Header Ads

15 ເລື່ອງທີ່ຄວນຮູ້ກ່ຽວກັບ“ລີກວນຍູ” ວິດາແຫ່ງປະເທດສິງກະໂປ



ມື້ນີ້ທີມງານໂຕະນໍ້າຊາ ພາທ່ານມາຮູ້ຈັກ ທ່ານ ລີກວນຍູ ກັບ15 ເລື່ອງລາວຂອງຜູ້ນໍາເກັ່ງຄົນນີ້ ຜູ້ເຊິ່ງໄດ້ຊື່ວ່າເປັນຜູ້ສ້າງ ປະເທດສິງກະໂປຈາກປະເທດທີ່ບໍ່ມີຊັບພະກອນ ມີພຽງແຕ່ຄົນ ກ້າວໄປສູ່ການເປັນປະເທດທີ່ຈະເລີນກ້າວໜ້າ ພ້ອມກັບກາຍເປັນສູນກາງເສດຖະກິດ-ການເງິນລະດັບໂລກໃນອາຊີຕາເວັນອອກສຽວໃຕ້. ມີຫຼາຍເລື່ອງໜ້າສົນໃຈ ແລະ ຮຽນຮູ້ ແລະ ນີ້ແມ່ນ 15 ເລື່ອງທີ່ຄຸ້ມຄ່າແກ່ການເສຍສະຫຼະເວລາໃນການອ່ານ:   



1. ທ່ານ ລີກວນຍູ  ມີຊື່ເຕັມວ່າ ແຮລີ ລີກວນຍູ   ແຕ່ເມື່ອທ່ານຮຽນຈົນຈາກປະເທດອັງກິດ ທ່ານກໍ່ທ່ານຊື່ ແຮລີ ອອກເຫຼືອພຽງ ລີກວນຍູ  ເຊິ່ງມີພຽງເພື່ອນສະມິດທີ່ຍັງຄົງເອີ້ນທ່ານວ່າ ແຮລີ;

2. ທ່ານ ລີກວນຍູ ເປັນລຸ້ນທີ່ 4 ຂອງຕະກຸນທີ່ເປັນສິງກະໂປ ໂດຍປູ່ທວດຂອງທ່ານ ລີກວນຍູ ອົບພະຍົບມາຈາກກວາງຕຸ້ນໃນປີ 1963;

3.  ທ່ານ ລີກວນຍູ ໄດ້ຮັບທຶນການສຶກສາຈາກ Queen’s Scholarship ເພື່ອໄປຮຽນຕໍ່ທີ່ປະເທດອັງກິດ ໂດຍທຶນດັ່ງກ່າວແມ່ນມອບໃຫ້ແກ່ນັກຮຽນ ສິງກະໂປ ແລະ ມາເລເຊຍ ສະໄໝສອງປະເທດຍັງເປັນອະນານິຄົມຂອງປະເທດອັງກິດ;

4.  ທ່ານ ລີກວນຍູ ພົບຮັກກັບພັນລະຍາ ສະໄໝຮຽນທີ່ ສິງກະໂປ ຕອນທີ່ ທ່ານ ນ. ກວາກ໊ອກຊູ ສອບເສັງພາສາອັງກິດ ແລະ ເສດຖະເສດ ເພື່ອຊິງທຶນການສຶກສາ Queen’s Scholarship




5. ຕອນທ່ານໄປຮຽນ ທີ່ປະເທດອັງກິດ ທ່ານຮຽນທີ່ London School of Economics ກ່ອນທີ່ຈະຍ້າຍມາຮຽນທີ່ມະຫາວິທະຍາໄລ Cambridge  ໂດຍທ່ານຈົບການສຶກສາທີ່ອັງກິດດ້ວຍກຽດນິຍົມທັງສອງໃບ ຫຼື  Double First Class Honours ;

6. ທ່ານ ນ. ກວາກ໊ອກຊູ ສອບເສັງຊິງທຶນ Queen’s Scholarship ໄດ້ໃນປີຖັດມາ  ເຊິ່ງທາງການບໍ່ສາມາດຫາໂຄຕ້າເຂົ້າມາວິທະຍໄລ ໃຫ້ກັບ ທ່ານ ນ. ກວາກ໊ອກຊູໄດ້ ຈົນ ທ່ານ ລີກວນຍູ ເຂົ້າໄປປຶກສາກັບທາງອະທິການມະວິທະຍໄລ ແລະ ໃນທີ່ສຸດທາງອະທິການກໍຍອມໃຈອ່ອນໃຫ້  ທ່ານ ນ. ກວາກ໊ອກຊູ ມາຮຽນໃນສົກຮຽນດຽວກັບ ທ່ານ ລີກວນຍູ;




7.  ທ່ານ ລີກວນຍູ  ແລະ ທ່ານ ນ. ກວາກ໊ອກຊູ ແຕ່ງງານກັບແບບລັບໆທີ່ Stratford-upon-Avon ເພາະກັງວົນເຈົ້າຂອງທຶນບໍ່ຍອມຮັບ ແລະ ຍາດທີ່ນ້ອງທີ່ ສິງກະໂປອາດບໍ່ເຫັນດີ ແລະ ສຸດທ້າຍ ທ່ານທັງສອງກໍຈັດພິທິແຕ່ງງານກັນຢ່າງເປັນທາງການທີ່  ສິງກະໂປ ໃນປີ 1950;

8. ທ່ານ ລີກວນຍູ ໃຊ້ພາສາອັງກິດເປັນພາສາໃນການສື່ສານມາຕັ້ງແຕ່ເກີດ ຈົນກະທັງອາຍຸຮອດ 32 ປີ ທ່ານຈິ່ງໄດ້ຮຽນພາສາຈີນກາງ . ນອກນັ້ນ ທ່ານ ຍັງມີຄວາມສາມາດດ້ານພາສາຢີ່ປຸ່ນ ແລະ ເຄີຍເປັນນາຍພາສາແປະພາສາຢີ່ປຸ່ນ ສະໄໝຢີ່ປຸ່ນຮຸກຮານ ປະເທດສິງກະໂປ;

9.  ທ່ານ ລີກວນຍູ ປະກາດວ່າຕົນເອງນັບຖືສາສະໜາພຸດ ແລະ ເຕ໋າ ໃນປີ 2009 ເຊິງກ່ອນໜ້ານັ້ນບໍ່ເຄີຍນັບຖືສາສະໜາໃດໆມາກ່ອນ;

10. ທ່ານ ລີກວນຍູ ເປັນນາຍົກລັດຖະມົນຕີ ຄົນທໍາອິດຂອງປະເທດສິງກະໂປ ແລະ ດຳລົງຕໍາແໜ່ງຍາວນານທີ່ສຸດເຖິງ 31   ແລະ ເຂົ້າຮັບຕໍາແໜ່ງຕອນອາຍຸ 36 ປີ;

11. ທ່ານ ລີກວນຍູ ເປັນອອກກຳລັງກາຍທຸກມື້ເຖິງແມ່ນວ່າຈະຕິດພາລະກິດຫຍຸ້ງພຽງໃດ ຫຼຶ ເດີນທາງໄປຕ່າງປະເທດ. ທ່ານເລີກດື່ມເຫຼົ້າເພາະຢ້ານຖ່າຍຮູບບໍ່ງານ ແລະ ເລີກສູບຢາເພາະຢ້ານບໍ່ມີເວລາຫາສຽງ;





12. ທ່ານ ລີກວນຍູ ໃຊ້ເງິນສ່ວນໂຕເຖິງ 10 ລ້ານໂດລາ ເພື່ອສ້າງກອງທຶນເພື່ອການຮຽນຮູ້ 2 ພາສາ ຫຼື "Lee Kuan Yew Fund for Bilingualism" ເພາະທ່ານເຊື່ອວ່າການເວົ້າໄດ້ສອງພາສາຈະນໍາພາ ສິງກະໂປ ໄປສູ່ອະນາຄົດທີ່ດີ ແລະ ຍິ່ງຄົນໃນຊາດເວົ້າໄດ້ສອງພາສາຍິ່ງເຮັດໃຫ້ປະເທດສິງກະໂປ ຈະເລີນກ້າວໜ້າໄວເປັນທະວິຄູນ;

13. ທ່ານ ລີກວນຍູ ຍອມຮັບວ່າສິ່ງທີ່ທ່ານເຮັດຜ່ານມາບໍ່ແມ່ນສິ່ງທີ່ດີ ແລະ ຖືກຕ້ອງເທົ່າທີ່ຄວນ ເຊັ່ນ: ການອອກກົດໝາຍຈໍາກັດເສລີພາບໃນການສະແດງຄວາມຄິດເຫັນ, ອອກກົດໝາຍຈໍາກັດການປະທວງ ລວມທັງການອອກນະໂຍບາຍພິເສດ  ແລະ ສັ່ງຄຸມຂັງບຸກຄົນທີ່ກະທໍາຜິດໂດຍບໍ່ພິຈາລະນາຜ່ານສານ  ແຕ່ທ່ານກໍບອກວ່າເຮັດໄປເພື່ອໃຫ້ປະເທດສິງກະໂປມີລະບຽບ;




14. ອາດີດ ປະທານາທິບໍດີ ບາຣັກ ໂອບາມາ ຍ້ອງຍໍ ທ່ານ ລີກວນຍູ ວ່າເປັນບຸກຄົນທີ່ມີວິໄສທັດ ແລະ ເປັນຍັກໃຫຍ່ຕົວຈິງຂອງປະຫວັດສາດ ເຊັ່ນດຽວກັບທ່ານ ບັນຄີມູນ ກໍອອກປາກຊົມເຊິຍວ່າ  ທ່ານ ລີກວນຍູ ເປັນຄົນທີ່ປ່ຽນແປງປະເທດສິງກະໂປຈາກບໍ່ມີຫຍັງສູ່ປະເທດທີ່ພັດທະນາແລ້ວ; 

15. ທ່ານ ລີກວນຍູ ມີວາລີເດັດທີ່ຊາວສິງປະໂປ ແລະ ຄົນທົ່ວໂລກຍ້ອງຍໍວ່າເປັນທີ່ສຸດຂອງທີ່ສຸດ ຄື​:

"ເຖິງແມ້ແຕ່ນອນເຈັບປ່ວຍຢູ່ເທິງຕຽງ ແຕ່ຖ້າມີຫຍັງທີ່ບໍ່ຖືກຕ້ອງ ຂ້າພະເຈົ້າກໍພ້ອມຈະລຸກຂື້ນເພື່ອເຮັດສິງນັ້ນໃຫ້ມັນດີຂື້ນ "

ຮຽບຮຽງ : ໂຕະນໍ້າຊາ  | tonamcha.com
-----------------













Powered by Blogger.