ຈີນກຽມວາງແຜນສ້າງໝູ່ບ້ານເທິງດວງຈັນ
ໂລກເຮົາກຳລັງເຂົ້າສູ່ຍຸກອາວະກາດເພາະມີລາຍງານຈາກສໍານັກຂ່າວຕ່າງປະເທດ dialymail ລະບຸວ່າ ຈີນກຳລັງວາງແຜນສ້າງໝູ່ບ້ານເທິງດວງຈັນໂດຍການສະໜັບສະໜຸນ ແລະ ການຮ່ວມມືຈາກເອີລົບ. ໂຄງການດັ່ງກ່າວນີ້ຖືກເປີດເຜີຍ ແລະ ຢືນຢັນໂດຍ Tian Yulong ເຊິ່ງແມ່ນອົງການອາວະກາດຂອງ ສປ ຈີນ ຈາກຂໍ້ມູນທີ່ເປີດເຜິຍສະແດງໃຫ້ເຫັນວ່າ ອົງອາວະກາດຂອງ ສປ ຈີນ ມີການຕິດຕໍ່ພົວພັນກັບທາງອົງອາວະກາດຂອງ ESA ທີ່ມີ Jan Woerner ເປັນຫົວໜ້າໜ່ວຍງານ ເຊິ່ງເຂົາກໍອອກມາບອກວ່າ "ພວກເຮົາຕ້ອງການວິໄສທັດໃໝ່ ທີ່ບໍ່ແມ່ນແຕ່ການທ່ອງທ່ຽວອາວະກາດ ເພາະຕອນນີ້ທຸກປະເທດໃນໂລກເກືອບມີດາວທຽມເປັນຂອງຕົນເອງແລ້ວ ແລະ ມັນກາຍເປັນເລື່ອງທໍາມະດາ"
ສໍາລັບໝູ່ບ້ານທີ່ພວກເຮົາໝາຍເຖິງແມ່ນການສ້າງເຮືອນຂື້ນມາ ແລ້ວໃຫ້ຜູ້ຄົນສາມາດອາໄສຢູ່ຮ່ວມກັນ ເຊິ່ງບໍ່ໝາຍວ່າເປັນສ້າງໂບດ ຫຼື ເຮືອນເປັນຫຼັງໆໄປ ແຕ່ເປັນໝູ່ບ້ານທີ່ທຸກຄົນຢູ່ຮ່ວມກັນເປັນກຸ່ມໂດຍມີຈຸດປະສົງໃຊ້ເປັນສູນກາງສໍາຫຼວດດວງຈັນຢ່າງເຕັມຮູບແບບ ພ້ອມກັບເປັນສະຖານທີ່ພັກຍານ, ທ່ອງທ່ຽວອາວະກາດ, ຂຸດຄົ້ນແຮ່ທາດ ແລະ ສູນບັນຊາການເພື່ອອໍານວຍຄວາມສະດວກໃນເດີນໄປທາງໄປສໍາຫຼວດດາວອັງຄານ.
ນອກນີ້ ສປ ຈີນກໍມີແຜນກຽມສົ່ງຍານອາວະກາດແບບບໍ່ມີຄົນຂັບຂື້ນໄປເທິງດວງຈັນປີໜ້າ ແຕ່ຍັງບໍ່ທັນມີກຳນົດວັນແນ່ນອນ ເພາະສັງຢູ່ໃນໄລຍະກະກຽມຄວາມພ້ອມໃນດ້ານຕ່າງໆ. ຖ້າໂຄງການນີ້ສໍາເລັດຕາມແຜນມະນຸດຈະສາມາດເດີນໄປທ່ອງທ່ຽວອາວະກາດໄດ້ສະເໜືອນທ່ຽວໄປນາແນ່ນອນ ແລະ SpaceX (www.spacex.com) ຂອງ Elon Musk ກໍກຳລັງເລັ່ງຄວາມຝັນທ່ອງທ່ຽວອາວະກາດໃນກາຍເປັນຄວາມຈິງໃນອິກບໍ່ເທົ່າໃດປີຂ້າງໜ້າ.
ທີ່ມາ: dialymail | tonamcha.com
-----------------
Post a Comment