Header Ads

10 ປະໂຫຍດຈາກຜັກບົ້ງ

ມາຮູ້ຈັກ 10 ປະໂຫຍດຈາກຜັກບົ້ງ 



  1. ປ້ອງກັນທ້ອງຜູກ : ເພາະຜັກບົ້ງເປັນແຫລ່ງຂອງໄຟເບີທີ່ສູງຫຼາຍ ມີລິດເປັນຢາລະບາຍອ່ອນ ຊ່ວຍໃຫ້ຂັບຖ່າຍໄດ້ສະດວກຂື້ນ ແລະ ຫຼຸດຄວາມສ່ຽງຂອງໂລກລິດສິດວງທະວານໄດ້ ແລະການກິນຜັກບົ້ງເປັນປະຈຳ ຈະຊ່ວຍເຮັດຄວາມສະອາດຂອງເສຍທີ່ຕົກຄ້າງໃນລຳໄສ້ອອກມາ ຈິ່ງຊ່ວຍໃຫ້ການດູດຊືມອາຫານໄດ້ດີຍິ່ງຂື້ນ;
  2. ບຳລຸງສາຍຕາ : ຜັກບົ້ງເປັນຜັກທີ່ມີວິຕາມິນເອສູງ ຊ່ວຍໃນການບຳລຸງສາຍຕາ, ການເບິ່ງເຫັນໄດ້ດີ ແລະ ຊ່ວຍແກ້ຕາຟາງ;
  3. ຊ່ວຍໃນການນອນຫຼັບ : ຜົກບົ້ງອຸດົມໄປດ້ວຍສານເຊເລນຽມ ແລະ ສັງກະສີໃນຜັກບົ້ງ ມີສັບພະຄຸນຊ່ວຍໃຫ້ຜ່ອນຄາຍປະສາດ ເຮັດໃຫ້ເຮົາຮູ້ສືກຜ່ອນຄາຍຫຼາຍຂື້ນ ນອນຫຼັບໄດ້ດີ ແລະ ຫຼັບງ່າຍຂື້ນ;
  4. ບຳລຸງເລືອດມີທາດເຫຼັກ : ໃນຜັກບົ້ງມີສານອາຫານທີ່ມີຄວາມສຳຄັນຕໍ່ລະບົບເລືອດ ແລະການໝູນວຽນເລືອດ ຊ່ວຍໃນການເສີມສ້າງຮີໂມໂກບິນ ທີ່ຢູ່ໃນເລືອດ ຈິ່ງປ້ອງກັນພາວະເລືອດຈາງໄດ້ດີ;
  5. ຊ່ວຍລ້າງສານຜິດ : ຜັກບົ້ງ ມີສັບພະຄຸນຊ່ວຍລ້າງສານຜິດໃນອະໄວຍະວະສຳຄັນຢ່າງຕັບ ແລະ ມີສານຕ້ານອະນຸມູນອິດສະລະທີ່ປ້ອງກັນເຊວບໍ່ໃຫ້ຖືກທຳລາຍໄດ້ ເປັນການຊ່ວຍບຳລຸງຕັບອີກທາງໜຶ່ງ;
  6. ຊ່ວຍລົດນໍ້າຕານໃນເລືອດ : ປັດຈຸບັນມີການຄົ້ນພົບວ່າ ຜັກບົ້ງງມີສານຄ້າຍອິນຊູລິນ ສາມາດລົດນໍ້າຕານໃນເລືອດໄດ້ແທ້ ແລະຊ່ວຍຫຼຸດການດູດຊືມຂອງກຣູໂຄສຂອງຮ່າງກາຍໄດ້ ຜູ້ປ່ວຍເບົາຫວານຈິ່ງງຄວນຮັບປະທານຜັກບົ້ງເປັນປະຈຳ;
  7. ຊ່ວຍລົດນໍ້າໜັກ : ຜັກບົ້ງຍັງຂື້ນຊື່ວ່າເປັນຜັກໃບຂຽວ ຈິ່ງເປັນອາຫານຫຼຸດນ້ຳໜັກທີ່ໄດ້ຜົນດີທີ່ສຸດມີປະລິມານໄຟເບີສູງ ແລະແຄລໍລີຕໍ່າກິນແລ້ວອີ່ມງ່າຍ ແບລະ ດົນຍິ່ງຂື້ນ;
  8. ຫຼຸດຄໍເລດເຕີລໍ : ໄຍອາຫານ ແລະ ວິຕາມີນໃນຜັກບົ້ງມີສ່ວນສຳຄັນໃນການຫຼຸດລົງຂອງຄໍເລດເຕີລໍ ແລະ ໄຂມັນທີ່ບໍ່ດີ ໃນຮ່າງກາຍໄດ້ ເຊິ່ງສົ່ງຜົນດີຕໍ່ລະບົບຫຼອດເລືອດ ແລະ ຫົວໃຈ;
  9. ປ້ອງກັນໂລກຫົວໃຈ ແລະ ຫຼອດເລືອດ : ຜັກບົ້ງມີວິຕາມິນເອ ວິຕາມິນຊີ ແລະ ສານເບ້ຕ້າແຄໂລທີນ ເປັນສານທີ່ມີລິດຕ້ານອະນຸມູນອິດສະລະ ຊ່ວຍປ້ອງກັນເຊວ ຊ່ວຍລົດຄໍເລດເລັດເຕີລໍອັນເປັນສາເຫດຂອງໂລກຫົວໃຈ ຫົວໃຈວາຍ ຫຼື ໂລກຫຼອດເລືອດ ນອກກຈາກນີ້ຍົງມີແຮ່ທາດໂຟເລດທີ່ສຳຄັນໃນການສ້າງເລືອດທີ່ສົມບູນ ແລະສ້າງແມັກນີສຽມທີ່ຊ່ວຍລົດຄວາມດັນເລືອດໄດ້ ຖືເປັນການປ້ອງກັນການເກີດໂລກຫົວໃຈໄດ້ເຊັ່ນກັນ.
  10. ຕ້າມະເຮັງ : ສານຕ້ານອານຸມູນອິດສະລະໃນຜັກບົ້ງມີກາກເຖິງ 13 ຊະນິດ ຊ່ວຍປ້ອງກັນເຊວຈາກການບາດເຈັບ ແລະ ຄວາມຜິດປົກກະຕິຂອງເຊວ ສາເຫດຂອງການເກີດໂລກມະເຮັງ ໂດຍສະເພາະໂກມະເຮັງລຳໄສ້, ມະເຮັງຊ່ອງຄອດ, ມະເຮັງຜິວໜັງ ແລະມະເຮັງເຕົ້ານົມເປັນຕົ້ນ.
ທີ່ມາ : Laos Health 
-----------------

Powered by Blogger.