Header Ads

ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານຫຼຸດຜ່ອນລາຍຈ່າຍ



ກອງ​ປະຊຸມ​ສະໄໝ​ສາມັນເທື່ອ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ມາ​ຮອດ​ວັນ​ທີ 26 ເມສາ 2017 ເປັນ​ມື້​ທີ 2 ໂດຍ​ເປັນປະທານ​ຂອງ​ທ່ານ​ນາງ ປານີ ຢາທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ມີບັນດາ​ສະມາຊິກ​ສະພາ​ແຫ່ງຊາດ ແລະ ແຂກ​ຖືກ​ເຊີນ​ເຂົ້າຮ່ວມ.

ກອງ​ປະຊຸມ ​ສສຊ ໄດ້​ສືບຕໍ່ຜັດປ່ຽນ​ຂຶ້ນ​ປະກອບ​ຄຳ​ເຫັນ ​ໃສ່ການຈັດຕັ້ງ​ປະຕິບັດ​ແຜນ​ພັດ​ທະນາ​ເສດຖະກິດ-ສັງຄົມ ແລະ ແຜນ​ງົບປະມານ ປະຈຳ​ປີ 2017 ຂອງ​ລັດຖະບານ ໃນ​ນີ້ ທ່ານ ສຸ​ວັນນີ ໄຊຊະນະ ​ສສຊ ເຂດເລືອກ​ຕັ້ງ 11 ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ປະກອບ​ຄຳ​ເຫັນ​ໂດຍ​ເນັ້ນ​ໃສ່ 2 ບັນຫາ​ສຳຄັນຄື: ການ​ຈັດຕັ້ງ​ປະຕິບັດ​ນະໂຍບາຍ​ການ​ເງິນ-ເງິນຕາ​ຂອງ​ລັດຖະບານ ໃນ​ໄລຍະ 3 ເດືອນ​ຂ້າມ​ຜ່ານ ສາມາດບັນລຸ​ແຜນທີ່​ໄດ້​ກຳນົດ​ໄວ້​ຂອງແຜນ​ດັດແກ້ ມີ​ການ​ໃຊ້​ງົບ 700 ຕື້​ກີບ ເພື່ອ​ແກ້​ໄຂ​ບັນດາ​ໜີ້​ສິນທີ່​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ພາກ​ທຸລະ​ກິດ​ຕ່າງໆ ​ໄດ້​ມີ​ການ​ຫຼຸດຜ່ອນເທື່ອ​ລະ​ກ້າວ ເຖິງ​ວ່າ​ລາຍ​ຮັບ​ໄລຍະ 3 ເດືອນ​ຂອງ​ຕົ້ນ​ປີ 2017 ຍັງບໍ່​ໄດ້​ຕາມ​ແຜນ ຫຼື ເທົ່າ​ກັບ 19,3% ແຕ່​ສິ່ງ​ທີ່​ໜ້າ​ເປັນ​ຫ່ວງ ແຜນ​ຈັດ​ຕັ້ງ​ປະຕິບັດ 2017 ຈະບັນລຸ​ແຕ່​ພຽງ 95% ຫຼື 96% ຂອງ​ແຜນ​ລາຍ​ຮັບ​ທັງ​ໝົດ ເມື່ອເປັນ​ແນວ​ນັ້ນ ​ຜ່ານ​ການ​ຄິດໄລ່​ຄືນເບື້ອງ​ຕົ້ນ ຖ້າ​ຈະ​ຫຼຸດ​ໄປ 5% ຈະຂາດ​ໄປ​ປະມານ 1,73 ຕື້​ກີບ ລັດຖະ​ບານ​ມີ​ແຜນ​ຈະ​ໃຊ້​ມາດ​ຕະການ​ໃນ​ການ​ຫຼຸດຜ່ອນ​ລາຍ​ຈ່າຍ ພ້ອມ​ນີ້​ກໍ່​ຈະ​ກ່ຽວ​ພັນ​ເຖິງ​ການຂາດ​ດຸນ​ງົບປະມານ​ທີ່​ສະພາ​ໄດ້ຮັບຮອງ​ເອົາ​ແລ້ວ ໃນ​ປີ 2017 ຈະ​ບໍ່​ໃຫ້​ເກີນ 6,52% ຕົວ​ເລກທີ່​ຂາດ​ໄປ​ນີ້ ແມ່ນ​ມີ​ສ່ວນ​ພົວພັນກໍ່ໃຫ້ເກີດ​ການ​ຂາດ​ດຸນ​ ຈຶ່ງ​ສະເໜີຕໍ່​ລັດຖະບານ​ມີ​ແຜນການ​ດັດແກ້ດ້ານ​ນິຕິ​ກຳ ແລະ ໃຫ້​ຫຼຸດຜ່ອນລາຍ​ຈ່າຍ.


ການຈັດຕັ້ງ​ປະຕິບັດ​ນະ​ໂຍບາຍ​ເງິນຕາ ຜ່ານ​ການ​ຮັບ​ຟັງລາຍ​ງານ​ເຫັນ​ວ່າ ມີ​ບາງ​ບັນຫາທີ່​ໜ້າ​ເປັນ​ຫ່ວງ​ໃນ​ການ​ຄຸ້ມ​ຄອງເງິນຕາ ຄ່າ​ຂອງ​ເງິນ​ກີບ​ທຽບໃສ່ເງິນ​ໂດ​ລາ​ສະຫະລັດ ຫຼື ເງິນ​ບາດແມ່ນ​ອ່ອນ​ຕົວ​ລົງ ທັງ​ໄລຍະ 3 ເດືອນ​ທ້າຍ​ປີ 2016 ແລະ 3 ເດືອນ​ຂອງ​ປີ 2017 ແມ່ນ​ຢູ່​ໃນໄລຍະ​ຄວບ​ຄຸມ​ໄດ້ ​ການ​ດັດສົມ​ອັດຕາ​ແລກປ່ຽນ​ເຫຼົ່ານັ້ນ ແມ່ນ​ປ່ຽນມາ​ໄດ້​ຍ້ອນ​ມີ​ຄັງ​ສຳຮອງ​ເງິນຕາຕ່າງປະເທດ​ຈຳນວນ​ໜຶ່ງ ເຮັດໃຫ້​ທຶນ​ສຳຮອງ​ເຫຼົ່າ​ນີ້​ຫຼຸດ​ລົງ ສະນັ້ນ ຖ້າ​ຫາກ​ສືບຕໍ່​ປະຕິບັດດ້ວຍ​ມາດ​ຕະການ​ຄື​ດັ່ງກ່າວ ການ​ພັດທະນາ​ຢູ່​ຂັ້ນ​ຮາກ​ຖານ​ມີເງື່ອນໄຂ​ທຶນຮອນ ​ໃນ​ການ​ພັດ​ທະນາ​ບໍ່​ທັນ​ຫຼາຍ ຜ່ານ​ມາ​ຢູ່​ຂັ້ນ​ຮາກຖານ​ໄດ້​ນຳ​ໃຊ້​ທຶນ​ຈຳນວນ​ໜຶ່ງ ເອີ້ນ​ວ່າ​ຫຼາຍ​ປະເພດ​ກອງ​ທຶນເປັນ​ກອງ​ທຶນ​ພັດທະນາ​ຢູ່​ຂັ້ນ​ບ້ານ ໄດ້​ມີ​ບົດບາດ​ສຳຄັນ​ຫຼາຍ ປະຊາຊົນ​ໄດ້​ເຂົ້າ​ເຖິງ​ງ່າຍ ບໍ​ລິ​ມາດ​ບໍ່ຫຼາຍ​ແຕ່​ເຂົາເຈົ້າ​ສາມາດ​ນຳ​ໃຊ້ກອງ​ທຶນ​ເຫຼົ່າ​ນີ້ ​ເຂົ້າ​ໃນ​ການ​ປູກຝັງ-ລ້ຽງສັດ ຕ່ຳຫູກ ການ​ແກ້​ໄຂຊີວິດ​ການ​ເປັນ​ຢູ່ ແລະ ອື່ນໆ​ຢູ່ພາຍ​ໃນ​ຄອບຄົວ ໃນ​ຂະນະ​ດຽວກັນ ຍ້ອນ​ມີ​ຫຼາຍ​ກອງ​ທຶນ​ຈາກບັນດາ​ອົງການ​ພາຍ​ໃນ ແລະ ສາກົນ​ເຂົ້າ​ມາ​ເຮັດ​ໃຫ້ການ​ບໍ​ລິຫານ​ຄຸ້ມ​ຄອງ​ມີ​ບັນຫາສົມ​ທຽບກັບ​ອັດຕາ​ເງິນ​ກູ້ ເງິນ​ຝາກ ແລະ ອື່ນໆແຕກ​ຕ່າງ​ກັນ ເຮັດ​ໃຫ້​ເກີດມີ​ໜີ້​ສິນ​ຍົກເລີກ ເກີດ​ມີ​ຄະດີຕາມ​ມາ ມີ​ຄວາມ​ຂັດ​ແຍ່ງ​ພາຍໃນ​ບ້ານ ມາ​ຮອດ​ປັດຈຸບັນ​ມີຄວາມ​ຂັດ​ແຍ່ງ​ຟ້ອງ​ຮ້ອງ​ກັນ ຜູ້ບໍລິຫານ​ບໍ່​ປະຕິບັດ​ຕາມ​ລະບຽບ ມີ​ການ​ສໍ້​ໂກງ ເຮັດ​ໃຫ້​ເກີດ​ຄວາມບໍ່​ສະຫງົບ ສະນັ້ນ ຕໍ່​ບັນຫາ​ດັ່ງກ່າວ​ ສະເໜີ​ມາ​ຍັງ​ລັດຖະບານ ແລະ ພາກສ່ວນ​ກ່ຽວຂ້ອງ​ລົງຊ່ວຍ​ທ້ອງຖິ່ນ ຈະ​ມີ​ມາດ​ຕະການທ່າແຮງ​ໃນ​ການ​ນຳ​ໃຊ້​ໜີ້​ສິນໃຫ້​ມັນ​ດີ​ຂຶ້ນ.

ທີ່ມາ: ຂປລ 
-----------------



Powered by Blogger.