Header Ads

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຣັດເຊຍ ສະໄໝພິເສດ



ໃນຕອນບ່າຍຂອງວັນທີ 6 ກໍລະກົດ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຣັດເຊຍ ສະໄໝພິເສດ ແບບທາງໄກພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ເຊຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ຣັດເຊຍ ແລະ ທ່ານ ນາງ RetnoMarsudi, ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ທ່ານເລຂາທິການໃຫ່ຍອາຊຽນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.




      

ກອງປະຊຸມ ໄດ້ແລກປ່ຽນຄຳຄິດເຫັນ ແລະ ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນປະຕິບັດງານການຮ່ວມມືອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ, ເຊິ່ງກວມເອົາທັງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທໍາ-ສັງຄົມ. ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີສືບຕໍ່ຮ່ວມມືກັນໃນບາງຂະແໜງການບູລິມະສິດເຊັ່ນ: ຂະແໜງການສາທາລະນະສຸກ ໂດຍສະເພາະ ການຄວບຄຸມ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງ ການຮ່ວມມືເພື່ອຄົ້ນຄວ້າ ແລະ ພັດທະນາ(R&D) ແລະຜະລິດຢາປົວພະຍາດ ກໍ່ຄືວັກຊິນຕ້ານໂຄວິດ-19 ແລະ ການຟື້ນຟູເສດຖະກິດຮອບດ້ານຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ສິ້ນສຸດລົງ. ກອງປະຊຸມ ໄດ້ຊຸກຍູ້ໃຫ້ຣັດເຊຍ ພິຈາລະນາ ສະໜັບສະໜູນ ບັນດາໂຄງການທີ່ອາຊຽນເປັນຜູ້ລິເລີ່ມ ເພື່ອຮັບມື ແລະແກ້ໄຂການແຜ່ລະບາດ ຂອງ ພະຍາດໂຄວິດ-19 ເຊັ່ນ: ການຊ່ວຍເຫຼືອຄັງແຮສຸກເສີນຢາປົວພະຍາດ ແລະອຸປະກອນການແພດອາຊຽນ, ໃຫ້ການສະໜັບສະໜູນການຈັດຕັ້ງປະຕິດບັດ ແຜນຟື້ນຟູເສດຖະກິດຮອບດ້ານອາຊຽນຫຼັງໂຄວິດ-19 ແລະການຮວມມືຜ່ານຊ່ອງທາງເດີນທາງພິເສດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ ລະຫວ່າງ ປະຊາຊົນ ຂອງ ສອງພາກພື້ນ. 





ສໍາລັບ ສປປ ລາວ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີໃຫ້ກອງປະຊຸມ ພິຈາລະນາ ຮັດແໜ້ນການຮ່ວມມື ໃນບາງຂົງເຂດບູລິມະສິດການຮ່ວມມື ອາຊຽນ-ຣັດເຊຍ ໃນໄລຍະຕໍ່ໜ້າ ເຊັ່ນ: ການຄຸ້ມຄອງໄພພິບັດ, ການຮ່ວມມືດ້ານຄວາມໝັ້ນຄົງທາງໄອຊີທີ, ການສຶກສາ, ການແລກປ່ຽນ ລະຫວ່າງ ຊາວໜຸ່ມ ແລະ ຂົງເຂດການຮ່ວມມືອື່ນໆ ທີ່ອາຊຽນ ແລະຣັດເຊຍ ມີທ່າແຮງຮ່ວມກັນ. ໃນໂອກາດນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະແມ່ນ ການຂະຫຍາຍໂຄງສ້າງພາກພື້ນ ໃນອາຊີ-ປາຊີຟິກ.


ຕອນທ້າຍ, ກອງປະຊຸມຍັງໄດ້ປຶກສາຫາລືການກະກຽມດ້ານເນື້ອໃນ ແລະພິທີການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຣັດເຊຍ(PMC) ໃນຕົ້ນເດືອນສິງຫາ 2021 ແລະ ກອງປະຊຸມສຸດຍອດຜູ້ນໍາອາຊຽນ-ຣັດເຊຍ ຄັ້ງທີ 4 ທີ່ຈະຈັດຂຶ້ນ ໃນເດືອນ ຕຸລາ 2021.

© ໂຕະນໍ້າຊາ | tonamcha.com
 _____
Powered by Blogger.