Header Ads

ຜົນກອງປະຊຸມເປີດກວ້າງຄັ້ງທີ 1 ປີ 2021 ຂອງລັດຖະບານ ຊຸດດທີ IX



ຕອນບ່າຍວັນທີ 8 ກໍລະກົດ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກນາຍົກລັດຖະມົນຕີ ປະຕິບັດໜ້າທີ່ໂຄສົກລັດຖະບານ ຖະແຫລງຕໍ່ສື່ມວນຊົນ ເຖິງຜົນກອງປະຊຸມເປີດກວ້າງຄັ້ງທີ 1 ປີ 2021 ຂອງລັດຖະບານ ຊຸດດທີ IX 


ທ່ານນາງ ທິບພະກອນ ຈັນທະວົງສາ ຖະແຫລງວ່າ:  ກອງປະຊຸມເປີດກວ້າງ ຄັ້ງທີ 1 ປີ 2021 ຂອງລັດຖະບານ ຊຸດ IX ໄດ້ດຳເນີນ ໃນວັນທີ 6-8 ກໍລະກົດ 2021 ທີ່ ຫໍປະຊຸມແຫ່ງຊາດ, ໂດຍຜ່ານລະບົບກອງປະຊຸມທາງໄກ ເຊື່ອມຕໍ່ກັບ ອົງການຈັດຕັ້ງອ້ອມຂ້າງສູນກາງ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ສະມາຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຜູ້ຕາງໜ້າອົງການຈັດຕັ້ງອ້ອມຂ້າງສູນກາງ ເຂົ້າຮ່ວມ.





ກອງປະຊຸມຄັັ້ງນີ້ ເປັນເຫດການໜຶ່ງທີີ່ສໍາຄັນ ແລະດໍາເນີນໄປດ້ວຍບັນຍາກາດອັນດີ. ໃນຕະຫຼອດໄລຍະ 3 ວັນ ບັນດາທ່ານສະມາຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າອົງການຈັດຕັັ້ງພັກ, ອົງການທຽບເທົ່າຂັັ້ນສູນກາງ ໄດ້ພ້ອມກັນສຸມທຸກສະຕິປັນຍາ ເຂົ້າໃນການຄົ້ນຄ້ວາປຶກສາຫາລືຢ່າງສ້າງສັນ, ກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ຕໍ່ບັນດາຫົວຂໍ້ທີີ່ຕິດພັນກັບຫຼາຍບັນຫາສໍາຄັນ ແລະ ຮີບດ່ວນຂອງຊາດ ເພືີ່ອສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ, ແກ້ໄຂບັນຫາຢ່າງເປັນລະບົບ ແລະ ມີວິທະຍາສາດ ແນໃສ່ເຮັດໃຫ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກ ໂດຍສະເພາະແມ່ນການຜັນຂະຫຍາຍມະຕິກອງປະຊຸມສະໄໝວິສາມັນ ຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃນທ້າຍເດືອນ ມິຖຸນາ 2021 ທີີ່ຜ່ານມານັັ້ນ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ.





ກອງປະຊຸມ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ໃສ່3 ຫົວຂໍ້ທີ່ສຳຄັນ ຄື:


+ ວາລະທີ 1 ແມ່ນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2021  ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບດັ່ງກ່າວ ຊຶ່ງໄດ້ຕີລາຄາວ່າ ເຖິງແມ່ນ ສະພາບພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສັບສົນ, ພາຍໃນປະເທດ ປະສົບກັບຄວາມຫຍຸ້ງຍາກ ແລະ ທ້າທາຍຫຼາຍປະການເປັນຕົ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19, ໄພພິບັດທຳມະຊາດ, ການເຄື່ອນໄຫວສ້າງສະຖານະການຕ່າງໆ ຂອງພວກຄົນທີ່ບໍ່ຫວັງດີ ແລະ ອື່ນໆ, ແຕ່ລັດຖະບານກໍໄດ້ສຸມທຸກຄວາມພະຍາຍາມຂອງຕົນບໍລິຫານປະເທດ ດ້ວຍຈິດໃຈບຸກທະລຸ, ໃນນັ້ນ ອັນພົ້ນເດັ່ນແມ່ນ ໄດ້ເຊື່ອມສານແຜນວຽກ ລະຫວ່າງ ລັດຖະບານ ຊຸດທີ VIII ແລະ ຊຸດທີ IX ຢ່າງຄ່ອງຕົວ; ກົນໄກ ແລະ ແບບແຜນວິທີເຮັດວຽກ ໄດ້ຮັບການປັບປຸງໃໝ່; ການນຳທຸກຂັ້ນ ມີຄວາມຕັດສິນໃຈສູງ ແລະ ເປັນເອກະພາບ ໄປລວງດຽວກັນ; ວຽກງານທີ່ຕິດພັນກັບ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄດ້ຫັນສູ່ການກະທຳຕົວຈິງ ເປັນກ້າວໆ; ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19ໄດ້ ໃນລະດັບໜຶ່ງ. ອັນສຳຄັນ, ປະເທດຊາດສືບຕໍ່ມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດສືບຕໍ່ພັດທະນາຕາມທິດທີ່ໄດ້ກຳນົດໄວ້. ເຖິງຢ່າງໃດກໍ່ຕາມ, ຄຽງຄູ່ກັບຈຸດດີ, ຜົນງານທີ່ພົ້ນເດັ່ນ ກໍ່ຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂ ໃຫ້ມີລັກສະນະບຸກທະລຸ ຢ່າງ “ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ”ໃຫ້ເປັນຮູບປະທຳ. 


+ ວາລະທີ 2 ແມ່ນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຕົ້ນປີ 2021 ແລະ ໄພພິບັດທໍາມະຊາດ:


1. ສຳລັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຕົ້ນປີ 2021 ກອງປະຊຸມເຫັນດີດ້ານຫຼັກການຮັບຮອງບົດລາຍງານດັ່ງກ່າວ, ພ້ອມທັງ ຊົມເຊີຍ ທຸກພາກສ່ວນໃນສັງຄົມ ທີ່ມີສ່ວນຮ່ວມ ໃນວຽກງານດັ່ງກ່າວ ດ້ວຍຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະມີຄວາມຮັບຜິດຊອບສູງໃນການຈັດຕັ້ງຜັນຂະຫຍາຍນິຕິກຳ ກໍ່ຄືການປະຕິບັດມາດຕະການຕ່າງໆ ມີປະສິດທິພາບ ແລະ ປະສິດທິຜົນດີສົມຄວນ, ລວມທັງ ການປະກອບສ່ວນຊ່ວຍເຫຼືອຊຸກຍູ້ ເປັນເງິນ ແລະ ວັດຖຸ ໃຫ້ແກ່ພາກລັດ ແລະ ສັງຄົມ ໃນການແກ້ໄຂ ແລະ ບັນເທົາຜົນກະທົບ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19.


ອີງຕາມການປະເມີນສະພາບການລະບາດຂອງພະຍາດCOVID-19 ໃນປະຈຸບັນ,  ເຖິງແມ່ນວ່າ ຕົວເລກການລະບາດ ຢູ່ພາຍໃນປະເທດ ໄດ້ສືບຕໍ່ຫຼຸດລົງ, ແຕ່ກໍ່ຍັງມີຄວາມສ່ຽງ ເນື່ອງຈາກສະພາບການລະບາດ ຢູ່ປະເທດໃກ້ຄຽງ ຍັງສືບຕໍ່ເພີ່ມຂື້ນ. ນອກນັ້ນ ຢູ່ປະເທດເຮົາ ໄດ້ກວດພົບການຕິດເຊື້ອສາຍພັນເດວຕາ ຈາກການນໍາເຂົ້າຊຶ່ງເປັນສາຍພັນທີ່ແຜ່ເຊື້ອໄວກວ່າສາຍພັນດັ້ງເດີມ. ພ້ອມນີ້ ແຮງງານລາວທີ່ຢູ່ປະເທດໃກ້ຄຽງມີຄວາມຕ້ອງການກັບຄືນມາ ສປປ ລາວ ເພີ່ມຂຶ້ນ, ສະນັ້ນ ຕ້ອງໄດ້ສືບຕໍ່ເພີ່ມທະວີການລາດຕະເວນຕາມຊາຍແດນ ບໍ່ໃຫ້ມີການລັກລອບເຂົ້າປະເທດ, ແນໃສ່ໃຫ້ມີການກັບຄືນປະເທດ ຕາມດ່ານທາງການ. 

  ສຳລັບແຜນວຽກຈຸດສຸມ 6 ເດືອນທ້າຍປີ 2021, ກອງປະຊຸມ ໄດ້ຊີ້ນຳ ໃຫ້ສືບຕໍ່ເອົາໃຈໃສ່ບາງຈຸດ ຄື:

- ໃຫ້ສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ສືບຕໍ່ເອົາໃຈໃສ່ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ດ້ວຍຄວາມເຄັ່ງຮ້ອນ, ເຂັ້ມງວດ ແລະ ເດັດຂາດ; ຈັດຕັ້ງຜັນຂະຫຍາຍມາດຕະການຂອງລັດຖະບານ ແລະ ຄະນະສະເພາະກິດເຂົ້າສູ່ຂົງເຂດວຽກງານ ແລະ ທ້ອງຖິ່ນຂອງຕົນ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ບົນຈິດໃຈປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ເພື່ອຕັດວົງຈອນການແຜ່ລະບາດ ທຸກຮູບແບບ ຢ່າງແທດເໝາະ.

- ສືບຕໍ່ເກັບຕົວຢ່າງ ເພື່ອຄົ້ນຫາຜູ້ຕິດເຊື້ອໃຫ້ໄດ້ທັງໝົດ ເພື່ອເຂົ້າຮັບການປິ່ນປົວໂດຍໄວ; ສືບຕໍ່ສຸມໃສ່ ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີ ແລະມີຜູ້ເສຍຊີວິດໜ້ອຍທີ່ສຸດ.

- ສືບຕໍ່ສັກວັກຊິນປ້ອງກັນໃຫ້ປະຊາຊົນ ຕາມແຜນທີ່ວາງໄວ້.

- ສືບຕໍ່ເພີ່ມທະວີວຽກງານໂຄສະນາ ຖະແຫຼງຂ່າວ ເຜີຍແຜ່ຂໍ້ມູນຂ່າວ ຄຽງຄູ່ກັບການເພີ່ມທະວີສຶກສາອົບຮົມ ປຸກລະດົມ ໃຫ້ສັງຄົມ ໄດ້ຮັບຮູ້ເຂົ້າໃຈ ຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ພ້ອມກັນເຂົ້າຮ່ວມ ປະຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດ. 


2. ສຳລັບການສະຫຼຸບຕີລາຄາຜົນກະທົບ, ການແກ້ໄຂ ແລະການກະກຽມຮັບມືກັບໄພພິບັດທໍາມະຊາດ: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານດັ່ງກ່າວ ແລະ ຊີ້ນຳໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບພາກສ່ວນ ແລະ ຂະແໜງການກ່ຽວຂ້ອງ ໃນການກະກຽມແຜນຮັບມື, ກອບກູ້ ແລະ ແກ້ໄຂ-ຟື້ນຟູຜົນກະທົບ ທີ່ອາດເກີດຂຶ້ນໃນຕໍ່ໜ້າ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເປັນຕົ້ນ ມີລະບົບແຈ້ງເຕືອນທີ່ຖືກຕ້ອງຊັດເຈນ ແລະທັນການ; ມີການບໍລິຫານຈັດການແຫຼ່ງນໍ້າ ເພື່ອຫຼີກລ່ຽງຄວາມສ່ຽງ; ການກູ້ໄພ, ການຍົກຍ້າຍປະຊາຊົນ ຕ້ອງທັນການ ແລະ ເຂົ້າເຖິງ, ໂຄງລ່າງພື້ນຖານ, ເຄື່ອງມື, ພາຫະນະ ແລະ ກຳລັງແຮງງານ ເພື່ອຮອງຮັບການກອບກູ້; ທີມແພດໝໍ, ຢາປົວພະຍາດ, ເຄື່ອງອຸປະໂພກ-ບໍລິໂພກ, ແນວພັນ ພືດ-ສັດ ແລະ ອື່ນໆ ເພື່ອແກ້ໄຂ ແລະ ຟື້ນຟູຜົນກະທົບ.

 ກອງປະຊຸມ ໄດ້ຊີ້ນຳ ໃຫ້ພາກສ່ວນຮັບຜິດຊອບ ປັບປຸງ 2 ຮ່າງບົດລາຍງານ ດັ່ງກ່າວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ.


+ ວາລະທີ 3 ແມ່ນການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ລາຍຮັບ-ລາຍຈ່າຍງົບປະມານ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021, ການກະກຽມຄວາມພ້ອມໃນການປັບປຸງ, ສ້າງກົດໝາຍ ແລະ ນິຕິກຳ ໃນປີ 2021 ແລະ ການປັບປຸງກົງຈັກການຈັດຕັ້ງ, ປັບປຸງດຳລັດວ່າດ້ວຍພາລະບົດບາດໜ້າທີ່ຂອງກະຊວງ:

1). ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 6 ເດືອນຕົ້ນປີ2021: ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງບົດລາຍງານສະບັບດັ່ງກ່າວ ໃຫ້ມີເນື້ອໃນຊັດເຈນ ແລະຄົບຖ້ວນ ຕາມການປະກອບຄໍາເຫັນຂອງກອງປະຊຸມ. ພາຍຫຼັງປັບປຸງສໍາເລັດ ແລ້ວໃຫ້ກະຊວງແຜນການ ແລະ ການລົງທຶນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງກ່ຽວຂ້ອງຮຽບຮຽງ ເພື່ອເປັນເອກະພາບກັນດ້ານຕົວເລກຄາດໝາຍ ກ່ອນນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.


ສຳລັບທິດທາງແຜນການ 6 ເດືອນທ້າຍປີ 2021: ສືບຕໍ່ສຸມໃສ່ສືບຕໍ່ຕິດຕາມ, ກວດກາ ແລະຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການລະດັບຊາດເປັນຕົ້ນ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ 2, ໂຄງລ່າງພື້ນຖານອື່ນໆ ທີ່ຮັບໃຊ້ໃຫ້ແກ່ໂຄງການລົດໄຟໃຫ້ສຳເລັດຕາມແຜນການ; ສືບຕໍ່ເກັບກຳຂໍ້ມູນ ແລະ ແກ້ໄຂພິບັດທໍາມະຊາດທີ່ເກີດຂຶ້ນດ້ວຍແຫຼ່ງທຶນຕ່າງໆ; ຄົ້ນຄວ້າ ແລະ ຕິດຕັ້ງຊິງຊັ່ງນ້ຳໜັກ ຢູ່ຕາມດ່ານຊາຍແດນສາກົນ ເພື່ອຮອງຮັບໃຫ້ແກ່ການຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກ ໃຫ້ມີຄວາມສະດວກວ່ອງໄວ, ໂປງ່ໃສ ແລະ ກວດກາໄດ້.


2). ກອງປະຊຸມເຫັນດີດ້ານຫຼັກການ ແລະ ຮັບຮອງເອົາ ບົດສະຫຼຸບລາຍງານການປະຕິບັດລາຍຮັບ-ລາຍຈ່າຍງົບປະມານ 6 ເດືອນ ຕົ້ນປີ ແລະ ແຜນການຈັດຕັ້ງປະຕິບັດ 6 ເດືອນທ້າຍປີ 2021. ມອບໃຫ້ກະຊວງການເງິນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງປັບປຸງເນື້ອໃນ ຕາມການປະກອບຄໍາເຫັນຂອງກອງປະຊຸມ ເພື່ອໃຫ້ຄົບຖ້ວນສົມບູນ ແລະ ເປັນເອກະພາບ ໂດຍສະເພາະຕົວເລກຕ່າງໆ ເພື່ອຈະນຳໄປລາຍງານໃນກອງປະຊຸມ ສະໄໝວິສາມັນຂອງສະພາແຫ່ງຊາດ ໃນເດືອນສິງຫາ 2021.


3). ກອງປະຊຸມເຫັນດີດ້ານຫຼັກການ ແລະ ຮັບຮອງເອົາບົດລາຍງານການກະກຽມຄວາມພ້ອມຮອບດ້ານໃນການປັບປຸງ, ສ້າງກົດໝາຍ ແລະ ນິຕິກໍາໃນປີ 2021 ທີ່ຕິດພັນກັບ 2 ວາລະແຫ່ງຊາດ. ພ້ອມທັງຊຸກຍູ້ໃຫ້ບັນດາກະຊວງ ສົ່ງຮ່າງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ກະຊວງຍຸຕິທຳ ເພື່ອກວດກາຄວາມສອດຄ່ອງທາງດ້ານກົດໝາຍ ກ່ອນສົ່ງໃຫ້ສະພາແຫ່ງຊາດ ທັນຕາມກຳນົດເວລາ.


4). ກອງປະຊຸມເຫັນດີດ້ານຫຼັກການ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ດໍາລັດ ແລະ ພາລະບົດບາດຂອງກະຊວງ, ຂະແໜງການໃນໄລຍະ 6 ເດືອນຕົ້ນປີ ຜ່ານມາ ແລະ ທິດທາງ 6 ເດືອນທ້າຍປີ 2021, ພ້ອມທັງຊີ້ນຳໃຫ້ກະຊວງພາຍໃນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ປັບປຸງບົດລາຍງານສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ. ສິ່ງສຳຄັນການປັບປຸງໃນຄັ້ງນີ້ ໃຫ້ຖືກຕ້ອງແລະ ສອດຄ່ອງຕາມມະຕິ ຄັ້ງທີ XI ຂອງພັກວາງອອກ.


ເພືີ່ອເປັນທິດທາງໃຫ້ແກ່ການປະຕິບັດໜ້າທີີ່ຂອງລັດຖະບານ ກໍຄືຂະແໜງການ ແລະ ທ້ອງຖິ່ນ ແຕ່ນີ້ເຖິງທ້າຍປີ 2021, ກອງປະຊຸມ ໄດ້ສະເໜີໃຫ້ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນດໍາເນີນງານຂອງລັດຖະບານ ປະຈໍາປີ 2021 ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ ໂດຍສະເພາະແມ່ນການຈັດຕັັ້ງປະຕິບັດເນື້ອໃນ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທໍາເປັນກ້າວໆ ໄປຄຽງຄູ່ກັບການເພີ່ມທະວີການຈັດຕັັ້ງປະຕິບັດ ບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັັ້ນ ການແຜ່ລະບາດພະຍາດໂຄວິດ-19 ໃຫ້ມີປະສິດທິຜົນດີຂຶ້ນ. ນອກຈາກທິດຊີ້ນຳເຫລົ່ານີ້ແລ້ວ ລັດຖະບານ ຍັງເນັ້ນການຈັດຕັ້ງປະຕິບັດ 8 ວຽກງານ ດັ່ງນີ້:


1. ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂໃຫ້ແກ່ການພັດທະນາ ຢູ່ພາຍໃນປະເທດ ຢ່າງຕໍ່ເນື່ອງ. ສືບຕໍ່ລາດຕະເວນຕາມຊາຍແດນ ສຸມໃສ່ປ້ອງກັນເວນຍາມຢູ່ຕາມສະຖານທີ່ຊຸມຊົນຕ່າງໆ ໃຫ້ເປັນປົກກະຕິພ້ອມທັງກຳນົດກົນໄກລະບຽບການ ແລະ ວິທີການແກ້ໄຂກໍລະນີພົບເຫັນການກະທຳຜິດກົດໝາຍ, ລະບຽບການຕ່າງໆ ຂອງ ສປປ ລາວ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ດ້ານສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ໄປຄຽງຄູ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທຳໄວຂຶ້ນ.


2. ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ໝັ້ນທ່ຽງ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ມີທິດຫັນປ່ຽນໃໝ່ ທີ່ໜັກແໜ້ນ ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ຕິດພັນກັບການປະຕິບັດມາດຕະການຕ່າງໆ ເຊັ່ນ: ການປະຢັດງົບປະມານ, ການປັບປຸງກົນໄກສົ່ງເສີມການລົງທຶນ, ການຫັນເປັນທັນສະໄໝ ເພື່ອຕິດຕາມການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ, ການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ແຮ່ທາດ ຢູ່ດ່ານຊາຍແດນ ແລະ ອື່ນໆ; ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2021 ທີ່ສະພາແຫ່ງຊາດຮັບຮອງ ໃຫ້ໄດ້ຕາມແຜນການ. 


3. ສືບຕໍ່ກະກຽມເນື້ອໃນ ແລະ ເຂົ້າຮ່ວມກອງປະຊຸມ ສະໄໝວິສາມັນ ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນໃນເດືອນ ສິງຫາ 2021, ພ້ອມທັງກະກຽມຕອບຂໍ້ຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.


4. ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX, ປັບປຸງກົນໄກການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແບບບຸກທະລຸ ໂດຍສະເພາະໃນການສົ່ງເສີມການລົງທຶນ ແລະ ການຈັດເກັບລາຍຮັບ ໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໄສ ແລະ ກວດກາໄດ້; ສືບຕໍ່ຍົກສູງປະສິດທິພາບຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ແຂງແຮງ, ຫຼຸດຜ່ອນສີ່ງກີດຂວາງຕ່າງໆ ທີ່ເປັນອຸປະສັກໃຫ້ແກ່ການພັດທະນາ ຢູ່ປະເທດເຮົາ.

5. ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງ ເລກທີ15/ນຍວ່າດ້ວຍການເພີ້ມທະວີມາດຕະການສະກັດກັ້ນ, ຄວບຄຸມຢ່າງເຂັ້ມງວດ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ19 ແລະ ນິຕິກໍາຕ່າງໆ ຂອງພັກ ແລະ ລັດ ກໍ່ຄືຂອງຄະນະສະເພາະກິດທີ່ວາງອອກ ໃຫ້ມີປະສິດທິຜົນ.


6. ສືບຕໍ່ຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ເສີມຂະຫຍາຍສາຍພົວພັນກັບບັນດາປະເທດໃກ້ຄຽງ, ບັນດາປະເທດອາຊຽນ ແລະ ບັນດາປະເທດອື່ນໆ ລວມທັງອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາການຮ່ວມມື, ຊ່ວຍເຫຼືອ ນັບທັງປະຕິບັດບັນດາຂໍ້ຕົກລົງ ທີ່ລັດຖະບານໄດ້ເຊັນສັນຍາຮ່ວມມືກັບບັນດາປະເທດຕ່າງໆ ໃຫ້ມີຜົນສໍາເລັດ.


7. ບັນດາສະມາຊິກລັດຖະບານ, ບັນດາອົງການຈັດຕັ້ງທຽບເທົ່າຂັ້ນສູນກາງ,  ເຈົ້າຄອງນະ ຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງ ສືບຕໍ່ເອົາໃຈໃສ່, ບຸກບືນ,  ຕິດຕາມຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນ ເພື່ອພັດທະນາ, ສ້າງຜົນງານ ແລະ ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໃນປີ 2021 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.


8. ໃຫ້ບັນດາອົງການຈັດຕັ້ງຂອງພັກ, ອົງການກວດກາແຫ່ງລັດ, ສະພາແຫ່ງຊາດ, ໄອຍະການປະຊາຊົນ, ສານປະຊາຊົນ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ສືບຕໍ່ຕິດຕາມ, ກວດກາ ແລະ ປະສານສົມທົບ ຢ່າງໃກ້ຊິດຕິດແທດ ກັບລັດຖະບານ ກໍຄືບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອສ້າງເງື່ອນໄຂ, ຮ່ວມມື ແລະ ຊຸກຍູ້ໃຫ້ລັດຖະບານ ປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ທີ່ໄດ້ກໍານົດໃນກົດໝາຍ ວ່າດ້ວຍລັດຖະບານໃຫ້ມີປະສິດທິຜົນສູງ.


ພາບ-ຂ່າວ : ວສລ 
© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.