Header Ads

ລາວ- ຫວຽດນາມ ເພີ່ມ​ທະ​ວີ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັ​ນ​ໄມ​ຕີ​ຈິດ​ມິດ​ຕະ​ພາບອັນ​ຍິ່ງ​ໃຫຍ່ ແລະ ຄ​ວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ



ອີງຕາມການລາຍງານຂອງ VOVWORLD ວ່າ :  ໃນຕອນເຊົ້າວັນທີ 28 ມິຖຸນາ, ຢູ່ສຳນັກງານສູນກາງພັກຄອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

 

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍສະໜັບສະໜູນກິດຈະການແຫ່ງການປ່ຽນແປງໃໝ່, ການປົກປັກຮັກສາ ແລະ ສ້າງສາປະເທດ ລາວຢ່າງແຮງ ແລະ ຮອບດ້ານ; ແບ່ງເບົາຄວາມຫຍຸ້ງຍາກກັບ ລາວ ໃນໄລຍະເກີດໂລກລະບາດໂຄວິດ - 19; ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ, ນຳພາຂອງ ພັກປະຊາຊົນປະຕິວັດ ລາວ ແນ່ນອນວ່າ ປະຊາຊົນ ລາວ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສ້າງປະເທດ ລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ ແລະ ໝັ້ນຄົງເຂັ້ມແຂງໄດ້ເປັນຢ່າງສຳເລັດຜົນ ແລະ ກ້າວຂຶ້ນສັງຄົມນິຍົມ.


 ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເຫັນດີນຳກັນວ່າ ຈະສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ນັບທັງກ່ຽວກັບກົນໄກ ແລະ ລະບອບລະບຽບການ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ ຢ່າງແຮງກວ່າອີກ ບົນພື້ນຖານເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືຢ່າງຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບຸລິມະສິດໃຫ້ແກ່ກັນ, ໜູນຊ່ວຍເຊິ່ງກັນ ແລະ ກັນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ກັນ ເພື່ອພ້ອມກັນພັດທະນາ ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.


ການນຳສອງປະເທດກໍໄດ້ເຫັນດີເປັນເອກະພາບນຳກັນວ່າ ຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ, ປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງມີປະສິດທິຜົນໃນບັນດາບັນຫາສາກົນ ແລະ ພາກພື້ນ, ການເຄື່ອນໄຫວຕ່າງໆໃນເວທີປາໄສຫຼາຍຝ່າຍ… ປະກອບສ່ວນຮັກສາສັນຕິພາບ, ການຮ່ວມມື ແລະ ການພັດທະນາ; ເພີ່ມທະວີການສົມທົບກັບ ກຳປູເຈຍ ໃນການປະຕິບັດຂໍ້ຕົກລົງລະຫວ່າງ ນາຍົກລັດຖະມົນຕີ 3 ປະເທດ ກ່ຽວກັບ ເຂດສາມລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ, ຕັ້ງໜ້າຜັນຂະຫຍາຍແຜນການດຳເນີນງານເຊື່ອມຕໍ່ສາມພື້ນຖານເສດຖະກິດ ກຳປູເຈຍ - ລາວ - ຫວຽດນາມ ຮອດປີ 2030. ສອງຝ່າຍຍັງຕົກລົງເຫັນດີ ຈະສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັນ ແລະ ສົມທົບກັບບັນດາປະເທດ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງໃຫ້ແໜ້ນແຟ້ນ ເພື່ອຄຸ້ມຄອງ, ພັດທະນາ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳແມ່ນ້ຳຂອງ ໃຫ້ມີປະສິດທິຜົນ ແລະ ຍືນຍົງ; ສອງຝ່າຍກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮັບປະກັນຄວາມສະຫງົບປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ; ແກ້ໄຂບັນດາການຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງ ຊຸກຍູ້ການປະຕິບັດ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃຫ້ຄົບຖ້ວນ ແລະ ມີປະສິດທິຜົນ, ພ້ອມທັງສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ ແລະ ແທດຈິງ, ສອດຄ່ອງກັບກົດໝາຍສາກົນ.


ທີ່ມາ : VOVWORLD

© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.