Header Ads

ລາວ-ລັດເຊຍ ເຫັນດີຮ່ວມມືທາງດ້ານການທະຫານ ແລະ ເຕັກນິກການທະຫານຮ່ວມກັນ


ອີງຕາມການລາຍງານຂອງກະຊວງປ້ອງກັນປະເທດລັດເຊຍ 26 ເມສາ 2017 ວ່າ: ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດໄດ້ເດີນທາງເຂົ້າຮ່ວມກອງປະຊຸມກ່ຽວກັບຄວາມໝັ້ນຄົງລະຫວ່າງປະເທດ (VI Moscow Conference on International Security) ທີ່ນະຄອນຫຼວງມົດສະກູ ປະເທດລັດເຊຍ ທີ່ຈັດຂຶ້ນໃນວັນທີ 26-27 ເມສາ ນີ້ ໂດຍເປັນກຽດໃຫ້ການຕ້ອນຮັບໂດຍ ທ່ານ ພົນເອກ ເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຂອງລັດເຊຍ.

ລັດເຊຍ-ລາວ ມີຄວາມສົນໃຈທີ່ຈະດຳເນີນການຕາມຂໍ້ຕົກລົງທີ່ລົງນາມໂດຍຜູ້ນຳສູງສຸດຂອງທັງສອງປະເທດກ່ຽວກັບການຮ່ວມມືທາງການທະຫານ ແລະ ເຕັກທິກການທະຫານ.




ທ່ານ ພົນເອກ ເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍກ່າວກັບ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດວ່າ: "ປະເທດຂອງພວກເຮົາມີປະຫວັດສາດຮ່ວມກັນທີ່ຍາວນານ, ມີສາຍພົວພັນມິດຕະພາບທີ່ດີຕໍ່ກັນ ແລະ ລາວຖືເປັນພັນທະມິດເປັນຄູ່ຮ່ວມມືທີ່ດີ ແລະ ໄວ້ໃຈຂອງລັດເຊຍ, ເຊິ່ງໃນເດືອນພຶດສະພາ ປີຜ່ານມາ ການຮ່ວມມືລາວ-ລັດເຊຍ ແລະ ການເຮັດວຽກຮ່ວມກັນໃນການຈັດກອງປະຊຸມອາຊຽນ-ລັດເຊຍ ທີ່ລາວເປັນປະທານອາຊຽນ ຖືວ່າປະສົບຜົນສຳເລັດເປັນຢ່າງສູງ, ນອກນີ້ຜູ້ນຳຂອງສອງປະເທດລາວເຮົາຍັງເຫັນດີໃຫ້ມີການເພີ່ມພູນການຮ່ວມມືແບບທະວີພາຄີລະຫວ່າງກັນໃຫ້ນັບມື້ນັບສູງຂຶ້ນ ແລະ ພ້ອມທີ່ຈະປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ໜ້າສົນໃຈລະຫວ່າງກັນ"


ໃນດ້ານຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍ່ໄດ້ກ່າວວ່າ " ລາວສະໜັບສະໜູນລັດເຊຍຕໍ່ນະໂຍບາຍການຕ່າງປະເທດໃນການແກ້ໄຂບັນຫາຄວາມຂັດແຍ່ງຕ່າງໆທີ່ເກີດຂຶ້ນໃນໂລກ ແລະ ພວກເຮົາຍັງສະໜັບສະໜູນການແກ້ໄຂບັນຫາຂອງລັດເຊຍຕໍ່ກັບວິກິດການໃນອູແກຣນ ແລະ ສະຖານະການໃນແຫຼມເກົາຫຼີ"

-----------------



Powered by Blogger.