Header Ads

ຄຸນປະໂຫຍດຂອງການດື່ມນຳ້ໃນເວລາທ້ອງວ່າງ



ບົດຄວາມນີ້ແມ່ນກ່ຽວກັບການຮັກສາສຸຂະພາບ ທີ່ຂ້າພະເຈົ້າໄດ້ອ່ານເຫັນຕາມອີນເຕີເນັດ ບໍ່ຈື່ວ່າເອົາແຕ່ບ່ອນໃດ ດົນແລ້ວ ເຫັນວ່າມັນໜ້າຈະເປັນປະໂຫຍດແກ້ຄົນທັງຫລາຍ ກໍ່ເລີຍເອົາມາແປ ແລະ ໂພດລົງໃຫ້ເບິ່ງ. ໃຫ້ແຕ່ລະຄົນທົດລອງເອົາເອງ ຖ້າໄດ້ຜົນແນວໃດກໍ່ໃຫ້ບອກກັນແດ່ເດີ່ ແຕ່ຖ້າບໍ່ໄດ້ຜົນກໍ່ບໍ່ໜ້າຈະເສຍຫາຍຫຍັງ ເພາະວ່າເປັນການດື່ມນໍ້ານທໍາມະດາ ໃນຫົວຂໍ້ບອກວ່າ: ການດື່ມນໍ້າໃນເວລາທ້ອງວ່າງ ຊຶ່ງມີລາຍລະອຽດດັ່ງນີ້

ການດື່ມນໍ້າໃນເວລາທ້ອງຫວ່າງ

ໃນປະເທດຍີ່ປຸ່ນກໍາລັງນິຍົມດື່ມນໍ້າທັນທີຫຼັງຈາກຕື່ນນອນຕອນເຊົ້າ.ນັກວິທະຍາສາດໄດ້ທົດສອບແລ້ວວ່າມັນເຮັດໃຫ້ສຸຂະ ພາບດີຂື້ນ. ລາຍລະອຽດແມ່ນໄດ້ອະທິບາຍໄວ້ໃນຂ້າງລຸ່ມໃຫ້ລອງທົດສອບແລະປະຕິບັດຕາມ. ສໍາຫຼັບຜູ້ເຖົ້າ ແລະ ຄົນເປັນພະຍາດຮ້າຍແຮງກໍ່ສາມາດປະຕິບັດຕາມໄດ້. ການປິ່ນປົວດ້ວຍການດື່ມນໍ້າແມ່ນຄົ້ນພົບໂດຍຊຸມຊົນໝໍຢາຂອງຍີ່ປຸ່ນ ຊຶ່ງສາມາດແກ້ໄຂບັນຫາດັ່ງລຸ່ມນີ້ໄດ້ 100%:


ເຈັບຫົວ, ປວດຕາມຮ່າງກາຍ, ລະບົບຫົວໃຈ, ຫົວໃຈເຕັ້ນໄວ, ຂໍ້ຕໍ່ອັກເສບ, ບ້າໝູ, ພະຍາດອ້ວນ, ພະຍາດຫອບຫືດ, ວັນນະໂຣກ, ເຫຍື້ອຫຸ້ມສະໝອງ ແລະ ໄຂສັນຫຼັງອັກເສບ, ພະຍາດໄຂ່ຫຼັງ ແລະ ລະບົບປັດສະວະ, ການວິນວຽນ, ທ້ອງບໍ່ດີ, ລິດສະດວງທວານ, ພະຍາດເບົາຫວານ, ຖ່າຍຍາກ(ທ້ອງຜູກ), ພະຍາດຕາ, ມົດລູກອັກເສບ, ມະເລັງ, ປະຈໍາເດືອນຜິດປົກກະຕິ, ພະຍາດຫູ, ຕາ, ດັງ ແລະ ຄໍ.

ວິທີປະຕິບັດ

  1. ຫຼັງຈາກຕື່ນນອນຕອນເຊົ້າກ່ອນເຂົ້າຫ້ອງນໍ້າ, ຖູແຂ້ວ ໃຫ້ດື່ມນໍ້າສະອາດ 4 ຈອກ, ຈອກລະປະມານ 160 ml
  2. ຫຼັງຈາກນັ້ນຈຶ່ງຖູແຂ້ວ, ລ້າງປາກ ແຕ່ວ່າບໍ່ທັນໃຫ້ກິນເຂົ້າ ຫຼື ດື່ມເຄື່ອງດື່ມໃດໆເປັນເວລາ 45 ນາທີ
  3. ຫຼັງຈາກ 45 ນາທີ ຈຶ່ງສາມາດກິນເຂົ້າ ແລະ ດື່ມໄດ້ຕາມປົກກະຕິ
  4. ຫຼັງຈາກກິນເຂົ້າເຊົ້າ, ເຂົ້າທ່ຽງ ແລະ ເຂົ້າແລງ ແລ້ວປະມານ 15 ນາທີ ຫ້າມດື່ມເຄື່ອງດື່ມທຸກຢ່າງເປັນເວລາ 2 ຊົ່ວໂມງ
  5. ຖ້າເປັນຜູ້ເຖົ້າ ຫຼື ຄົນເຈັບ ທີ່ບໍ່ສາມາດດື່ມນໍ້າໄດ້ຫຼາຍເຖິງ 4 ຈອກຕໍ່ໆກັນ ອາດຈະດື່ມໄປເທື່ອລະໜ້ອຍຈົນໃຫ້ຄົບ 4 ຈອກ
  6.  ການປະຕິບັດຕາມຂັ້ນຕອນຂ້າງເທິງຈະຊ່ວຍແກ້ໄຂບັນຫາພະຍາດຕ່າງໆຕ່າງໆ ເຮັດໃຫ້ສຸຂະພາຍດີຂື້ນ


ຂ້າງລຸ່ມແມ່ນລາຍການຈໍານວນມື້ຂອງການປະຕິບັດເພື່ອຄວບຄຸມ, ແກ້ໄຂ ຫຼື ລຸດຜ່ອນ ການເປັນພະຍາດຈໍານວນໜຶ່ງ:
  1. ຄວາມດັນເລືອດສູງ ໃຫ້ເຮັດຕໍ່ເນື່ອງ 30 ວັນ
  2. ພະຍາດກະເພາະອາຫານ ໃຫ້ເຮັດຕໍ່ເນື່ອງ 10 ວັນ
  3. ພະຍາດເບົາຫວານ ໃຫ້ເຮັດຕໍ່ເນື່ອງ 30 ວັນ
  4. ຖ່າຍຍາກ ໃຫ້ເຮັດຕໍ່ເນື່ອງ 10 ວັນ
  5. ພະຍາດມະເລງ ໃຫ້ເຮັດຕໍ່ເນື່ອງ 180 ວັນ
  6. ພະຍາດວັນນະໂຣກ ໃຫ້ເຮັດຕໍ່ເນື່ອງ 90 ວັນ
  7. ພະຍາດຂໍ້ຕໍ່ອັກເສບ ໃຫ້ເຮັດຕໍ່ເນື່ອງ 3 ວັນ ໃນອາທິດທໍາອິດ ແລະ ຫຼັງຈາກອາທິດທີສອງເປັນຕົ້ນໄປໃຫ້ເຮັດທຸກໆວັນ


ວິທີການປິ່ນປົວດັ່ງກ່າວຈະບໍ່ມີຜົນຂ້າງຄຽງ, ແຕ່ວ່າຫຼັງຈາກດື່ມນໍ້າອາດຈະຖ່າຍເບົາດຸກ່ວາປົກກະຕິ. ມັນຈະເປັນການດີຖ້າປະຕິບັດຕາມຂັ້ນຕອນດັ່ງກ່າວຕະຫຼອດໄປຊົ່ວຊີວິດ ການດື່ມນໍ້າຕາມຄວາມເໝາະສົມຈະເຮັດໃຫ້ສຸຂະພາບດີ ແລະ ລ່າເລິງແຈ່ມໃສ.  ສະນັ້ນ ເຮົາຈຶ່ງເຫັນວ່າ ຄົນຈິນ ແລະ ຄົນຍີ່ປຸ່ນ ດື່ມນໍ້າຊາຮ້ອນໃນລະຫວ່າງຄາບເຂົ້າ ບໍ່ແມ່ນດື່ມນໍ້າເຢັນ. ມັນເປັນເວລາທີ່ພວກເຮົາຄວນປັບປ່ຽນພຶດຕິກໍາໃນການດື່ມໃນລະຫວ່າຄາບເຂົ້າ!!! ມັນບໍ່ມີຫຍັງເສຍ ມີແຕ່ໄດ້ທຸກຢ່າງ.

ສໍາຫຼັບຜູ້ທີ່ມັກດື່ມນໍ້າເຢັນໃນເວລາກິນເຂົ້າ ໃຫ້ພິຈາລະນາຕາມບົດຄວາມນີ້. ບາງຄັ້ງການດື່ມນໍ້າເຢັນໆຫຼັງຈາກກິນເຂົ້າເບິ່ງຄືວ່າມັນສົດຊື່ນດີ, ແຕ່ວ່າ ນໍ້າເຢັນຈະເຮັດໃຫ້ໄຂມັນທີ່ເຮົາຫາກໍ່ກິນເຂົ້າໄປຈັບກັນເປັນກ້ອນ ຊຶ່ງເຮັດໃຫ້ຂະບວນການໃນຍ່ອຍອາຫານເຮັດໄດ້ຍາກ ເມື່ອອາຫານຈໍາພວກລະລາຍງ່າຍເຮັດປະຕິກິລິຍາກັບອາຊິດ ມັນຈະຖືກຍ່ອຍສະຫຼາຍແລະຖືກດູດຊືມໂດຍລໍາໃສ້ອ່ອນໄວກ່ວາອາຈໍາພວກລະລາຍຍາກ ສະນັ້ນ ໄຂມັນທີ່ລະລາຍຍາກຈະໄປປົກຄຸມທົ່ວລໍາໄສ້ອ່ອນ ຊຶ່ງເປັນໄຂມັນສ່ວນເກີນ ຊຶ່ງເຮັດໃຫ້ເກີດເປັນມະເລງ. ມັນຈະເປັນການດີ ໃນການດື່ມຊົດນໍ້າແກງຮ້ອນ ຫຼື ດື່ມນໍ້າອູ່ນຫຼັງຈາກຮັບປະທານອາຫານ.

ສິ່ງຄ່ຄວນຈື່ກ່ຽວກັບພະຍາດຫົວໃຈວາຍ: ຜູ້ຍິງຄວນຮູ້ຈັກວ່າ ບໍ່ແມ່ນວ່າອາການຂອງຫົວໃຈວາຍທຸກຄັ້ງຈະສະແດງອອກດ້ວຍອາການປວດເມື່ອຍແຂນຊ້າຍ. ການປວດດູກຄາງຢ່າງໜັກກໍ່ເປັນອາການຂອງຫົວໃຈວາຍອັນໜຶ່ງ. ຕ້ອງຈື່ໄວ້ວາ ທ່ານຈະບໍ່ມີອາການເຈັບໜ້າເອິກໃນລະຫວ່າງການເກີດຫົວໃຈວາຍ. ນອກຈາກນັ້ນ ອາການຄື້ນໃສ້ປວດຮາກ ແລະ ມີເຫື່ອອອກຫຼາຍກໍ່ເປັນອາການທີ່ບົ່ງບອກເຖິງຫົວໃຈວາຍເຊັ່ນດຽວກັນ.

60% ຂອງຄົນທີ່ເປັນຫົວໃຈວາຍແມ່ນໃນຂະນະນອນຫຼັບ ບໍ່ແມ່ນຕອນຕື່ນນອນ. ການເຈັບປວດຄາງສາມາດປຸກໃຫ້ທ່ານຕື່ນຈາກການນອນຫຼັບ ຈົ່ງລະມັດລະວັງ ແລະ ນຶກໄວ້ຕະຫຼອດເວລາ. ການທີ່ເຮົາຮູ້ຈັກດີ ຈະມີໂອກາດຫຼາຍໃນການເອົາຊີວິດລອດ.

ບົດຄວາມຈາກ:  ທ່ານ ບົວສົດ ໄຊຍະຈັກ  | tonamcham.com 
-----------------




Powered by Blogger.