Header Ads

27-29 ເມສານີ້ພະຍຸຈະເຂົ້າລາວ

27-29 ເມສານີ້ຈະມີພະຍຸເຂົ້າລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນເລກທີ 0333/ກອຕທ ລົງວັນທີ 26 ເມສາ 2017 ກ່ຽວກັບໄພພະຍຸລະດູຮ້ອນ ໃນລະຫວ່າງວັນທີ 27-29 ເມສາ 2017 ໂດຍແຈ້ງເຕືອນໃຫ້ແຂວງທີ່ມີລາຍຊື່ດັ່ງນີ້  ເຊັ່ນ: ແຂວງຫົວພັນ,ຊຽງຂວາງ,ວຽງຈັນ,ໄຊສົມບູນ,ນະຄອນຫຼວງວຽງຈັນ,ບໍລິຄໍາໄຊ,ຄໍາມ່ວນ ແລະ ແຂວງສະຫວັນນະເຂດໃຫ້ມີສະຕິເຝົ້າລະວັງໃນວັນທີ 27 ເມສາ ຈະມີຝົນຕົກຟ້າເຫຼື້ອມ ແລະ ລົມແຮງໃນບາງທ້ອງຖິ່ນ.
ສ່ວນວັນທີ 28-29 ເມສາ ເຕືອນໃຫ້ປະຊາຊົນໃນແຂວງຫຼວງພະບາງ,ໄຊຍະບູລີ,ບໍ່ແກ້ວ,ວຽງຈັນ,ນະຄອນຫຼວງວຽງຈັນ,ສະຫວັນນະເຂດ,ສາລະວັນ,ເຊກອງ,ຈໍາປາສັກ ແລະ ແຂວງອັດຕະປື ໃຫ້ມີສະຕິເຝົ້າລະວັງຕື່ມ.
-----------------



Powered by Blogger.