Header Ads

12 ພາບຢາກໃຫ້ເບິ່ງຊ່ອຍກັນ ຈະບໍ່ໃຫ້ລັດຖະບານສັ່ງຢຸດປູກກ້ວຍໄດ້ຈັ່ງໃດ?




ເມື່ອສາມສີ່ປີທີ່ຜ່ານມາ ນັກລົງທຶນຈາກຈີນໄດ້ເຂົ້າມາເຮັດທຸລະກິດປູກກ້ວຍຢູ່ພາກເໜືອຂອງລາວ ໂດຍເຂົາເຈົ້າສະເໜີໃຫ້ຄ່າເຊົ່າທີ່ດິນປູກກ້ວຍກັບປະຊາຊົນ ໃນເຂດທຸລະກັນດານທາງພາກເໜືອ 720 ໂດລາ ຫຼືປະມານ 6 ລ້ານກີບຕໍ່ເຮັກຕາຕໍ່ປີ ພ້ອມຍັງສ້າງວຽກເຮັດງານທຳໃຫ້ປະຊາຊົນໃນເຂດດັ່ງກ່າວ ໃຫ້ໄດ້ເຂົ້າໄປເຮັດວຽກໃນສວນກ້ວຍ ສ້າງລາຍໄດ້ເຂົ້າຄອບຄົວອີກ ຂໍ້ສະເໜີດັ່ງກ່າວຈຶ່ງຖືກຕອບຮັບຈາກປະຊາຊົນທີ່ບໍ່ເຄີຍມີລາຍຮັບເປັນຢ່າງດີ.

ແຕ່ການເຮັດສວນປູກກ້ວຍຂອງນັກລົງທຶນຈີນນັ້ນ ພັດບໍ່ແມ່ນການປູກກ້ວຍແບບທີ່ປະຊາຊົນລາວເຄີຍເຫັນ ຄື ມີການໃຊ້ສານເຄມີສາລະພັດ ແລະຢາປາບສັດຕູພືດ ແບບບໍ່ມີຂອບເຂດຫຼືບໍ່ມີການຄວບຄຸມ ໃຫ້ຖືກຕ້ອງຕາມຫຼັກການເລີຍ. ດັ່ງນັ້ນ, ຕະຫຼອດການປູກກ້ວຍໃນ 3 ປີທີ່ຜ່ານມາ ຈຶ່ງເປັນການທຳລາຍທຳມະຊາດຢ່າງອັນຕະລາຍ ພື້ນດີນ, ອາກາດ, ປ່າທຳມະຊາດ ແລະສາຍນໍ້າ ຈຶ່ງເຕັມໄປດ້ວຍສານເຄມີອັນຕະລາຍ ລວມທັງຄວາມຮົກເຮື້ອຊຸດໂຊມຂອງທຳມະຊາດ ແລະປະຊາຊົນທີ່ເປັນແຮງງານໄດ້ຮັບຜົນກະທົບຕໍ່ສຸຂະພາບຈົນລົ້ມປ່ວຍ.

ສະພາບທຳມະຊາດບໍລິເວນສວນໝາກກ້ວຍ ທີ່ບໍ່ໄດ້ມີການຮັກສາອະນາໄມເລີຍ ຮູບ: ໄທຣັດ


ໝາກກ້ວຍຈະຖືກແຊ່ໃນສານເຄມີເພື່ອຄວາມສວຍງາມແລະບໍ່ເນົ່າງ່າຍ

ຫ້ວຍນໍ້າທຳມະຊາດຕິດກັບສວນກ້ວຍກຳລັງໄຫຼແບບບໍ່ປອດໄພ

ເດັກນ້ອຍຫລິ້ນຢ່າງມ່ວນຊື່ນໃນສວນກ້ວຍ ໂດຍບໍ່ຮູ້ເລີຍວ່າໃນນັ້ນ
ເຕັມໄປດ້ວຍສານເຄມີອັນຕະລາຍ

ຈະອັນຕະລາຍຂະໜາດໃດ ຖ້າຕ້ອງເປ້ເດັກນ້ອຍເຮັດວຽກ
ໃນປ່າກ້ວຍທີ່ເຕັມໄປດ້ວຍສານເຄມີ ຮູບ: ໄທຣັດ

ສຸຂະພາບຂອງຜູ້ອອກແຮງງານໃນສວນມີການຊຸດໂຊມ ຮູບ: ໄທຣັດ

ການດື່ມນໍ້າໃນສວນກ້ວຍແບບນີ້ ບໍ່ຮັບປະກັນຄວາມສະອາດເລີຍ ຮູບ: ໄທຣັດ

ສະພາບການກິນເຂົ້າກໍແບບນີ້ ຮູບ: ໄທຣັດ

ຊາວສວນເລິ່ມລົ້ມປ່ວຍ ຮູບ: ໄທຣັດ

ໝາກກ້ວຍທີ່ໄດ້ມີຄວາມສວຍງາມ ແຕ່ບໍ່ຮັບປະກັນວ່າຈະປອດໄພຕໍ່ຜູ້ບໍລິໂພກຫຼືບໍ່



ທີ່ມາໄທຣັດ (Via laospost.com )
© ໂຕະນໍ້າຊາ | tonamcha.com 
-----------------



Powered by Blogger.