​ບົດ​ຄວາມ​ວິ​ໄຈ​ເທິງ​ເວັບ​ໄຊ bioRxiv.org ​ແລະ ຢູ່​ລະຫວ່າງ​ການ​ປະ​ເມີນ​ຈາກ​ຜູ້​ຊ່ຽວຊານ.

 

ແຫຼ່ງທີ່ມາ: ຂປລ

© ໂຕະນໍ້າຊາ | tonamcha.com
 _____
Powered by Blogger.