Header Ads

ແຕ່ງຕັ້ງ ທ່ານນາງ ປະລິນຍາເອກ ສີສຸກ ວົງວິຈິດ ເປັນຮອງລັດຖະມົນຕີ ສສກ



ລາຍງານຈາກ ວສລ ວ່າ : ກະຊວງສຶກສາທິການ ແລະ ກິລາ ປະກາດແຕ່ງຕັ້ງ ທ່ານນາງ  ປະລິນຍາເອກ ສີສຸກ ວົງວິຈິດ, ຄະນະປະຈຳພັກກະຊວງ, ຫົວໜ້າກົມສາມັນສຶກສາ ເປັນຮອງລັດຖະມົນຕີ.   

        

ວັນທີ 5 ກໍລະກົດ 2021  ຄະນະ ພັກກະຊວງສຶກສາທິການ ແລະ ກິລາ ໄດ້ໄຂກອງປະຊຸມຄະນະບໍລິຫານງານພັກກະຊວງເປີດກວ້າງ ຄັ້ງທີ 01 ສະໄໝທີ IX ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຂຶ້ນທີ່ຫ້ອງປະຊຸມໃຫຍ່ສະຖາບັນຄົ້ນຄງ້າວິທະຍາສາດການສຶກສາ  ພາຍໃຕ້ການເປັນປະທານຂອງສະຫາຍ ຮອງສາດສະດາຈານ ປະລິນຍາເອກ ພຸດ ສິມມາລາວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. 

       

ໃນກອງປະຊຸມ ໄດ້ຮັບຟັງບົດສະ ຫລຸບຕີລາຄາການຊີ້ນໍາ-ນໍາພາ ວຽກງານຂອງຄະນະບໍລິຫານງານພັກກະຊວງສຶກ ສາທິການ ແລະ ກິລາ ປະຈໍາ 6 ເດືອນຕົ້ນປີ  ແລະ ທິດທາງແຜນການຊີ້ນໍາ-ນໍາພາ ປະຈໍາ 6 ເດືອນທ້າຍປີ ພ້ອມທັງຜ່ານໂຄງສ້າງຂອບແນວຄວາມຄິດກ່ຽວກັບການຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານຂອງຂະແໜງການສຶກສາ ແລະ ກິລາ ເພື່ອໃຫ້ບັນດາຄະນະພັກ ແລະ ເລ ຂາໜ່ວຍພັກປະກອບຄໍາເຫັນໃສ່ໂຄງສ້າງດັ່ງກ່າວ ແລະ ມອບໃບຍ້ອງຍໍໃຫ້ແກ່ບັນ ດາຮາກຖານພັກ ແລະ ອົງການຈັດຕັ້ງມະຫາຊົນທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຈໍານວນ 36 ພາກສ່ວນ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດເນື້ອໃນແຂ່ງຂັນສ້າງຂະ ບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ9 ຂອງອົງຄະນະພັກກະຊວງສຶກສາ ທິການ ແລະ ກິລາ.  ໂອກາດນີ້ ທ່ານ   ສີອໍາພອນ ຈັນລາຕີ ຮອງຫົວໜ້າກົມຄຸ້ມ ຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ອ່ານດຳລັດຂອງນາຍົກລັດຖະ ມົນຕີ ເລກທີ 432/ນຍ, ລົງວັນທີ 21.06.2021 ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເຊິ່ງແຕ່ງຕັ້ງ  ທ່ານນາງ  ປະລິນຍາເອກ ສີສຸກ ວົງວິຈິດ, ຄະນະປະຈຳພັກກະຊວງ, ຫົວໜ້າກົມສາມັນສຶກສາ ເປັນຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນທີ 3. 

     

ແນວໃດກໍ່ຕາມ ທ່ານນາງ  ປະລິນຍາເອກ ສີສຸກ ວົງວິຈິດ ກໍ່ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງຕໍ່ຄະນະ ພັກ- ຄະນະນໍາ ແລະ ການຈັດຕັ້ງທຸກຂັ້ນ ທີ່ໃຫ້ການສະໜັບສະໜູນ, ກໍ່ສ້າງ ຊ່ວຍ ເຫຼືອ ສຶກສາອົບຮົມ, ໃຫ້ຄວາມເຊື່ອໝັ້ນ ແລະ ໄວ້ວາງໄຈ ມອບໝາຍໜ້າທີ່ອັນສໍາຄັນໃນຄັ້ງນີ້ໃຫ້ທ່ານ.   ພ້ອມທັງຂອບໃຈເພື່ອມິດສະຫາຍ ແລະ ເພື່ອນຮ່ວມງານທຸກຄົນ ທີ່ໄດ້ກໍ່ສ້າງ ຊ່ວຍເຫຼືອທ່ານມາໂດຍຕະຫຼອດ.


ພາບ-ຂ່າວ : ວສລ 

© ໂຕະນໍ້າຊາ | tonamcha.com
 _____
Powered by Blogger.