Header Ads

ເຟສບຸ໊ກທະຍານຂື້ນເປັນບໍລິສັດທີ່ມີມູນຄ່າ 1 ພັນຕື້ສໍາເລັດ ກາຍເປັນບໍລິສັດ ສື່ສັງຄົມອອນລາຍໃຫຍ່ສຸດໃນໂລກທັງຈໍານວນຜູ້ໃຊ້ງານ ແລະ ມູນຄ່າບໍລິສັດ



ເຟສບຸ໊ກຖືເປັນບໍລິສັດສື່ສັງຄົມອອນລາຍໃຫຍ່ສຸດທາງດ້ານຈໍານວນຕົວເລກຜູ້ໃຊ້ງານທົ່ວໂລກເຖິງ 2.85 ຕື້ຄົນ ເວົ້າສະເພາະສປປ ລາວ ມີຕົວເລກຜູ້ເຟສບຸ໊ກເຖິງ 3,286, 000 ບັນຊີ . ອີງຕາມຂໍ້ມູນກຣາບສະແດງການຊື້ຂາຍໃນຕະຫຼາດຫຸ້ນ NASDAQ ຂອງເຟສບຸ໊ກຖືໃນວັນທີ 28 ມິຖຸນາ ຈະເຫັນໄດ້ວ່າຫຸ້ນຂອງເຟສບຸ໊ກຖືເພີ່ມຂື້ນ 4.18% ສົ່ງຜົນໃນມູນຄ່າບໍລິສັດທະຍານຂື້ນແຕະ 1 ພັນຕື້ສໍາເລັດຕາມຫຼັງ 4 ບໍລະສັດໃຫຍ່ທີ່ມີມູນຄ່າເຖິງ1 ພັນຕື້ໄປກ່ອນໜ້ານີ້ ເຊັ່ນ : ບໍລິສັດ Apple, Microsoft , Amazon ແລະ Alphabet ( ບໍລິສັດແມ່ນຂອງ Google) . 


ຢ່າງໃດກໍຕາມ, ມູນຄ່າເຟສບຸ໊ກທະຍານຂື້ນ 1 ພັນຕື້ ຖືເປັນການສວນກະແສຂ່າວທີ່ທາງ ລັດຖະບານ ສ. ອາເມລິກາ ຕັ້ງຂໍ້ສັງເກດວ່າເຟສບຸ໊ກ ຜູກຂາດຕະຫຼາດທາງດ້ານສື່ສັງຄົມອອນລາຍ ເພາະທາງເຟສບຸ໊ກເອງບໍ່ພຽງແຕ່ເປັນສື່ສັງຄົມອອນລາຍທີ່ໃຫຍ່ທີ່ສຸດໃນໂລກແລ້ວ ແຕ່ຍັງເປັນເຈົ້າຂອງ Instagam  ແລະ WhatsApp ອີກ ເຊີ່ງທາງລັດຖະບານເບິ່ງວ່ານີ້ຖືເປັນການຜູກຂາດຕະຫຼາດ ພ້ອມແນະນໍາໃຫ້ທາງ ເຟສບຸ໊ກ ແຍກບໍລິສັດເຫຼົ່ານັ້ນອອກເປັນບໍລິສັດຍ່ອຍ ແຕ່ເລື່ອງຍັງຄົງຢູ່ໃນຊັ້ນການກວດສອບ ແລະ ສືບສວນສອບສວນຂອງເຈົ້າໜ້າທີ່.​ 


ຂໍ້ມູນ : NASDAQ & wikipedia  

© ໂຕະນໍ້າຊາ | tonamcha.com
 _____
Powered by Blogger.