Header Ads

ນາຍົກຫວຽດ​ນາມ ອະນຸມັດເພີ່ມ 7.650 ຕື້ ດົ່ງ​ເພື່ອ​ຊື້​ວັກ​ຊິນ​ກັນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວນ 61 ລ້ານ​ໂດ​ສ




ອີງຕາມການລາຍງານຂອງ VOVworld ບອກໃຫ້ຮູ້ວ່າ : ທ່ານນາຍົກລັດຖະມົນຕີຫວຽດນາມ ອະນຸມັດງົບຜ່ານການປະກາດຂໍ້ຕົກລົງກ່ຽວກັບການເພີ່ມງົບປະມານໃຫ້ແກ່ກະຊວງສາທາລະນະສຸກ ເພື່ອຊື້ ແລະ ຈັດຫາວັກຊິນກັນພະຍາດໂຄວິດ - 19 ຈຳນວນ 61 ລ້ານໂດສ ໂດຍຂໍ້ຕົກລົງກ່ຽວກັບການເພີ່ມງົບປະມານ ໄດ້ລະບຸຈະຊື້ວັກຊິນ 30 ລ້ານໂດສຂອງບໍລິສັດຫຸ້ນສ່ວນວັກຊິນ ຫວຽດນາມ ໂດຍ AstraZenneca ຜະລິດ ແລະ 31 ລ້ານໂດສ ໂດຍບໍລິສັດ Pfizer ຜະລິດ. ໃນຈຳນວນເງິນດັ່ງກ່າວຄາດວ່າຈະຫັກຈາກງົບປະມານແຫ່ງລັດປີ 2021 ແລະ ສ່ວນໜຶ່ງແມ່ນຫັກຈາກກອງທຶນວັກຊິນກັນພະຍາດໂຄວິດ - 19.


ນອກນັ້ນ,​ ນາຍົກລັດຖະມົນຕີຫວຽດນາມ ກໍເຫັນດີໃຫ້ນຳໃຊ້ເງິນຈຳນວນ 37 ຕື້ດົ່ງ ເພື່ອໃຊ້ຈ່າຍແກ່ການຮັບ, ຂົນສົ່ງ, ຈັດແບ່ງ ແລະ ເຊົ່າສາງເກັບຮັກສາວັກຊິນ, ຊື້ອຸປະກອນສັກວັກຊິນໃຫ້ແກ່ບັນດາວຽກງານຊື້ວັກຊິນກັນພະຍາດໂຄວິດ - 19 ໂດຍ COVAX Facility ໜູນຊ່ວຍ ແລະ ວັກຊິນທີ່ໄດ້ຮັບການອຸປະຖຳຈາກຕ່າງປະເທດ.


© ໂຕະນໍ້າຊາ | tonamcha.com
 _____
Powered by Blogger.