Header Ads

ອະດີດເດັກປະຖົມ ທຽວໂຮງຮຽນມື້ລະ 10 ກິໂລ ກາຍເປັນນັກຮຽນເກັ່ງລະດັບຊາດ


ກະແສນັກຮຽນເກັ່ງລະດັບປະເທດໃນແຕ່ລະສາຂາວິຊາ ຍັງເປັນປະເດັນຮ້ອນຂອງສັງຄົມໃຫ້ຄວາມ ສົນໃຈຢ່າງຕໍ່ເນື່ອງ ເຊິ່ງໄລຍະຜ່ານມາພວກເຮົາກໍ່ໄດ້ສະເໜີໃຫ້ທ່ານຜູ້ອ່ານຮັບຮູ້ແລ້ວໃນສາຍວິຊາ ພາສາ ລາວ-ວັນນະຄະດີ. ສໍາລັບວັນນີ້ ພວກເຮົາສືບຕໍ່ສະເໜີຕື່ມອີກ ໂດຍມຸ້ງເນັ້ນໄປທີ່ນັກຮຽນເກັ່ງຊັ້ນ ມ7 ສາຍວິຊາເຄມີສາດ ນັ້ນກໍ່ຄື: ທ້າວ ປໍ້ ທໍ່ ຈ້າລີ ສັງກັດໂຮງຮຽມ ມສ ມິດຕະພາບ ເມືອງ ແລະ ແຂວງຫຼວງ ພະບາງ.
ທ້າວ ປໍ້ ທໍໍ່ ຈ້າລີ ນັກຮຽນເກັ່ງອັນດັບ 1 ຂອງປະເທດສົກປີ 2016-2017 ສາຍວິຊາເຄມີສາດ ເປັນຕົວແທນຈາກ ມສ ສັນຕິພາບ ເມືອງ ແລະ ແຂວງ ຫຼວງພະບາງ ລາວເຄີຍເສັງໄດ້ອັບດັບ 2 ລະດັບປະເທດໃນຊັ້ນ ມ4 ມາແລ້ວໃນສົກ ປີ 2013-2014 ຖືວ່າເປັນການສ້າງປະຫວັດສາດໜ້າໃໝ່ໃຫ້ກັບໂຮງຮຽນກໍ່ຄື ແຂວງນຳອີກ. ໂອກາດນີ້, ທ້າວ ປໍ້ ທໍໍ່ ຈ້າລີ ໄດ້ເປີດໃຈຕໍ່ທິມຂ່າວພວກເຮົາວ່າ: ເຫດຜົນທີ່ກາຍເປັນນັກຮຽນເກັ່ງໃນ ປັດຈຸບັນ ແມ່ນໄດ້ແຮງບັນດານໃຈມາຈາກລຸ້ນອ້າຍ, ເອື້ອຍ ທີ່ເຄີຍເສັງນັກຮຽນເກັ່ງໃນລະດັບຊັ້ນຕ່າງໆໃນ ຫຼາຍປີຜ່ານມາ ແລະ ທາງໂຮງຮຽນໄດ້ຈັດມີພີທີຂະບວນຕ້ອນຮັບພ້ອມສຽງຍ້ອງຍໍຊົມເຊີຍຈາກບັນດາຄູ-ອາຈານ ແລະ ໝູ່ເພື່ອນ ຕົນເອງກໍ່ຄິດວ່າ ຕ້ອງມືວັນໜຶ່ງເຮົາຕ້ອງເປັນນັກຮຽນເກັ່ງຄືກັບພວກເພິ່ນໃຫ້ໄດ້.
ນັກຮຽນເກັ່ງຄົນນີ້ ຍັງໃຫ້ຮູ້ອີກວ່າ: ຕອນຮຽນຊັ້ນ ມ5 – ມ7 ຕົນໄດ້ເອົາໃຈໃສ່ໃນການຮຽນທຸກໆມື້ຫຼັງເລີກຮຽນ (ອາໃສຢູ່ຫໍພັກ); ພາຍຫຼັງອາບນ້ຳ ແລະ ກິນເຂົ້າແລງແລ້ວ ກໍ່ໃຊ້ເວລາ 2 ຊົ່ວໂມງ ເພື່ອແກ້ບົດຝຶກຫັດ, ຄົ້ນຄ້ວາບົດຮຽນ ແລະ ແລກປ່ຽນຄວາມຮູ້ນຳອ້າຍນ້ອງຮ່ວມຫໍພັກນຳກັນ, ບໍ່ພຽງແຕ່ເທົ່ານັ້ນ ໄດ້ຕື່ນແຕ່ເຊົ້າໆເພື່ອໃຊ້ເວລາທ່ອງບົດຮຽນອີກມື້ລະ 2 ຊົ່່ວໂມງ.ຈາກນັ້ນ ຈຶ່ງມ້ຽນທຳຄວາມສະອາດຫ້ອງພັກ, ແຕ່ງອາ ຫານເຊົ້າ, ອາບນ້ຳ, ກິນເຂົ້າ ແລະ ໄປຮຽນປົກກະຕິ; ສິ່ງທີ່ຂາດບໍ່ໄດ້ແມ່ນມີອາຈານປະຈຳຫ້ອງ ທີ່ຄອຍໃຫ້ປຶກສາ, ແນະນຳ ຫຼື ສອນເພີ່ມພິເສດ ເປັນໄລຍະ ຈົນມາເສັງໄດ້ນັກຮຽນເກັ່ງລະດັບປະເທດໃນສາຍວິຊາເຄມີສາດ ຕາມທີ່ໄດ້ເລົ່າມາໃນເບື້ອງຕົ້ນ.
ປໍ້ ທໍໍ່ ຍັງໄດ້ເວົ້າເຖິງການຮຽນໃນຊັ້ນປະຖົມ ແລະ ມັດທະຍົມ ຕື່ມອີກວ່າ: ຕົນເອງເກີດຢູ່ໃນຄອບຄົວ ທຸກຍາກ ໂດຍມີອ້າຍນ້ອງຮ່ວມອຸທອນດຽວກັນ 10 ຄົນ ເຊິ່ງຕົນເອງໄດ້ເປັນລູກຊາຍກົກ ເກີດຢູ່ບ້ານ ຫ້ວຍເວີ້ ເມືອງນ້ຳບາກ ແຂວງຫຼວງພະບາງ (ເຂົ້າຮຽນຊັ້ນປະຖົມຢູ່ໂຮງຮຽນປະຖົມປາກມອງ); ສ່ວນຊັ້ນ ມັດທະຍົມຕົ້ນແມ່ນຮຽນຢູ່ ມສ ນໍ້າຊວງ, ເມືອງ ນ້ຳບາກ ແຂວງຫຼວງພະບາງ.ໃນໄລຍະນັ້ນ ຕົນເອງໄດ້ຂີ່ລົດ ຖີບໄປໂຮງຮຽນ ຫຼື ບາງມື້ກໍ່ຍ່າງດ້ວຍໄລຍະທາງ 10 ກວ່າກິໂລແມັດ, ແຕ່ຖ້າລວມທັງໄປແລະກັບ ກໍ່ເທົ່າກັບ 20 ກວ່າກິໂລ (ໄລຍະທາງຈາກເຮືອນມາຫາໂຮງຮຽນ); ເຮັດໃຫ້ບາງມື້ບໍ່ໄດ້ກິນເຂົ້າເຊົົ້າ ຫຼື ບາງມື້ບໍ່ກິນຮອດເຂົ້າທ່ຽງກໍ່ມີ.
ສຳລັບ ຈຸດປ່ຽນຂອງຊີວິດນັກຮຽນບ້ານນອກຄົນນີ້ ແມ່ນໄລຍະທາງທຽວໄກແສນໄກ ຈຶ່ງເຮັດ ໃຫ້ເຮົາຕ້ອງສູ້ ແລະ ເຫັນລຸ້ນອ້າຍ,ເອື້ອຍ ທີ່ເສ່ງນັກຮຽນເກັ່ງໄດ້ລະດັບຊາດໄດ້ພຽງລາງວັນທີ 3 ແລະ ລາງ ວັນຊົມເຊີຍໃນໄລຍະນັ້ນ ຈຶ່ງເກີດມີແຮງບັນດານໃຈວ່າ ເຮົາຕ້ອງເປັນຄົນເກັ່ງແບບນັ້ນ ແລະ ເຮັດໃຫ້ດີກວ່າເຂົາເຈົ້າ. ຈາກຄວາມເອົາໃຈໃສ່ ແລະ ຕັ້ງໃຈຮຽນໜັກຂຶ້ນ ຈົນມາຮຽນມາເຖິງຊັ້ນ ມ4 ສົກປີ 2013-2014 ຕົນໂຊກດີຜ່ານການສອບເສັງລະດັບໂຮງຮຽນ ແລະ ໃນລະດັບເມືອງ ກໍ່ໄດ້ທີ 1 ແລ້ວເຂົ້າໄປເສັງນັກຮຽນເກັ່ງ ທົ່ວແຂວງກໍ່ໄດ້ທີ 1 ເຊັ່ນກັນ. ຕໍ່ມາກໍ່ເປັນຕົວແທນໃຫ້ຮ່ວມເສັງນັກຮຽນເກ່ັງທົ່ວປະເທດໃນຊັ້ນ ມ4 ສາຍວິ ຊາເຄມີສາດ ຕົນເອງໄດ້ອັນດັບທີ2 ໃນປີນັ້ນ.
ເມື່ອກ້າວເຂົ້າສູ່ມັດທະຍົມຕອນປາຍ ລາວໂຊກດີທີ່ໄດ້ມີສູນພອນຫວັນ (ສູນຊ່ວຍເຫຼືອນັກຮຽນເກັ່ງ ແລະ ມີທຶນສຶກສາ (ເປັນການຊ່ວຍເຫຼືອຈາກປະເທດຍີ່ປຸ່ນ) ແລ້ວໂອກາດເຂົ້າມາຮຽນໃນຕົວເມືອງ ໂດຍສັງກັດໂຮງຮຽນ ມສ ສັນຕິພາບ, ເມືອງ ແລະ ແຂວງຫຼວງພະບາງ ກໍ່ໄດ້ຖຶກຄັດເລືອກໃຫ້ເປັນນັກຮຽນ ເກັ່ງຂອງແຂວງ ຊັ້ນ ມ7 ເຂົ້າຮ່ວມເສັງໃນສົກປີ 2016-2017 ໂດຍສາມາດຍາດໄດ້ລາງວັນທີ1 ໃນສາຍເຄມີ ເຊັ່ນກັນ. ທ້າວ ປໍ້ທໍ່ ຍັງເວົ້າອີກວ່າ: ສຳລັບເງິນລາງວັນທີ່ໄດ້ມາ ຈຳນວນ 10 ລ້ານກີບ ຈະໃຫ້ພໍ່ແມ່ໃຊ້ເພື່ອຈູນເຈືອຄອບຄົວ ແລະ ອີກຈຳນວນໜຶ່ງຈະໝູນໃຊ້ເປັນທຶນສຶກສາໃນຂັ້ນມະຫາວິທະຍາໄລຕໍ່ໄປ ໂດຍມີຄວາມຄາດຫວັງຢາກຮຽນຕໍ່ສາດແພດ ຫຼື ສາຍສຶກສາກໍ່ໄດ້ ເພື່ອມີໂອກາດໄດ້ຊ່ວຍເຫຼືອສັງຄົມ.
ທີ່ມາ:  ເສດຖະກິດ-ການຄ້າ
© ໂຕະນໍ້າຊາ | tonamcha.com 
-----------------
testesese
Powered by Blogger.