Header Ads

ໝາກຂຽບຝຣັ່ງ ຫຼື Soursop ເປັນໝາກໄມ້ທີ່ມີຄຸນປະໂຫຍດຫຼາຍຕໍ່ຮ່າງກາຍ



ໝາກຂຽບຝຣັ່ງ

ຜົນການວິໄຈໃນຫ້ອງປະຕິບັດການໄດ້ໃຫ້ຮູ້ວ່າ ໝາກຂຽບຝຣັ່ງ ສາມາດເປັນຢາປົວພະຍາດໄດ້. ສ່ວນໜຶ່ງຂອງຜົນງານວິໄຈໄດ້ຖືກຕີພິມໃນວາລະສານທາງວິຊາການ "Journal of Ethnopharmacology', ກ່າວໄວ້ວ່າ ໝາກຂຽບຝຣັ່ງມີຜົນຕໍ່ການຢຸດຢັ້ງການເຕີບໂຕຂອງ ໄວລັດເລີມ ( Herpes virus).ນອກຈາກນີ້ສູນມະເຮັງໄດ້ສະຫຼຸບຜົນການວິໄຈວ່າ ສານສະກັດຈາກໝາກຂຽບຝຣັ່ງຍັງຊ່ວຍຫຼຸດການເຕີບໂຕຂອງເຊວມະເຮັງ ຫຼື ເຮັດໃຫ້ເຊວມະເຮັງອ່ອນແອຕໍ່ຢາຕ້ານມະເຮັງ. ໃນການສຶກສາໜື່ງທີ່ຖືກຕີພິມໃນວາລະສານ "Journal of Medicinal Chemistry," ໃນປີ 1997 ບອກວ່າ ສານຈາກໝາກຂຽບຝຣັ່ງໄດ້ຖືກທົດສອບໃນເຊວມະເຮັງເຕົ້ານົມ ແລະ ເຫັນວ່າສາມາດກຳຈັດເຊວມະເຮັງໄດ້ດີກວ່າການໃຊ້ເຄມີບຳບັດ

ທີ່ມາ: sfgate/Koukua Foods
-----------------
figure class="op-ad">
Powered by Blogger.