Header Ads

ເຢຍລະມັນແນະນໍາໃຫ້ປະຊາຊົນສັກ ວັກຊີນແອສຕຣ້າເຊນເນກ້າ ເຂັ້ມທໍາອິດ ແລະ ເຂັ້ມສອງໃຫ້ສັກ mRNA ສາມາດອກະຕຸ້ນພູມຄຸ້ມກັນໄດ້ດີຂື້ນ



ສໍານັກຂ່າວ CNN ລາຍງານວ່າ : ຄະນະກໍາມະການວັກຊີນເຢຍລະມັນ (STIKO) ໄດ້ມີການຖະແຫຼງການໃນວັນທີ 1 ມິຖຸນາຜ່ານມາ ໂດຍໃນເນື້ອຫາແນະນໍາໃຫ້ປະຊາຊົນສັກວັກຊີນແອສຕຣ້າເຊນເນກ້າ ເຂັ້ມທໍາອິດ ແລະ ເຂັ້ມສອງໃຫ້ສັກ mRNA ເພື່ອກະຕຸ້ນພູມຄຸ້ມກັນໃຫ້ດີຂື້ນ ບໍ່ວ່າຈະຢູ່ໃນຊ້ວງອາຍຸໃດກໍຕາມ ເຊິ່ງຄໍາຖະແຫຼ່ງດັ່ງກ່າວເຮັດໃຫ້ເຢຍລະມັນເປັນປະເທດທໍາອິດຂອງໂລກທີ່ມີການແນະນໍາຢ່າງເປັນທາງການ ໂດຍທີ່ຜູ້ສັກວັກຊີນແອສຕຣ້າເຊນເນກ້າ ເຂັ້ມທີ່ໜື່ງ ແລະ ເຂັ້ມທີສອງສາມາດສັກວັກຊີນທີ່ເປັນໄຟເຊີ ຫຼືເ ປັນວັກຊີນໂມເດີນາ. 

ທາງດ້ານຄະນະກໍາມະການວັກຊີນເຢຍລະມັນ ອ້າງອີງຜົນການສຶກສາຂອງມະຫາວິທະຍາໄລ Oxford ລາຍງານວ່າ ວັກຊີນຕ່າງຊະນິດ ແມ່ນສາມາດໃຫ້ປະສິດທິພາບໃນການກະຕຸ້ນພູມຄຸ້ມກັນໄດ້ດີ ທາງນີ້ວັກຊີນທີ່ໃຊ້ເຕັກໂນໂລຊີແບບ mRNA ທີ່ໄດ້ຮັບການຮັບຮອງຈາກສໍານັກງານຢາແຫ້ງສະຫຫະພາບເອີລົບ ມີພຽງສອງຢີ່ຫໍ້ເທົ່ານັ້ນຄື : ແອສຕຣ້າເຊນເນກ້າ ແລະ ໄຟເຊີ. 


ທີ່ມາ:  CNN

© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.