Header Ads

ນ້ອງ ໄໝ ນັກຮຽນເກັ່ງອັນດັບ 1 ຂອງປະເທດ ວິຊາພາສາລາວ-ວັນນະຄະດີ




ການສອບເສັງນັກຮຽນເກັ່ງທ່ົວປະເທດໃນເດືອນຜ່ານມາ ຖືເປັນຂ່າວທີ່ສົນໃຈຫຼາຍທົ່ວສັງຄົມ ມີທັງນັກຮຽນເກັ່ງລະດັບປະຖົມ, ມັນທະຍົມຕົ້ນ ແລະ ມັດທະຍົມຕອນປາຍ ເຊິ່ງຫຼາຍທ່ານກໍ່ຮັບຮູ້ແລ້ວ. ທາງດ້ານໜັງສືພິມເສດຖະກິດ-ການຄ້າ ຍັງຄົງເກາະຕິດ ແລະ ສຳພາດບັນດານັກຮຽນເກ່ັງໃນແຕ່ ລະສາຍເພື່ອໃຫ້ຜູ້ອ່ານໃດ້ຮູ້ເພີ່ມເຕີມກ່ຽວກັບປະຫວັດຄວາມເປັນມາຂອງນັກຮຽນແຕ່ລະຄົນ.

ສະເພາະມື້ນີ້ ຈະລາຍງານກ່ຽວກັບນັກຮຽນເກັ່ງອັນດັບ1 ຊັ້ນ ມ7 ໃນສາຍວິຊາພາສາລາວ-ວັນນະຄະດີ ເຊິ່ງເປັນນັກຮຽນ ເກັ່ງມາແຕ່ຊັ້ນປະຖົມຈົນກ້າວເຖິງນັກຮຽນເກັ່ງໃນລະດັບປະເທດ ນັ້ນກໍ່ຄື: ນ້ອງ ໄໝ ໂພໄຊຍະວົງ ຈາກ ມສ ທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ ນັ້ນເອງ. ນາງ ໄໝ ໂພໄຊຍະວົງ ອາຍຸ 17 ປີ ເປັນຄົນຫຼັກ 20 ເມືອງຄຳເກີດ, ແຂວງ ບໍລິຄຳໄຊ ນາງເສັງໄດ້ລາງວັນທີ່ 1 ໃນວິຊາພາສາລາວ-ວັນນະຄະດີ ຊັ້ນມໍ7 ລະດັບປະເທດໃນສົກປີ 2016-2017 ດ້ວຍຄະແນນສະເລ່ຍສູງເຖິງ 7.65 ເປັນນັກຮຽນຄົນທຳອິດຂອງແຂວງບໍລິຄຳໄຊທີ່ໄດ້ອັບດັບ 1.

ໂອກາດນີ້, ນ້ອງໃຫ້ສຳພາດວ່າ: ຄວາມຈິງບໍ່ຄິດວ່າໂຕເອງຈະໄດ້ລາງວັນນີ້ ເພາະວ່າໝູ່ເພື່ອນທີ່ເສັງໃນມື້ດຽວກັນແຕ່ລະຄົນໃຜໆກໍ່ເກັ່ງຄືກັນ; ແຕ່ເມື່ອຜົນອອກມາວ່າເຮົາໄດ້ເປັນຜູ້ຊະນະເລີດໃນສາຍພາ ສາລາວ-ວັນນະຄະດີ ຊັ້ນ ມ7 ກໍ່ດີໃຈຫຼາຍ ແລະ ຄູ-ອາຈານທີ່ມາຮ່ວມຕ່າງກໍ່ສະແດງຄວາມດີໃຈກັບຜົນສຳ ເລັດໃນຄັ້ງນີ້. ເມື່ອສົກປີ 2013-2014 ຜ່ານມາ ຕົນເອງເຄີຍມາເສັງນັກຮຽນເກັ່ງລະດັບຊາດມາກ່ອນແລ້ວ, ແຕ່ຕອນນັ້ນໄດ້ພຽງແຕ່ລາງວັນຊົມເຊີຍ.

ນ້ອງໄໝ ຍັງບອກເຄັດລັບໃນການຮຽນຂອງຕົນຕື່ມອີກວ່າ: ຖ້າຢາກເປັນນັກຮຽນເກັ່ງກໍ່ຕ້ອງເຝິກຝົນຫຼໍ່ຫຼອມຕົນເອງກາຍເປັນຄົນມັກອ່ານ, ມັກຊອກຮູ້ຮ່ຳຮຽນຢູ່ສະເໝີ, ຮຽນແລ້ວຮຽນອີກ ແລະ ຕ້ອງຮູ້ຈັກວາງເປົ້້າໝາຍໃຫ້ກັບຕົນເອງ ເມື່ອໄດ້ເຮັດຫຍັງກໍ່ຕ້ອງພະຍາຍາມເຮັດໃຫ້ສຸດກົກສຸດປາຍ, ທີ່ສຳຄັນຕ້ອງມີຄູ-ອາຈານ ທີ່ຄອຍໃຫ້ຄຳປຶກສາ ແລະ ຊີ້ທິດເຍືອງທາງໃນການສຶກສາຮ່ຳຮຽນ ເຊິ່ງນ້ອງເອງກໍ່ໄດ້ໃຊ້ເວລາໃນ ການເບິ່ງບົດຮຽນມື້ລະ 2 ຊົ່ວໂມງ.
ນັກຮຽນເກັ່ງແຂວງບໍລິຄຳຄົນນີ້ ຍັງໃຫ້ທັດສະນະຕື່ມອີກວ່າ: ທຸກຄົນສາມາດເປັນນັກຮຽນເກັ່ງຄືໄໝ ໄດ້ ພຽງແຕ່ມີຄວາມດຸໝັ່ນອົດທົນ ແລະ ຕັ້ງໃຈຮ່ຳຮຽນແລ້ວມື້ນັ້ນມັນຈະເປັນມື້ຂອງເຮົາ, ສ່ວນຄະຕິເຕືອນ ໃຈຂອງນ້ອງ ກໍ່ຄື “ນ້ຳມັນບໍ່ຮ້ອນ ຈືນຫຍັງກໍ່ບໍ່ສຸກ“ ແລະ ຄວາມພະຍາຍາມກໍ່ຄືກັນ ຖ້າບໍ່ຕັ້ງໃຈແມ່ນບໍ່ສຳເລັດ.

ຕອນທ້າຍ ນ້ອງ ໄໝ ກ່າວດ້ວຍຄວາມພາກພູມໃຈ ວ່າ: ຜົນສຳເລັດຄັ້ງນີ້ຂາດບໍ່ໄດ້ຖ້າບໍ່ມີອາຈານອາຈານ ຄຳໄສ ຫອມສົມບັດ ທີ່ໄດ້ທຸ່ມເທໃນການສອນບຳລຸງໃຫ້ນ້ອງກາຍເປັນນັກຮຽນເກັ່ງໃນມື້ນີ້. ນອກນັ້ນ ສະແດງຄວາມຂອບໃຈພໍ່ແມ່, ຄູ-ອາຈານ ແລະ ບັນດາໝູ່ເພື່ອນທີ່ສະໜັບສະໜູນ ເປັນໃບເບີກທາງໃຫ້ນ້ອງໄດ້ກ້າວຕາມຄວາມຝັນ ແລະ ໄດ້ມາສະແດງຄວາມສາມາດ.


ນາງ ໄໝ ໂພໄຊຍະວົງ ຖືວ່າເປັນນັກຮຽນເກັ່ງມາມາຕັ້ງແຕ່ຊັ້ນປະຖົມ ຈົນເປັນທີ່ເຊື່ອໝັ້ນຂອງຄູອາຈານໃນໂຮງຮຽນ, ຂັ້ນເມືອງ, ຂັ້ນແຂວງ ແລະ ກ້າວມາເປັນນັກຮຽນເກັ່ງລະດັບປະເທດ; ດຽວນີ້ ນາງ ກາຍເປັນຂວັນໃຈຂອງນັກຮຽນແຂວງບໍລິຄຳໄຊທຸກທົ່ວໜ້າ. ສ່ວນຄວາມຝັນອັນສູງສຸດຂອງລາວໃນອະນາ ຄົດ ແມ່ນຢາກເປັນ ນັກການທູດ.


ທີ່ມາ ຂ່າວເສດຖະກິດ-ການຄ້າ 
© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.