Header Ads

ປະຫວັດເມືອງເກົ່າສຸວັນນະໂຄມຄຳ



ມືອງເກົ່າສຸວັນນະໂຄມຄຳ ຕັ້ງຢູ່ໃນເຂດທີ່ເຄີຍເກາະເຂີນເຊິ່ງໄດ້ຫາຍສາຍສູນໄປແລ້ວ ພາຍຫຼັງທີ່ນ້ຳຂອງໄດ້ ປ່ຽນທາງເດີນນ້ຳ ຍັງຄົງເຫຼືອຮ່ອງຮອຍຂອງເມືອງເປັນບຶງໂຄ້ງຍາວປະມານ ໓ ກິໂລແມັດ ຮຽກວ່າ ໜອງວັງຄຳ ທີ່ຕັ້ງຂອງເມືອງຕົ້ນເຜິ້ງ ຫຼືເມືອງສຸວັນນະໂຄມຄຳ ຍັງເປັນສຸດເຂດຕາເວັນຕົກຂອງປະເທດລາວ ຄື ຫ່າງຈາກ ເມືອງຫ້ວຍຊາຍໄປທາງທິດຕາເວັນຕົກປະມານ ໔໐ ກິໂລແມັດທາງບົກ ຫຼື ໖໐ ກິໂລແມັດທາງນ້ຳ.

ສະຖານທີ່ດັ່ງກ່າວເປັນບູຮານສະຖານບັນຈຸຮ່ອງຮອຍທາງປະຫວັດສາດແຫ່ງນະຄອນບູຮານເກົ່າແກ່ຮຽກວ່າ ນະຄອນສຸວັນນະໂຄມຄຳ ເຊິ່ງຕໍ່ມາກາຍເປັນ ນາຄະນະຄອນ, ນະຄອນຊຽງລາວ, ນະຄອນເງິນຍວງ (ເງິນ ຍາງ), ຫິຣັນນະຄອນ ແລະນະຄອນຊຽງແສນ(ເກົ່າ).


ໃນສະຖານທີ່ເມືອງເກົ່າພົບ ບູຮານສະຖານ ໔໔ ແຫ່ງ ສ້າງໂດຍດິນຈີ່ ແລະປູນ ໄດ້ແກ່: ພຣະອຸໂປ ສົດ, ພຣະທາດ, ພຣະພຸດທະຮູບ, ໜອງນ້ຳ ຯລຯ.

ສິ່ງທີ່ຍັງຄົງງົດງາມ ແລະສະຫງ່າຕະການຕາທີ່ເຫຼືອໃຫ້ເຫັນ ທີ່ສາມາດລອດພົ້ນຈາກການປຸ້ນສົມບັດໃນສະໄໝ ກ່ອນໄດ້ແກ່:ພຣະພຸດທະຮູບປາງສະມາທິ ສ້າງດ້ວຍດິນຈີ່ ແລະປູນ; ເປັນພຣະພຸດຮູບອົງໃຫຍ່ເຊິ່ງມີຄວາມ ກວ້າງໜ້າຕັກ ໗.໑໐ ແມັດ, ຄວາມສູງ ໗.໒໒ ແມັດ, ບ່າແຕ່ລະຂ້າງມີຂະໜາດ ໑.໑໐ ແມັດ, ດ້ານຂ້າງແຕ່ກະໂພກ ເຖິງເຂົ່າ ໓.໖໐ ແມັດ ນັບວ່າເປັນພຣະພຸດທະຮູບທີ່ໃຫຍ່ອົງໜຶ່ງຂອງລາວ ແລະອາຊີຕາເວັນອອກສຽງ ໃຕ້. ດ້ວຍຂະໜາດທີ່ໃຫຍ່ຂອງພຣະພຸດທະຮູບໄດ້ມີການສັນນິຖານວ່າເປັນພຣະພຸດທະຮູບປະຈຳວັດຂອງພຣະຣາຊະວັງ.

ນອກນີ້ຍັງມີອີກອົງໜຶ່ງທີ່ມີຂະໜາດເກືອບເທົ່າກັນ ແຕ່ຖືກນ້ຳກັດເຊາະພັງທະລາຍໄປແລ້ວ ນັ້ນກໍຄືພຣະນະ ວະລ້ານຕື້ ຫຼືພຣະຣັດສະໝີທອງສຳລິດ ທີ່ຈົມຢູ່ໃຕ້ແມ່ນ້ຳຂອງທີ່ດອນແຫ້ງຂອງລາວເຮົາ.

ປູຊະນິຍະສະຖານທີ່ເຫຼືອຢູ່ນີ້ສ່ວນຫຼາຍມາຈາກຍຸກນະຄອນຊຽງແສນເກົ່າ ສະໄໝພຣະເຈົ້າໄຊເສດຖາທິຣາດ ເຊິ່ງພຣະອົງໄດ້ຊົງຮັບສັ່ງໃຫ້ສະຖາປະນາບູລະນະໃຫ້ເປັນນະຄອນທີ່ສວຍສົດງົດງາມບົນສອງຝາກຝັ່ງແມ່ນ້ຳຂອງ ເຊິ່ງມີສູນກາງທາງຝັ່ງຊ້າຍຂອງແມ່ນ້ຳຂອງເຊິ່ງກໍແມ່ນເມືອງຕົ້ນເຜິ້ງນັ້ນເອງ.


ນະຄອນນີ້ຖືກທຳລາຍຈາກການຮຸກຮານຂອງກອງທັບພະມ້າ ໃນສະໄໝຂອງພຣະເຈົ້າໄຊເສດຖານັ້ນເອງ. ອັນເປັນເຫດໃຫ້ດິນແດນລ້ານນາຖືກຍຶດ ແລະແຍກອອກຈາກດິນແດນລ້ານຊ້າງໃນເວລາຕໍ່ມາ.



ປະຫວັດໃນອະດີດ

ໃນຕຳນານນະຄອນໂຍນົກ ຂອງເຈົ້າຄຳໝັ້ນ ວົງກົດຣັຕຕະນະ ກ່າວໄວ້ມີຂໍ້ຄວາມດ່ັງນີ້: “ພຣະເຈົ້າສີລິວົງສາ ກະສັດຂອງງນະຄອນໂພທິສານຫຼວງ (ນະຄອນໂຄຕະປຸຣະ ຫຼືໂຄຕະບູນ ຫຼື ສີໂຄຕະບອງ ຢູ່ໃນເຂດເມືອງ ທ່າແຂກ ແຂວງຄຳມ່ວນໃນປັດຈຸບັນ) ມີພຣະຣາຊະບຸດ ໒ ພຣະອົງ, ອົງແຮກມີພຣະນາມ ວ່າອິນທຣະວົງສາ ແລະອົງນ້ອງພຣະນາມວ່າ ໄອຍະກຸມານ ເມື່ອພຣະຣາຊະບິດາສະຫວັນນະຄົດແລ້ວ ໂອຣົດທັງສອງອົງອ້າຍ ກໍຂຶ້ນຄອງຣາດຊະສົມບັດ ແລະອົງນ້ອງເປັນອຸປາຣາດ ພຣະຍາອິນທະວົງສາ ມີໂອຣົດຊົງພຣະນາມວ່າ ພຣະ ຍາອິນປະຖົມ ແລະພຣະຍາໄອກຸມານມີພຣະທິດາຊົງ ພຣະນາມວ່ານາງອູຣະສາ(ຄົງຈະເປັນ ໂອຣະສາ ພາສາໄທລື້ ) ແລະພຣະໂອຣົດ ພຣະທິດາທັງສອງພຣະອົງໄດ້ອະພິເສກສົມຣົດກັນ, ຄັນເມື່ອພຣະ ພຣະຍາອິນທະວົງສາສະ ຫວັນນະຄົດ ພຣະຍາອິນປະຖົມກຸມານ ກໍຂຶ້ນຄອງຣາຊະສົມບັດແທນ.



ທີ້ມາ: ເລົ່າເລື່ອງເມືອງລາວ

-----------------


Powered by Blogger.