Header Ads

ຈຳປາສັກ ຍັງບໍ່ພົບບັນຫາການສໍ້ລາດບັງຫຼວງ



ທ່ານ ໜູຈັນ ຈັນທະພົງ ປະທານກວດກາພັກ-ລັດ ແຂວງຈຳປາສັກ ເປີດເຜີຍວ່າ: ການເຄື່ອນໄຫວວຽກງານກວດກາຕາມພາລະບົດບາດຂອງພວກເຮົາໃນທີ່ຜ່ານມາ ບັນຫາຫຼັກໆແມ່ນການເຄື່ອນໄຫວກວດ ກາບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ, ກວດກາຄະນະກຳມະການຄວບຄຸມຢາເສບຕິດຂອງແຂວງກ່ຽວກັບການໃຊ້ຈ່າຍງົບປະມານຂອງລັດ, ການນຳໃຊ້ເງິນກອງທຶນ ແລະ ການນຳໃຊ້ເງິນນະໂຍບາຍ, ການກວດກາແກ້ໄຂຮ່ວມກັບຄະນະກຳມະການສະເພາະກິດຂອງແຂວງ, ຂອງສູນກາງ ໃນການປະຕິບັດຄຳສັ່ງເລກທີ 15/ນຍ ວ່າດ້ວຍການ ເພີ້ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ກວດກາການຈັດຕັ້ງປະຕິບັດຜົນການກວດສອບຂອງອົງການກວດສອບພາກໃຕ້.
ທ່ານ ໜູຈັນ ຈັນທະພົງ ລາຍງານໃຫ້ຮູ້ຕື່ມອີກວ່າ: ບັນຫາປາກົດການຢູ່ແຂວງພວກເຮົາກໍ່ມີ, ແຕ່ຫາກພວກເຮົາບໍ່ມີຂໍ້ມູນຄົບຖ້ວນ ພວກເຮົາກໍ່ບໍ່ສາມາດເຮັດການກວດກາໄດ້. ເພາະກ່ອນຊິມີການກວດກາອົງການໃດໜຶ່ງ ຫຼື ບຸກຄົນໃດໜຶ່ງ ເຮົາຈະຕ້ອງມີຂໍ້ມູນຄວາມຜິດປົກກະຕິ,ອີງໃສ່ການສະເໜີຂອງການຈັດຕັ້ງ ຫຼື ແຈ້ງການຂອງຂັ້ນເທິງ ແລະ ຄຳສະເໜີຂອງປະຊາຊົນ. ເຊິ່ງປະກອບມີ 3 ກໍລະນີຂອງການກວດກາຄື: ກວດກາປົກກະຕິ, ກວດກາຕາມຄຳສັ່ງ ແລະ ກວດກາແບບກະທັນຫັນ.


ສຳລັບຄຳສະເໜີຂອງປະຊາຊົນໃນທີ່ຜ່ານມາ ບັນຫາພົ້ນເດັ່ນແມ່ນຂໍ້ຂັດແຍ່ງທີ່ດິນ ແລະ ບັນຫາຄວາມບໍ່ພໍໃຈຕໍ່ການປະຕິບັດຄຳຕັດສິນຂອງສານ. ເຊິ່ງທາງອົງການກວດກາພວກເຮົາກໍ່ໄດ້ເກັບກຳຂໍ້ມູນ ແລະ ລາຍງານໃຫ້ແກ່ທ່ານເຈົ້າແຂວງເພື່ອດຳເນີນການແກ້ໄຂ. ສຳລັບອະນາຄົດອັນໃກ້ນີ້ພວກເຮົາກໍ່ຈະໄດ້ເຮັດການແຈ້ງຊັບສິນໃນທົ່ວແຂວງອີກເທື່ອໃໝ່ເປັນຮອບທີ 2 ໂດຍຈະມີການກວດກາລາຍລະອຽດກວ່າແຕ່ກ່ອນ ເພື່ອກວດກາຄວາມໂປ່ງໃສເຖິງທີ່ມາຂອງຊັບສິນ.

ທີ່ມາ ເສດຖະກິດ-ການຄ້າ
© ໂຕະນໍ້າຊາ | tonamcha.com 
-----------------



Powered by Blogger.