Header Ads

ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປນທາງການ



ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ສະຫາຍ ຫງວຽນຊວນຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ, ຕອນເຊົ້າວັນທີ 28 ມິຖຸນາ 2021 ນີ້, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງພັກ-ລັດ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 28 - 29 ມິຖຸນາ 2021.


ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງ ທຳອິດຂອງສະຫາຍ ທອງລຸນ ສີສຸລິດ ໃນຖານະເປັນເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ແລະ ປະທານປະເທດແຫ່ງ ສປປ ລາວ. ການຢ້ຽມຢາມໃນຄັ້ງນີ້ແມ່ນຢັ້ງຢືນເຖິງນະໂຍບາຍການຕ່າງປະເທດ ທີ່ສະເໝີຕົ້ນສະເໝີປາຍ ຂອງທັງສອງປະເທດ, ພິເສດແມ່ນເອົາໃຈໃສ່ປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ - ຫວຽດນາມ, ຫວຽດນາມ - ລາວ ໃຫ້ແຕກດອກອອກຜົນຍິ່ງໆຂື້ນ. 


ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂື້ນຢ່າງສົມກຽດຢູ່ທີ່ ທຳນຽບປະທານປະເທດ ຕາມພິທີການສູງສຸດ ສຳ ລັບປະມຸກລັດ. ຖັດຈາກນັ້ນ, ສະຫາຍເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ຈະມີການເຈລະຈາ ແລະ ເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມືຕ່າງໆ. ການຢ້ຽມຢາມມິດຕະພາບຢ່າງເປັນທາງການຂອງ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ໃນຄັ້ງນີ້ ມີຄວາມໝາຍພິເສດ, ສືບຕໍ່ຢັ້ງຢືນຄວາມສາມັກຄີ, ຄວາມຜູກພັນ, ຄວາມໄວ້ເນື້ອເຊື່ອໃຈ, ເຊີ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ. 


ພ້ອມກັນນັ້ນ, ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນບົດຮຽນໃນການພັດທະນາ, ມາດຕະການຕ່າງໆເພື່ອຊຸກຍູ້ການຈັດຕັ້ງປະຕິບັດຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດ ຢ່າງມີປະສິດທິຜົນໃນປີ 2021 ແລະ ຊຸມປີຕໍ່ໄປ.


ພາບ-ຂ່າວ : ນສພ ກອງທັບ 

© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.