Header Ads

10 ທັກສະໃນການເຮັດວຽກທີ່ຄວນມີກ່ອນປີ 2020




  1. ຄວາມຢຶດຢຸ່ນທາງປັນຍາ (Cognitive flexibility) ຫຼື ຄວາມສາມາດໃນກາປັບໂຕເຂົ້າກັບສະພາບແວດລ້ອມ ຫຼື ສະຖານະການໃດໜຶ່ງໂດຍບໍ່ຢຶດຕິດ;
  2. ການເຈລະຈາຕໍ່ລອງ (Negotiation) ທັກສະນີ້ແມ່ນເພື່ອເຈລະຈາຂໍ້ຕົກລົງໃດໜື່ງໃຫ້ເປັນ ຫຼື ແບບບົວບໍ່ໃຫ້ຊໍ້ານໍ້າບໍ່ໃຫ້ຂຸ່ນ;
  3. ວິທີຄິດໃນແງ່ການບໍລິການ (Service orientation) ອາດເອີ້ນວ່າການຄິດທີ່ເນັ້ນຕອບໂຈນຄວາມຕ້ອງການຂອງຜູ້ຮັບບໍລິການນັ້ນເອງ;
  4. ການປະເມີນ ແລະ ການຕັດສີນໃຈ (Judgement and decision making) ເຊິ່ງສອງສິ່ງນີ້້ສາມາດເຮັດຜ່ານຂະບວນການຂັດເລືອກ ແລະ ປຽບທຽມຂໍ້ມູນຢ່າງເປັນລະບົບ;
  5. ຄວາມສະຫຼາດທາງດ້ານອາລົມ (Emotional intelligence ຫຼື EQ) ແມ່ນຄວາມສາມາດໃນການຮັບຮູ້ ແລະ ເຂົ້າໃຈອາລົມຂອງຕົນ ແລະ ການນໍາໃາປັບໃຊ້ຢ່າງສ້າງສັນ;
  6. ການປະສານງານກັບຄົນອື່ນ (Coordinating with others) ເພາະມັນຮຽກຮ້ອງໃຫ້ມີທັກສະຂັ້ນສູງເພື່ອນຳໄປສູ່ຈຸດພົບກັນ ຫຼື ຄວາມເຂົ້າໃຈກົງກັນແບບໄຮ້ຂໍ້ຂັດແຍ່ງກັບຜູ້ອື່ນ;
  7. ການບໍລິຫານຄົນ (People management) ສາມາດບໍລິຫານຈັດການຄົນດ້ວຍຄວາມເຂົ້າໃຈ, ເຄົາລົບໃນຄວາມຕ່າງ ແລະ ສາມາດປັບໃຊ້ພຶດຕະກຳ ເພື່ອຜົນປະໂຫຍດ ແລະ ການບັນລຸເປົ້າໝາຍຂອງອົງກອນ;
  8. ຄວາມຄິດສ້າງສັນ(Creativity) ຄວາມຄິດລິເລີ່ມສິ່ງໃໝ່ໆ ຫຼື ການພັດທະນາວີທີເຮັດວຽກໃຫ້ໃຫ້ເກີດປະສິດທິພາບ, ປະສິດທີຜົນ ແລະ ຮັບປະກັບໝາກຜົນທີ່ຈັບຕ້ອງໄດ້;
  9. ການຄິດແງ່ວິພາກ ຫຼື ວິເຄາະ (Critical thinking) ເປັນຂະບວນການພິຈາລະນາໂດຍໃຊ້ຂໍ້ມູນທີ່ຫຼາກຫຼາຍເພື່ອຊ່ວຍໃນການຕັດສີນໃຈດ້ວຍເຫດ ແລະ ຜົນ;
  10. ການແກ້ໄຂບັນຫາທີ່ຊັບຊ້ອນ (Complex problem solving) ເປັນການນໍາຄວາມຮູ້ ,ທັກສະ ແລະ ປະສົບການທີ່ມີມາປັບໃຊ້ ຫຼື ນຳມາແກ້ໄຂບັນຫາພາຍໃຕ້ເງື່ອນໄຂ/ສະຖານະການທີ່ເຄັ່ງຕືງ ໃຫ້ສຳເລັດຜົນດ້ວຍດີ.
ທີ່ມາ: World Economic Forum/dekjewclub 
-----------------
tonamcha | tonamcha.com


Powered by Blogger.