Header Ads

ໂຮງໝໍໃຕ້ຫວັນຖືກປັບໄໝ 3 ແສນໂດລາ ຫຼັງສັກວັກຊີນໃຫ້ອາດີດຮອງປະທານາທິບໍດີແບບ VIP



ສໍານັກຂ່າວໃຕ້ຫວັນລາຍງານວ່າ : ໂຮງໝໍໃຕ້ຫວັນຖືກປັບໄໝ 3 ແສນໂດລາໃຕ້ຫວັນຫຼັງບໍລິການສັກວັກຊີນໃຫ້ອາດີດຮອງປະທານາທິບໍດີ ແບບ VIP (ບໍລິການພິເສດ) ລວມມີ 10 ຄົນ ໜື່ງໃນຈໍານວນນັ້ນແມ່ນພັນລະຍາ ຮອງປະທານາທິບໍດີ ແລະ ອາສາສະໝັກອີກ 8 ຄົນ ໂດຍບໍ່ນອນໃນລາຍຊື່ທີ່ເປັນກຸ່ມທີ່ລັດຖະບານໃຫ້ສິດສັກກ່ອນ ເຊີ່ງຂ່າວດັ່ງກ່າວນີ້ຖືກເຜີຍແຜ່ ແລະ ລາຍງານຜ່ານສໍານັກຂ່າວທ້ອງຖິ່ນໃຕ້ຫວັນ (Taiwan News) .  ຈາກຂໍ້ມູນລະບຸວ່າຫຼຽນ ຈ້ານ (Lien Chan) ຮອງປະທານາທິບໍດີ ອາຍຸ 84 ປີ ໄດ້ຮັບການສັກວັກຊີນໃນວັນທີ  12 ມິຖຸນາ ແລະ ພັນລະຍາ ຫຼຽນ ຟັງ ຫຍູ່  (Lien Fang Yu) ອາຍຸ 78 ປີ ໄດ້ຮັບການສັກວັກຊີນກດ້ວຍເຫດຜົນມະນຸດສັດທໍາ ເຊິ່ງທາງ ຫຼຽນ ຟັງ ຫຍູ່  ກໍເຂົ້າຮັບການຮັກສາຊີ້ນງອກ. 


ດ້ານອາສາສະໝັກ 8 ຄົນທີ່ໄດ້ຮັບການສັກວັກຊີນໃນຄັ້ງນີ້ ທາງຮອງເຈົ້າເມືອງ ເມືອງໃຕ້ຫວັນ ໄດ້ອອກມາຊີ້ແຈ້ງວ່າ ອາສະໜັກທັງ 8 ຄົນນັ້ນນອນໃນລາຍຊື່ອາສາສະໝັກທາງການແພດທີມີລາຍຊື່ຕາມບູລິມະສິດ ແຕ່ກໍບໍ່ມີຂໍ້ມູນບັນທຶກເປັນລານລັກອັກສອນ ແລະ ບໍ່ມີລາຍຊື່ລົງທະບຽນຂອງ 8  ຄົນໃນສາທາລະສຸກໃຕ້ຫວັນ. 


© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.