Header Ads

ປະທານປະເທດ ຕ້ອນຮັບ ລັດຖະມົນຕີ ຕ່າງປະເທດ ສ ຣັດເຊຍ ເຂົ້າຢ້ຽມຂໍ່ານັບ




ໃນວັນທີ 7 ກໍລະກົດ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະ ພັນ ຣັດເຊຍ ໃນໂອກາດທີ່ທ່ານນຳພາຄະນະຜູ້ແທນມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 6-7 ກໍລະກົດ 2021.


ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ເຊຣເກ ລາວະຣົບ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນນິມິດໝາຍອັນດີ ແລະ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ຍາວນານ ລະຫວ່າງສອງປະເທດ ໃຫ້ສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕັ້ງໜ້າ.


ການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນດັ່ງກ່າວໃນຄັ້ງນີ້ ເພື່ອພົບປະປຶກສາຫາລືກັບລັດຖະມົນຕີກະຊວງການຕ່າງປະເທດ ແນໃສ່ເພີ່ມທະວີຊຸກຍູ້ການພົວ ພັນສອງຝ່າຍໃນຂົງເຂດຕ່າງໆ, ພ້ອມທັງ ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ. ໂອກາດດຽວກັນ, ທ່ານ ເຊຣເກ ລາວະຣົບ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານ ທອງລຸນ ສີສຸລິດ ທີ່ສະຫລະເວລາອັນມີຄ່າໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ ທ່ານປະທານປະເທດຮັບຊາບ.


ເນື້ອໃນຂ່າວ : ຂປລ 


© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.