Header Ads

ຄຸນປະໂຫຍດຂອງ "ເຂົ້າກໍ່າ"

ເຂົ້າກໍ່າ ມີສານອາຫານຫຼາຍຊະນິດທັງວິຕາມິນ ແລະແຮ່ທາດທີ່ຊ່ວຍບຳລຸງເລືອດ ແລະບຳລຸງທາດຕ່າງໆໃນຮ່າງກາຍ, ເຮັດໃຫ້ຮ່າງກາຍເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ, ຮ່າງກາຍເຮົາຈຶ່ງສ້າງພູມຕ້ານທານຕ່າງໆຕໍ່ພະຍາດ ຫຼືບຳບັດອາການຂອງພະຍາດຊໍ້າເຮື້ອຕ່າງໆດ້ວຍຕົວເອງ ໂດຍສະເພາະພະຍາດທີ່ກ່ຽວກັບຄວາມຈຳເສື່ອມ, ຕ້ານມະເຮັງ, ອຳມະພາດ, ຄວາມດັນເລືອດ, ຄໍເລດເຕີລໍ, ເສັ້ນເລືອດຕີບ, ໄມເກຣນ, ຫຼຸດຄວາມຄຽດ, ຊ່ວຍໃຫ້ນອນຫຼັບດີ ແກ້ບັນຫາໄວທອງ ແລະປວດປະຈຳເດືອນ.

ນອກຈາກນີ້ ເຂົ້າກໍ່າຍັງມີສານແອນໂທໄຊຍານິນ ເຊິ່ງມີການວິໄຈພົບວ່າ ສາມາດຫຼຸດການເກີດຫຼອດເລືອດຫົວໃຈໄດ້ ໃນການເກີດພະຍາດຫົວໃຈຂາດເລືອດໄດ້ໃນຜູ້ຍິງໄວອາຍຸກາງຄົນ ລະຫວ່າງອາຍຸ 25-42 ປີໄດ້.


ທີ່ມາ: Koukua Foods | Tonamcha.com
-----------------

Powered by Blogger.