Header Ads

ສປປ ລາວ ຈະໄດ້ຮັບວັກຊິນໄຟເຊີ Pfizer ຈຳນວນ 100.620 ໂດສຈາກໂຄງການໂຄແວັກ ໃນໄວໆນີ້



ມື້ນີ້ (31 ພຶດສະພາ 2021) ສູນຂ່າວສານການແພດສຸຂະສຶກສາ ລາຍງານວ່າ : ເພື່ອເປັນການກຽມພ້ອມຮັບວັກຊີນກັນພະຍາດໂຄວິດ-19 ຄັ້ງຕໍ່ໄປຈາກ COVAX, ກະຊວງສາທາລະນະສຸກ ໄດ້ຮັບການຊ່ວຍເຫຼືອທາງດ້ານຕູ້ແຊ່ທາງການແພດ ທີ່ມີຄວາມສາມາດໃນການເກັບຮັກສາວັກຊີນໃຫ້ຢູ່ໃນອຸນຫະພູມ -70 °C ຈໍານວນ 3  ເຄື່ອງ. 


ອົງການອະນາໄມໂລກປະຈຳ ສປປ ລາວ ໄດ້ມອບຕູ້ແຊ່ UCC (Ultra Cold Chain) ດັ່ງກ່າວໃຫ້ ຂະແໜງກັນພະຍາດດ້ວຍວັກຊີນ,  ສູນສຸຂະພາບແມ່ ແລະ ເດັກ ຜ່ານການສະໜັບສະໜູນຂອງ ກະຊວງສາທາລະນະສຸກ ເຢຍລະມັນ (BMG).


ໃນຊ່ວງ 2-3 ເດືອນທີ່ຜ່ານ, ກະຊວງສາທາລະນະສຸກ ໄດ້ມີການປະຕິບັດໜ້າທີ່ຢ່າງຕັ້ງໜ້າໃນວຽກງານການແຈກຢາຍວັກຊີນກັນພະຍາດໂຄວິດ-19. ໂດຍທີ່ຮອດວັນທີ 30 ພຶດສະພາ 2021, ຕົວເລກຈໍານວນວັກຊີນທີ່ຖືກສັກໃຫ້ແກ່ປະຊາກອນທີ່ນອນໃນກຸ່ມເປົ້າໝາຍໃນທົ່ວປະເທດແມ່ນ 885,694 ໂດສ (ເຂັມທໍາອິດ 658,377 ແລະ ເຂັມທີສອງ 277,317). ດ້ວຍຜົນສໍາເລັດດັ່ງກ່າວ, ກະຊວງສາທາລະນະສຸກ ເອງກໍ່ມີແຜນທີ່ຈະສູ້ຊົນສັກວັກຊີນໃຫ້ໄດ້ 50% ຂອງຈຳນວນພົນລະເມືອງທັງໝົດພາຍໃນປີ 2021.


ສປປ ລາວ ຄາດວ່າຈະໄດ້ຮັບວັກຊີນໄຟເຊີ້ (Pfizer) ຈຳນວນ 100.620 ໂດສ ໃນໄວໆນີ້. ເຊິ່ງວັກຊີນດັ່ງກ່າວມີຄວາມຈໍາເປັນທີ່ຈະຕ້ອງມີການບັນຈຸເພື່ອເກັບຮັກສາດ້ານປະສິດທິພາບໃນລະບົບຕູ້ແຊ່ UCC ແບບສະເພາະ.


In preparing for the arrival of the next shipment of vaccines from the COVAX Facility, the National Immunization Program (NIP) has received three medical freezers capable of storing vaccine at temperatures of -70°C.  This Ultra Cold Chain (UCC) equipment was provided by the World Health Organization (WHO) Lao PDR Country Office thanks to the support of  Germany’s Federal Ministry of Health (BMG).


Lao PDR is expecting a shipment of 100,620 doses of Pfizer vaccine in the coming days.  This vaccine requires specialized UCC storage conditions to preserve the efficacy of the vaccine.

NIP has spent the past few months diligently working on COVID-19 vaccine distribution across Lao PDR. As of 30th May 2021, 885,694 doses (658,377 first doses and 227,317 second doses) have been equitably distributed to target populations across the country.  MoH is planning to vaccinated 50% of the total population in 2021.


© ໂຕະນໍ້າຊາ | tonamcha.com
 _____
Powered by Blogger.