Header Ads

ຫໍສະພາແຫ່ງຊາດລາວຫລັງໃໝ່ ຂອງຂວັນລໍ້າຄ່າ ຈາກ ສສ ຫວຽດນາມ



ໂຄງການກໍ່ສ້າງຫໍສະພາແຫ່ງຊາດຫລັງໃໝ່ ແມ່ນຂອງຂວັນອັນລໍ້າຄ່າທີ່ສຸດ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ, ເປັນໂຄງການທີ່ມີຄວາມ ໝາຍຄວາມສໍາຄັນ, ເປັນສັນຍາລັກ ແລະ ຕົວແບບ ແຫ່ງ ຄວາມສາມັກຄີພິເສດ ທີ່ມີຊີວິດ-ຊີວາ ລະ ຫວ່າງ ລາວ-ຫວຽດນາມ ບົນຈິດໃຈ “ເຂົ້າເມັດຫັກຜັກເສັ້ນໜຶ່ງກໍ່ປັນກັນ”, ເຊິ່ງລັດຖະບານຫວຽດນາມ ໄດ້ບິແບ່ງທຶນຮອນ ຊ່ວຍພັກ, ລັດ ແລະ ປະຊາຊົນລາວ ເພື່ອປຸກສ້າງຫໍສະພາແຫ່ງຊາດຫລັງໃໝ່ ລວມມູນຄ່າ 111,75 ລ້ານໂດລາສະຫະລັດ, ເລີ່ມລົງມືກໍ່ສ້າງມາແຕ່ເດືອນກໍລະກົດ 2018 ເປັນຕົ້ນມາ, ປັດຈຸບັນ ພວມສືບຕໍ່ດຳເນີນການກໍ່ສ້າງ ແລະ ໃກ້ຈະສຳເລັດແລ້ວ.


ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕີລາຄາສູງ ຕໍ່ການຊ່ວຍເຫລືອອັນລ້ຳຄ່າ ຂອງ ສສ ຫວຽດນາມ ແລະ ຄວາມຮັກແພງພິເສດທີ່ພັກ, ລັດ ແລະ ປະຊາຊົນ ຫວຽດ ນາມ ອ້າຍນ້ອງ ມີຕໍ່ພັກ, ລັດ ແລະ ປະຊາຊົນລາວ ໃນວັນທີ 29 ມິຖຸນາ 2021 ນີ້, ໂດຍມີບາງຕອນໃຫ້ຮູ້ວ່າ: ຕະຫລອດໄລຍະຫລາຍສິບປີຜ່ານມາ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ມີ ຄວາມເປັນຫ່ວງເປັນໄຍ, ໃຫ້ການສະໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ໂດຍສະເພາະ ການຊ່ວຍເຫລືອຂອງ ສສ ຫວຽດນາມ ໃນການກໍ່ສ້າງຫໍສະພາແຫ່ງຊາດແຫ່ງຫລັງໃໝ່ນີ້, ໄດ້ດໍາເນີນໄປໃນສະ ພາບການທີ່ທັງສອງປະເທດ ປະສົບກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກໍ່ຕາມ, ແຕ່ດ້ວຍຄວາມເອົາໃຈໃສ່ຂອງທັງສອງຝ່າຍ ຈຶ່ງເຮັດໃຫ້ຫໍສະພາແຫ່ງນີ້ ບໍ່ທັນສຳເລັດຢ່າງສົມບູນແບບ ແຕ່ກໍ່ສາມາດນຳໃຊ້ເຂົ້າໃນການຈັດຕັ້ງກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນມີນາຜ່ານມາ ຢ່າງມີຜົນສຳເລັດເປັນຢ່າງດີ, ນີ້ກໍ່ເປັນໜຶ່ງໃນຕົວແບບທີ່ຫາຍາກ ໃນການພົວ ພັນພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ອ້າຍນ້ອງ ພວກເຮົາ.


ທ່ານ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ຫໍສະພາແຫ່ງຊາດແຫ່ງນີ້ ມີຄວາມໂອໂຖງ, ມີຄວາມສະຫງ່າ, ມີຄຸນນະພາບດ້ານສິລະປະກໍາ, ສະຖາປັດຕະຍະກໍາ ຕາມມາດຕະຖານເຕັກນິກທີ່ທັນສະໄໝ ໃນການອອກແບບ ແລະ ການກໍ່ສ້າງ, ມີຄວາມງົດງາມ ດ້ວຍເອກະລັກສະເພາະ ແລະ ສະຖາປັດສະຍາກຳແບບລາວ, ສາມາດເວົ້າໄດ້ວ່າ ຫໍສະພາແຫ່ງຊາດລາວຫລັງໃໝ່ນີ້ ຈະເປັນສະຖານທີ່ເຮັດວຽກ ທີ່ມີເງື່ອນໄຂອຳນວຍຄວາມສະດວກ ທັນສະໄໝທີ່ສຸດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ພະນັກງານທັງໝົດຂອງສະພາແຫ່ງຊາດລາວ ໃນການປະຕິບັດໜ້າທີ່ການເມືອງຂອງຕົນເປັນ ຕົ້ນ ແມ່ນການດໍາເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ການຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ. ນອກຈາກນີ້, ຫໍສະພາແຫ່ງຊາດແຫ່ງນີ້ ຍັງຈະເປັນສະຖານທີ່ ທັດສະນະສຶກສາໃຫ້ປະຊາຊົນ, ໂດຍສະເພາະ ແກ່ຮຸ່ນຄົນໜຸ່ມຂອງລາວ ເພື່ອຮຽນຮູ້ກ່ຽວກັບລະບອບການເມືອງ, ລະ ບົບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການນິຕິບັນຍັດ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະ ໂຫຍດຂອງຕົນ ແລະ ທັງເປັນບ່ອນຮຽນຮູ້ ກ່ຽວກັບມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ. ຫໍສະພາແຫ່ງຊາດຫລັງນີ້, ຈະປະກອບສ່ວນຍົກສູງບົດບາດ ແລະ ຄຸນນະພາບຂອງສະພາແຫ່ງຊາດ ທັງໃນການປະຕິບັດໜ້າທີ່ຂອງຕົນ, ທັງໃນການເຄື່ອນໄຫວພາຍໃນ, ໃນເວທີພາກພື້ນ ແລະ ສາກົນ. 


ຂ່າວ: ທະນູທອງ

ພາບ: ຂັນໄຊ  , Via Pathedlao 

© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.