Header Ads

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ມີຜົນກຳໄລເກືອບ 600 ຕື້



ການດຳເນີນທຸລະກິດ ໃນປີ 2016 ຂອງບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ແມ່ນມີກໍາໄລ ສຸດທິທັງໝົດປະມານ 554.35 ຕື້ກີບ ແລະ ຫຼັງຈາກການທີ່ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ສົ່ງຜົນໃຫ້ມີທຶນຈົດທະບຽນເພີ່ມຂຶ້ນ.
ໃນຕົ້ນເດືອນເມສາ 2017 ນີ້ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດກອງປະຊຸມສາມັນຜູ້ຖືຫຸ້ນປະຈຳປີ 2016; ທ່ານ ນາງ ລັດຕະນາ ປະທຸມວັນ ກໍາມະການສະພາບໍລິຫານ ຜູ້ອໍານວຍການໃຫຍ່ ບໍລິສັດ ຜະລິດ – ໄຟຟ້າລາວ ມະຫາຊົນ ກ່າວລາຍງານຕໍ່ກອງປະຊຸມວ່າ: ໃນປີ 2016 ການດຳເນີນທຸລະກິດຂອງບໍລິສັດ ແມ່ນຜະລິດກະແສໄຟຟ້າຂາຍຍົກໃຫ້ແກ່ລັດວິສາຫະກິດໄຟຟ້າລາວ ( ຟຟລ ) ແລະ ໄດ້ເຂົ້າໄປຖືຫຸ້ນໃນ 5 ເຂື່ອນຜູ້ຜະລິດໄຟຟ້າເອກະລາດ ( IPPs ) ເຮັດໃຫ້ມີທຶນຈົດທະບຽນ 6,717,214,788,000 ກີບ, ມີຫຸ້ນທັງໝົດ 1,679,303,697 ຫຸ້ນ. ພ້ອມກັນນັ້ນ, ບໍລິສັດຍັງໄດ້ມອບພັນທະໃຫ້ລັດຖະບານປະມານ 185.53 ຕື້ກີບ ແລະ ໄດ້ເອົາໃຈໃສ່ໃນການພັດທະນາບຸກຄະລາກອນໃຫ້ນັບມື້ນັບເຂັ້ມແຂງ.
ທ່ານກ່າວຕື່ມວ່າ: ຜົນການດຳເນີນທຸລະກິດ ໃນປີ 2016 ບໍລິສັດມີກໍາໄລສຸດທິທັງໝົດປະມານ 554.35 ຕື້ກີບ, ໃນນັ້ນ, ຜົນການເຄື່ອນໄຫວທຸລະກິດຂອງບໍລິສັດໃນ 6 ເດືອນຕົ້ນປີ 2016 ມີກຳໄລສຸດທິປະມານ 218.31 ຕື້ກີບ, ສ່ວນໃນປີ 2017 ບໍລິສັດໄດ້ວາງແຜນການດຳເນີນທຸລະກິດດ້ວຍຕົວເລກຄາດໝາຍ ແລະ ຮັດກຸມໃນເບື້ອງລາຍຈ່າຍ. ນອກນັ້ນ ບໍລິສັດ ຍັງມີແຜນຈະສືບຕໍ່ລົງທຶນໃນບັນດາເຂື່ອນໄຟຟ້າຕ່າງໆ ເຊັ່ນ:
1). ໂຄງການທີ່ລັດວິສາຫະກິດໄຟຟ້າລາວລົງທຶນ;
2).ໂຄງການທີ່ລັດວິສາຫະກິດໄຟຟ້າລາວເຂົ້າຖືຫຸ້ນ;

3). ໂຄງການທີ່ບໍລິສັດມີແຜນຈະລົງທຶນ ແລະ ເຂົ້າຮ່ວມທຶນກັບຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ.
ຂໍ້ມູນ : ເສດຖະກິດ ການຄ້າ
-----------------



Powered by Blogger.