ກອງປະຊຸມລັດຖະບານ ປະຈຳເດືອນພຶດສະພາ 2017
ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນພຶດສະພາ ໄດ້ໄຂຂຶ້ນໃນວັນທີ 22 ແລະ ປິດລົງໃນວັນທີ 23 ພຶດສະພາ 2017 ຢູ່ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ,ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ບັນດາສະມາຊິກລັດຖະບານ ໄດ້ພ້ອມກັນສຸມໃສ່ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ ຕໍ່ກັບບັນດາເອກະສານສໍາຄັນ, ຮ່າງລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການສະບັບປັບປຸງ; ຮ່າງແຜນຈັດຕັ້ງປະຕິບັດວຽກງານ ບໍລິຈາກເລືອດ 5 ປີຄັ້ງທີ II (2016-2020), ຍຸດທະສາດການພັດທະນາວຽກງານບໍລິຈາກເລືອດ (2016-2025) ແລະ ວິໄສທັດຮອດປີ 2030; ຮ່າງດໍາລັດວ່າດ້ວຍການຝຶກອົບຮົມ ແລະ ພັດທະນາພະນັກງານ-ລັດຖະກອນ; ຮ່າງດໍາລັດວ່າດ້ວຍການປະເມີນຜົນ ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ; ຮ່າງດໍາລັດວ່າດ້ວຍກອງທຶນ ພັດທະນາສີມືແຮງງານ; ບົດລາຍງານກ່ຽວກັບການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາມະຕິ, ດໍາລັດ, ຄໍາສັ່ງ, ຂໍ້ຕົກລົງຂອງລັດຖະບານ ແລະ ຄໍາເຫັນຊີ້ນໍາ ຂອງທ່ານນາຍົກລັດຖະມົນຕີ, ບົດລາຍງານກ່ຽວກັບແລວທາງດ່ວນນະຄອນຫຼວງວຽງຈັນ-ບໍ່ເຕັ່ນ, ຕອນທີ I ນະຄອນຫຼວງວຽງຈັນ-ວັງວຽງ; ຮ່າງດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ, ຮ່າງລັດຖະບັນຍັດຂອງ ປະທານປະເທດ ສະບັບເລກທີ 003/ປປທ, ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການສະບັບປັບປຸງ ເຊິ່ງກອງປະຊຸມໄດ້ຮັບຮອງເອົາ ດ້ານຫຼັກການ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາເອົາໄປປັບປຸງຕື່ມ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ຈັດສັນຄືນກ່ຽວກັບການເກັບຄ່າທໍານຽມຕ່າງໆ ອັນໃດຄວນຮັກສາໄວ້, ຕັດອອກ ແລະ ຫຼຸດລົງ ໂດຍສະເພາະການສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ວຽກງານການສຶກສາ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມ, ການຜະລິດຂອງປະຊາຊົນ. ພ້ອມດຽວກັນນີ້, ການເກັບຄ່າບໍລິການການນໍາໃຊ້ IT ຕ້ອງສົມເຫດສົມຜົນ, ອັນສໍາຄັນແມ່ນຕ້ອງປັບປຸງກົນໄກ ໃນການເກັບຄ່າທໍານຽມຕ່າງໆ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ, ຄົບຖ້ວນ ແລະ ໂປ່ງໃສ ທັງເປັນການປຸກລະດົມໃຫ້ສັງຄົມ ເຂົ້າຮ່ວມ ໃນການຈັດຕັ້ງປະຕິບັດລັດຖະບັນຍັດ ສະບັບດັ່ງກ່າວ ໃຫ້ໄດ້ຮັບຜົນດີ. ຕໍ່ກັບແຜນຈັດຕັ້ງປະຕິບັດ ວຽກງານບໍລິຈາກເລືອດ 5 ປີຄັ້ງທີ II (2016-2020), ຍຸດທະສາດການພັດທະນາວຽກງານບໍລິຈາກເລືອດ (2016-2025) ແລະ ວິໄສທັດຮອດປີ 2030. ກອງປະຊຸມໄດ້ຮັບ ຮອງເອົາໃນດ້ານຫຼັກການ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາເອົາໄປປັບປຸງຕື່ມ ເປັນຕົ້ນການກໍານົດຊື່, ເນື້ອໃນ ແລະ ຄໍາສັບຂອງແຜນດັ່ງກ່າວ. ພ້ອມດຽວກັນນັ້ນ, ແມ່ນໃຫ້ເອົາໃຈໃສ່ເພີ່ມທະວີວຽກງານ ປຸກລະດົມເຜີຍແຜ່ໃນການບໍລິຈາກເລືອດ ຈາກປະຊາຊົນ ກໍຄື ທຸກພາກສ່ວນຢູ່ໃນສັງຄົມ ໃຫ້ນັບມື້ນັບຫຼາຍຂຶ້ນ, ປັບປຸງບັນດາກົນໄກການປະສານງານ ໃນການໂຄສະນາໃຫ້ກວ້າງຂວາງກວ່າເກົ່າ ເພື່ອຮັບປະກັນເຮັດໃຫ້ມີປະລິມານເລືອດ ຈໍານວນພຽງພໍ ແລະ ສະໜອງເມື່ອເກີດມີເຫດການສຸກເສີນຕ່າງໆ. ຮ່າງດໍາລັດວ່າດ້ວຍການຝຶກອົບຮົມ ແລະ ພັດທະນາພະນັກງານ-ລັດຖະກອນ ແລະ ຮ່າງດໍາລັດວ່າດ້ວຍການປະເມີນຜົນ ການປະຕິບັດວຽກງານຂອງພະນັກງານລັດຖະກອນ. ພ້ອມນີ້ ກອງປະຊຸມຍັງເຫັນດີຮັບຮອງ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາເອົາໄປປັບປຸງຕື່ມ ເປັນຕົ້ນ ກ່ຽວກັບວຽກງານການຝຶກອົບຮົມ ແມ່ນໃຫ້ຝຶກອົບຮົມຕາມໜ້າທີ່ວຽກງານ ຂອງລັດຖະກອນທີ່ໄດ້ຮັບການມອບໝາຍ ໃນນີ້ແມ່ນໃຫ້ລົງເລິກມາດຕະຖານ ຂອງການຝຶກອົບຮົມໃຫ້ລະອຽດຈະແຈ້ງ, ຄຽງຄູ່ກັບການຝຶກອົບຮົມກໍ່ຕ້ອງຖອດຖອນບົດຮຽນຕົວຈິງໄປນໍາພ້ອມ ທັງກໍານົດວິທີການ, ໄລຍະເວລາຝຶກອົບຮົມໃຫ້ເໝາະສົມ. ສໍາລັບການປະເມີນຜົນ ການປະຕິບັດວຽກງານຂອງລັດຖະກອນນັ້ນ ຕ້ອງຮັບປະກັນໃຫ້ມີປະສິດທິຜົນ ຖືກຕ້ອງກັບຕົວຈິງ, ກໍານົດມາດຖານວຽກງານ ຂອງພະນັກງານຄັກແນ່. ພ້ອມດຽວກັນນັ້ນ, ຕ້ອງມີການກໍານົດບັນດາຄາດໝາຍ ແລະ ເປົ້າໝາຍຂອງພະນັກງານ-ລັດຖະກອນ ທີ່ຈະໄດ້ຮັບການປະເມີນຜົນຢ່າງຈະແຈ້ງ. ສໍາລັບ ຮ່າງດໍາລັດວ່າດ້ວຍກອງທຶນພັດທະນາສີມືແຮງງານ. ກອງປະຊຸມໄດ້ຊີ້ນໍາໃຫ້ພາກ ສ່ວນທີ່ກ່ຽວຂ້ອງນໍາເອົາໄປປັບປຸງຄືນ ເປັນຕົ້ນ ໃຫ້ກວດກາ, ສັງລວມຄືນບັນດາກອງທຶນ ໃນຂອບເຂດທົ່ວປະເທດ ພ້ອມດຽວກັນນັ້ນ ກໍໃຫ້ຕີລາຄາຄືນສະພາບການຈັດຕັ້ງປະຕິບັດບັນດາກອງທຶນ ທີ່ໄດ້ສ້າງຕັ້ງຂຶ້ນໃນໄລຍະຜ່ານມາວ່າ: ກອງທຶນໃດທີ່ສາມາດຈັດຕັ້ງປະຕິບັດໄດ້ດີ ແລະ ຍັງມີກອງທຶນໃດທີ່ຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ດີ ພ້ອມທັງສຶກສາຄືນ ແລະ ຈັດລຽງບູລິມະສິດຕາມລໍາດັບ ທັງນີ້ ກໍເພື່ອເຮັດໃຫ້ບັນດາ ກອງທຶນທີ່ໄດ້ຮັບການສ້າງຕັ້ງຂຶ້ນນັ້ນ ໄດ້ດໍາເນີນໄປຢ່າງມີປະສິດທິຜົນ, ຖືກຕ້ອງຕາມຈຸດປະສົງ ແລະ ເປົ້າໝາຍທີ່ກໍານົດໄວ້. ອັນສໍາຄັນແມ່ນໃຫ້ຖືກຕ້ອງ ສອດຄ່ອງກັບລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ. ມາຮອດປະຈຸບັນນີ້ ລັດຖະບານໄດ້ອອກນິຕິກໍາ ຫຼາຍສະບັບເປັນຕົ້ນ: ມະຕິກອງປະຊຸມລັດຖະບານ; ບົດບັນທຶກກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ; ດໍາລັດ; ຄໍາສັ່ງ; ຂໍ້ຕົກລົງຂອງນາຍົກລັດຖະມົນຕີ; ໃບມອບສິດ; ຄໍາສະເໜີ ແລະ ແຈ້ງການ. ຕໍ່ບັນຫານີ້ ກອງປະຊຸມໄດ້ຊີ້ນໍາໃຫ້ຄະນະ ຮັບຜິດຊອບວຽກງານດັ່ງກ່າວ ສືບຕໍ່ສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປະສານງານກັນ ແລະ ຕິດຕາມ,ຊຸກຍູ້ການຈັດຕັ້ງປະຕິບັດ ບັນດານິຕິກໍາຕ່າງໆທີ່ລັດຖະບານໄດ້ວາງອອກນັ້ນ ໃຫ້ທະລຸໂລ່ງ, ທົ່ວເຖິງ ແລະ ທັນເວລາຄຽງຄູ່ກັນນັ້ນກໍ່ໃຫ້ສ້າງລະບົບກົນໄກ ການປະສານງານໂດຍນໍາໃຊ້ເຄື່ອງມືທັນສະໄໝ. ພ້ອມດຽວກັນນັ້ນ ກໍລາຍງານຜົນການຈັດຕັ້ງປະຕິບັດ ວຽກງານນີ້ໃຫ້ສະມາຊິກລັດຖະບານຊາບ ໃນແຕ່ລະໄລຍະ. ສໍາລັບກອງເລຂາຊ່ວຍວຽກຂອງຄະນະດັ່ງກ່າວ ແມ່ນສາມາດນໍາໃຊ້ບຸກຄະລາກອນ ຂອງບັນດາກົມພາຍໃນຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໂດຍບໍ່ຈໍາເປັນແຕ່ງຕັ້ງໜ່ວຍງານສະເພາະຕື່ມອີກ. ບົດລາຍງານກ່ຽວກັບແລວທາງດ່ວນ ນະຄອນຫຼວງວຽງຈັນ-ບໍ່ເຕັ່ນ, ຕອນທີ I ນະຄອນຫຼວງວຽງຈັນ-ວັງວຽງ. ກອງປະຊຸມເຫັນດີຮັບຮອງເອົາ ແລວທາງ K, ຊຶ່ງມີໄລຍະທາງ 113,7 ກິໂລແມັດ, ດ້ວຍມູນຄ່າຄາດຄະເນປະມານ 1,4 ຕື້ໂດລາສະຫະລັດ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາເອົາໄປປັບປຸງຕື່ມ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນແມ່ນ: ໃຫ້ເອົາໃຈໃສ່ ຊີ້ນໍາບໍລິສັດໃຫ້ອອກແບບຄິດໄລ່ໃຫ້ລະອຽດ, ຈະແຈ້ງເພື່ອສະເໜີລັດຖະບານ ພິຈາລະນາຕົກລົງໃນຄັ້ງຕໍ່ໄປ. ກ່ຽວກັບຮ່າງດໍາລັດວ່າດ້ວຍທຸລະກິດ ນໍ້າມັນເຊື້ອໄຟ. ກອງປະຊຸມເຫັນດີຮັບຮອງເອົາທາງດ້ານຫລັກການ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາເອົາໄປປັບປຸງຕື່ມ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ຮຽບຮຽງຄືນບັນດາເນື້ອໃນ ທີ່ກຳນົດໄວ້ໃນແຕ່ລະຂໍ້, ແຕ່ລະມາດຕາ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ບໍ່ໃຫ້ມີຊ່ອງຫວ່າງ ແລະ ໃຫ້ຮັດກຸມ. ພ້ອມດຽວກັນນັ້ນ, ຕ້ອງກໍານົດບັນດາມາດຕະຖານ ໃນການສ້າງຕັ້ງປໍ້ານໍ້າມັນ ແລະ ມາດຕະຖານການນໍາເຂົ້າ ນໍ້າມັນເຊື້ອໄຟໃຫ້ລະອຽດຈະແຈ້ງ, ຖ້າຫາກພົບເຫັນການລະເມີດ ແມ່ນໃຫ້ປະຕິບັດຕາມກົດໝາຍ ຢ່າງເຂັ້ມງວດ.
ກອງປະຊຸມຍັງໄດ້ວາງວຽກງານຈຸດສຸມ ປະຈໍາເດືອນມິຖຸນາ 2017 ຈໍານວນໜຶ່ງ ເພື່ອຮັບປະກັນການປະຕິບັດພາລະບົດບາດ ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແລະ ພັດທະນາຕາມທິດທາງແຜນການ ທີ່ວາງໄວ້, ລັດຖະບານຈະສຸມໃສ່ ວຽກງານສໍາຄັນຈໍານວນໜຶ່ງໃນ 5 ຂົງເຂດເປັນຕົ້ນ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໃຫ້ສືບຕໍ່ເອົາໃຈໃສ່ວຽກ ງານຮັກສາຄວາມສະຫງົບ, ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ ໂດຍເອົາໃຈໃສ່ເປັນພິເສດຕໍ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທາງສັງຄົມທີ່ເກີດຂຶ້ນໃນຫລາຍເດືອນຜ່ານມາ ເປັນຕົ້ນ ແມ່ນບັນຫາຢາເສບຕິດ, ເຫດການສະເທືອນຂວັນຕໍ່ສັງຄົມ, ກຸ່ມແກ້ງຂີ່ລົດກວນເມືອງ, ອາວຸດເຖື່ອນ, ອຸບັດຕິເຫດຕາມທ້ອງຖະໜົນ ແລະ ບັນຫາອື່ນໆ ເພື່ອສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີ ໃຫ້ແກ່ການພັດທະນາ. ຂົງເຂດເສດຖະກິດ ໃຫ້ບັນດາກະຊວງເອົາໃຈໃສ່ຄົ້ນຄວ້າ ແລະ ຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໂດຍທຽບຄາດໝາຍທີ່ກໍານົດ ໃນດໍາລັດສະບັບເລກທີ 445/ນຍ, ລົງວັນທີ 19 ທັນວາ 2016 ວ່າດ້ວຍການຈັດຕັ້ງ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳປີ 2017 ໃສ່ການປະຕິບັດຕົວຈິງ. ອັນໃດເຮັດໄດ້ຕໍ່າກວ່າຄາດໝາຍ ກໍ່ຕ້ອງບຸກບືນຫລາຍຂຶ້ນ, ອັນໃດເຮັດໄດ້ລື່ນຄາດໝາຍແລ້ວ ກໍ່ໃຫ້ສືບຕໍ່ເອົາໃຈໃສ່ ເພື່ອໃຫ້ໄດ້ສືບຕໍ່ ຄາດໝາຍຫລາຍຂື້ນຕື່ມ. ປັບປຸງກົນໄກ,ການເກັບກໍາຂໍ້ມູນຖານລາຍຮັບ ໃຫ້ສໍາເລັດໂດຍໄວ, ກະກຽມລາຍງານຜົນການລົງກວດກາ ການນໍາເຂົ້າລົດ ທີ່ບໍ່ຖືກຕ້ອງ ແລະ ລາຍງານຜົນການລົງເກັບກໍາດັ່ງກ່າວ ໃຫ້ລັດຖະບານພິຈາລະນາ. ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍ ການປະຢັດລາຍຈ່າຍງົບປະມານຂອງລັດ ໃຫ້ມີປະສິດທິຜົນ, ເອົາໃຈໃສ່ ການເບີກຈ່າຍເງິນເດືອນໃຫ້ແກ່ພະນັກງານ ໂດຍສະເພາະຢູ່ເຂດຫ່າງໄກສອກຫລີກ ໃຫ້ເປັນປົກກະຕິ ແລະ ທັນການ. ປັບປຸງວຽກງານຄຸ້ມຄອງລາຄາສິນຄ້າ ຕາມທິດທາງ ແລະ ມາດຕະການທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີVIII ໄດ້ຮັບຮອງ ເປັນຕົ້ນແມ່ນຄົ້ນຄວ້າ ແລະ ສ້າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ຄົ້ນຄວ້າ ແລະ ອອກມາດຕະການຫລຸດຜ່ອນຕົ້ນທຶນການຜະລິດ, ສົ່ງເສີມການຊື້ກົກ-ຂາຍປາຍ, ປະຕິບັດມາດຕະການຢ່າງເຂັ້ມງວດ ຕໍ່ຜູ້ນຳເຂົ້າ ແລະ ຜູ້ຄ້າຂາຍບໍ່ຖືກຕ້ອງ, ເພີ່ມທະວີການກວດກາຄຸນນະພາບການນຳເຂົ້າສິນຄ້າ, ປູກຈິດສຳນຶກ ແລະ ຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ແລະ ອື່ນໆ. ຂົງເຂດວັດທະນະທໍາ-ສັງຄົມ ສືບຕໍ່ຕິດຕາມ ແລະ ປ້ອງກັນການລະບາດ ຂອງພະຍາດຕາມລະດູການ ແລະ ພະຍາດທີ່ເກີດຈາກການປ່ຽນແປງ ຂອງດິນຟ້າອາກາດ. ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄຳສັ່ງສະບັບເລກທີ 08/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ ໃຫ້ມີປະສິດທິຜົນ. ຂົງເຂດຍຸຕິທໍາເອົາໃຈໃສ່ຄົ້ນຄວ້າ, ປັບປຸງ ແລະ ກະກຽມບັນດາກົດໝາຍ ທີ່ຈະສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ໃນເດືອນຕຸລາ 2017 ໃຫ້ມີຄຸນນະພາບເພື່ອໃຫ້ສາມາດພິຈາລະນາ ແລະ ຕົກລົງຮັບຮອງ ໃນກອງປະຊຸມລັດຖະບານກ່ອນນໍາສະເໜີ ຄະນະປະຈໍາສະພາແຫ່ງຊາດ ໃຫ້ທັນຕາມກໍານົດເວລາ. ເອົາໃຈໃສ່ຕິດຕາມ ແລະ ກວດກາຕາມພາລະບົດບາດຂອງຕົນ ໃນການແກ້ໄຂຄະດີຂັດແຍ່ງຕ່າງໆ ທາງດ້ານເສດຖະກິດ-ສັງຄົມຂອງບຸກຄົນ ແລະ ນິຕິບຸກຄົນໃຫ້ມີຄວາມໂປ່ງໃສ, ຍຸຕິທຳ ແລະ ເປັນເອກະພາບກັບຄຳຕັດສິນຂອງສານ ເພື່ອປົກປ້ອງຜູ້ຖືກຕ້ອງ, ລົງໂທດຜູ້ກະທຳຜິດ ແລະ ຮັບປະກັນຄວາມເປັນທຳ ໃນສັງຄົມ: ຂົງເຂດວຽກງານການຕ່າງປະເທດ, ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນໂດຍມີການວິເຄາະວິໃຈຢ່າງລະອຽດ, ເລິກເຊິ່ງຕໍ່ຄວາມສ່ຽງ ແລະ ທ່າອ່ຽງພັດທະນາຂອງສະພາບການ ແລະ ຜົນກະທົບຕໍ່ປະເທດເຮົາ ພ້ອມທັງກະກຽມທັດສະນະ ແລະ ມາດຕະການທີ່ເໝາະສົມເພື່ອຮັບມື, ສືບຕໍ່ກະກຽມຮອບດ້ານ ໃຫ້ແກ່ການເຄື່ອນໄຫວວຽກງານ ວຽກງານການຕ່າງປະເທດ ຂອງການນຳພັກ-ລັດ ເປັນຕົ້ນແມ່ນ ການເຂົ້າຮ່ວມກອງປະຊຸມທີ່ໂຕກຽວ, ປະເທດຍີ່ປຸ່ນ ໃນກາງເດືອນມິຖຸນານີ້, ການຕ້ອນຮັບແຂກຕ່າງປະເທດ ແລະ ກອງປະຊຸມສໍາຄັນອື່ນໆ ຂອງທ່ານນາຍົກລັດຖະມົນຕີ. ບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງ ສືບຕໍ່ປະຕິບັດວຽກງານຈຸດສຸມຂອງຕົນ ໃຫ້ມີປະສິດທິຜົນ ແລະ ຊີ້ນຳທ້ອງຖິ່ນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດທິດທາງແຜນການ ທີ່ລັດຖະບານໄດ້ກໍານົດຢ່າງມີປະສິດທິຜົນ, ອັນໃດທີ່ຕົກລົງກັນແລ້ວ ກໍ່ໃຫ້ດໍາເນີນໄວບໍ່ເສຍເວລາ.
ທີ່ມາ: ຂ່າວສານປະເທດລາວ. ຂ່າວ: ວັນ/ພາບ, ເກດສະໜາ
-----------------
Post a Comment